ນະຄອນໄກສອນ ພົມວິຫານ ເປີດຂະບວນການເກັບຄ່າທໍານຽມທາງ ແລະ ພາສີທີ່ດິນ

143

ໃນຕອນເຊົ້າວັນທີ 14 ມັງກອນ 2021 ນີ້ ຫ້ອງການສ່ວຍສາອາກອນປະຈຳນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ລົງສ້າງຂະບວນການຊຸກຍູ້ການຈັດເກັບລາຍຮັບຄ່າທໍານຽມສິດນຳໃຊ້ທີ່ດິນ ( ພາສີທີ່ດິນ ) ແລະ ຄ່າທຳນຽມທາງ ປະຈໍາປີ 2021 ທີ່ສະໂມສອນຂອງນະຄອນ.

ເຂົ້າຮ່ວມໃນພິທີຄັ້ງນີ້ມີ ທ່ານ ສົມໝາຍ ສົງວິໄລ ຮອງເຈົ້ານະຄອນໄກສອນ ພົມວິຫານ ທັງເປັນຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ, ມີຮອງຫົວໜ້າສ່ວຍສາອາກອນປະຈໍານະຄອນ ພ້ອມດ້ວຍພະນັກງານວິຊາການພາຍໃນໜ່ວຍງານກ່ຽວຂ້ອງ.

ໃນໂອກາດນີ້, ທ່ານຮອງເຈົ້ານະຄອນໄກສອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ການເປີດຂະບວນການເສຍຄ່າທຳນຽມສິດນຳໃຊ້ທີ່ດິນ ( ພາສີທີ່ດິນ ) ແລະ ຄ່າທຳນຽມທາງປະຈຳປີ 2021 ໃນຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການຂອງທ່ານເຈົ້ານະຄອນ ສະບັບເລກທີ 03/ຈນ.ກສ ລົງວັນທີ 07 ມັງກອນ 2021 ວ່າດ້ວຍການສ້າງຂະບວນການແຈ້ງການເສຍຄ່າທໍານຽມສິດນຳໃຊ້ທີ່ດິນ ( ພາສີທີ່ດິນ ) ແລະ ຄ່າທຳນຽມທາງປະຈໍາປີ 2021. ທັງນີ້, ກໍເພື່ອເປັນການຊຸກຍູ້ສ້າງຂະບວນການ ແລະ ປຸກລະດົມໃຫ້ສະມາຊິກພັກ, ພະນັກງານ – ລັດຖະກອນ, ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ວິສາຫະກິດລວມໝູ່ ແລະ ຜູ້ປະກອບການ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນພາຍໃນນະຄອນໄກສອນ ພົມວິຫານ ໃຫ້ມີ ຄວາມຕື່ນຕົວ ແລະ ຈິງໃຈປະກອບສ່ວນປະຕິບັດພັນທະຂອງຕົນໃນການເສຍຄ່າທຳນຽມທາງ ແລະ ພາສີທີ່ດິນ ປະຈຳປີ 2021 ຢ່າງເປັນຂະບວນການກວ້າງ ຂວາງ ແລະ ຄົບຖ້ວນຖືກຕ້ອງ ໂດຍຜ່ານລະບົບທະນາຄານ ແລະ ທາງຊ່ອງບໍລິການຕ່າງໆ ເຊິ່ງການເສຍພາສີດິນໄດ້ເລີ່ມແຕ່ວັນທີ 2 ມັງກອນ ຫາ ວັນທີ 25 ທັນວາຂອງທຸກໆປີ ຖ້າຫາກກາຍກຳນົດຈະຖືກປັບໃໝເພີ່ມຕາມລະບຽບກົດໜາຍກຳນົດໄວ້.

ในภาพอาจจะมี 4 คน, ผู้คนกำลังนั่ง

ເນື່ອງຈາກວ່າປີນີ້ເປັນປີທີ 03 ໃນການເສຍພາສີທີ່ດິນເຂົ້າສູ່ລະບົບທັນສະໄໝ ຫຼື ຊຳລະຜ່ານລະບົບທະນາຄານ ແລະ ກໍຍັງໄດ້ນຳໃຊ້ກົນໄກການຊຳລະພາສີທີ່ດິນທັງແບບເກົ່າ ແລະ ໃໝ່. ນອກນັ້ນ, ຍັງສາມາດຊຳລະຜ່ານແອັບພລິເຄຊັນທາງມືຖືດ້ວຍຕົນເອງ ຫຼື ຊຳລະນຳໜ່ວຍງານບໍລິການຂອງສ່ວຍສາອາກອນປະຈຳນະຄອນ ເຊິ່ງຈະໄດ້ລົງເຄື່ອນໄຫວນຳບ້ານ ແລະ ບັນດາກຸ່ມບ້ານພາຍໃນນະຄອນ ແລະ ການເສຍຄ່າທຳນຽມທາງແມ່ນເລີ່ມແຕ່ເດືອນມັງກອນ ຫາ ເດືອນມີນາຂອງທຸກໆປີ ແລະ ຖ້າຫາກກາຍກຳນົດແມ່ນຈະໄດ້ຖືກປັບໃໝ. ທັງນີ້, ກໍເພື່ອຮັບປະກັນເຮັດໃຫ້ການຈັດເກັບລາຍຮັບຂອງນະຄອນໄກສອນ ພົມວິຫານ ໃນປີ 2021 ໃຫ້ເປັນຂະບວນການຟົດຟື້ນ ແລະ ສາມາດບັນລຸຕາມໂຕເລກຄາດໝາຍທີ່ວາງໄວ້ ທັງຍັງຖ່ວງທັນກັບກໍານົດເວລາທີ່ທາງຂັ້ນເທິງໄດ້ວາງໄວ້.