11 ແນວທາງບໍລິຫານຮ້ານອາຫານໃຫ້ມີຜົນກຳໄລ

95

ການເຮັດທຸລະກິດຍ່ອມຕ້ອງການຜົນກຳໄລ ເພາະລົງທຶນໄປຫຼາຍແລ້ວກໍຢາກເຮັດໃຫ້ມີຜົນຕອບຮັບດ້ານບວກແນ່ນອນ. ທັງນີ້, ກໍຂຶ້ນກັບການບໍລິຫານຮ້ານອາຫານຂອງຕົນເອງວ່າເຮັດແນວໃດຜົນອອກມາໃຫ້ໄດ້ຮັບຜົນດີ, ໃນມື້ນີ້ຜູ້ຂຽນຈະໄດ້ນຳເອົາ 11 ວິທີການບໍລິຫານຮ້ານອາຫານໃຫ້ມີຜົນກຳໄລດີ.

1. ຕ້ອງຮູ້ກ່ອນວ່າຮ້ານອາຫານເຮົາມີວຽກງານຫຍັງແດ່?

ການຮູ້ວຽກງານຂອງຮ້ານເຮົາວ່າຕ້ອງເຮັດຫຍັງແດ່ ຈະຊ່ວຍໃຫ້ສາມາດບໍລິຫານວຽກງານແຕ່ລະສ່ວນໄດ້ຢ່າງຖືກຕ້ອງ ແລະ ລະອຽດໃນການບໍລິຫານວຽກງານຢ່າງມີປະສິດທິພາບ.

2. ບໍລິຫານພະນັກງານ

ການເຮັດຮ້ານອາຫານເປັນວຽກງານທີ່ເມື່ອຍບໍ່ສາມາດເຮັດຄົນດຽວໄດ້, ຕ້ອງມີພະນັກງານຮອງຮັບການເຮັດວຽກໃນແຕ່ລະໜ້າວຽກ ເຊັ່ນ: ພໍ່ຄົວ, ຜູ້ຊ່ວຍຄົວ, ພະນັກງານເສີບ, ແຄັດເຊຍ, ຜູ້ຈັດການຮ້ານເປັນຕົ້ນ. ດັ່ງນັ້ນ, ຈຳຕ້ອງບໍລິຫານທີມງານເຫຼົ່ານີ້ໃຫ້ເຮັດວຽກເປັນທີມ ແລະ ເຮັດໜ້າທີ່ໃຫ້ດີທີ່ສຸດ.

ในภาพอาจจะมี อาหาร

3. ເຈົ້າຂອງຮ້ານຕ້ອງມີຄວາມຮູ້ດ້ານການບໍລິການຢູ່ຮ້ານອາຫານ.

ຕ້ອງສຶກສາພາບລວມຂອງຮ້ານອາຫານໃຫ້ເຂົ້າໃຈຢ່າງຖ່ອງແທ້ ແລະ ຕ້ອງຮູ້ຈັກບັນຫາເລັກໆນ້ອຍໆ ເພື່ອທີ່ຈະເຂົ້າໃຈເຖິງຄວາມຮູ້ສຶກຂອງພະນັກງານທຸກຄົນ ແລະ ເຂົ້າໃຈເຖິງບັນຫາ, ວິທີການແກ້ໄຂບັນຫາຢ່າງແທ້ຈິງ.

4. ເຂົ້າໃຈພະນັກງານແຕ່ລະຄົນ

ພະນັກງານທຸກຄົນອາດມີສ່ວນເຮັດໃຫ້ຮ້ານອາຫານບໍ່ສາມາດໄດ້ຮັບຜົນກຳໄລດີໄດ້. ສະນັ້ນ, ເຈົ້າຂອງຮ້ານຈະຕ້ອງຮູ້ເຖິງຄວາມສາມາດຂອງແຕ່ລະຄົນ ແລະ ນຳເອົາພອນສະຫວັນຂອງແຕ່ລະຄົນມາໃຊ້, ມີຄວາມກະຕືລືລົ້ນໃນການເຮັດວຽກ ແລະ ຍິ້ມແຍ້ມແຈ່ມໃສໃນເວລາຮັບແຂກທີ່ເຂົ້າມາໃນຮ້ານ.

ในภาพอาจจะมี หนึ่งคนขึ้นไป, โทรศัพท์ และสถานที่ในร่ม

5. ລົດຊາດອາຫານຕ້ອງໄດ້ຮັບມາດຖານ

ອາຫານແຊບລູກຄ້າຈະຕິດໃຈ, ສະນັ້ນການພັດທະນາ ແລະ ເລືອກເຟັ້ນລາຍການອາຫານແມ່ນມີຄວາມຈໍາເປັນ ລວມທັງການສ້າງຄວາມເປັນເອກະລັກດ້ານອາຫານປະຈໍາຮ້ານເພື່ອມັດໃຈຜູ້ໃຊ້ບໍລິການ.

6. ຄວາມສະອາດເປັນສິ່ງທີ່ຂາດບໍ່ໄດ້

ໃນທຸລະກິດຮ້ານອາຫານນັ້ນ ຄວາມສະອາດເປັນສິ່ງສໍາຄັນສະເໝີ ບໍ່ວ່າຈະເປັນຄວາມສະອາດສະຖານທີ່ທັງດ້ານໃນ ແລະ ດ້ານນອກ, ຄວາມສະອາດຂອງວັດຖຸດິບໃນການປຸງແຕ່ງອາຫານ, ຄວາມສະອາດໃນການແຕ່ງກາຍຂອງພະນັກງານ ແລະ ພາຊະນະທີ່ໃຊ້ປະຈໍາຮ້ານເປັນຕົ້ນ.

7. ສ້າງສະຖິຕິ

ໃນການບໍລິຫານໃຫ້ກ້າວໜ້າ, ຈະຕ້ອງຮູ້ຈັກລູກຄ້າຂອງຮ້ານເປັນຢ່າງດີ ວ່າລູກຄ້າແມ່ນກຸ່ມໃດ, ອາຍຸປະມານເທົ່າໃດ, ມັກມາຮ້ານຈັກໂມງ ແລະ ຈະກິນອາຫານປະເພດໃດ? ການບັນທຶກສະຖິຕິເກັບໄວ້ ຫຼື ຈົດຈໍາລູກຄ້າຈະໄດ້ຕົວເລກ ແລະ ນຳມາບໍລິຫານໃນການຈັດການສ່ວນຕ່າງໆໄດ້ດີກວ່າການບໍລິການທົ່ວໆໄປ.

ในภาพอาจจะมี อาหาร

8. ສ້າງບັນຊີລາຍຮັບ – ລາຍຈ່າຍ

ເຖິງແມ່ນວ່າຈະເປັນຮ້ານນ້ອຍ ຫຼື ໃຫຍ່ ກໍມີຄວາມຈຳເປັນຕ້ອງເຮັດບັນຊີລາຍຮັບ – ລາຍຈ່າຍ ເພື່ອຮູ້ເຖິງຜົນກຳໄລ, ການຂາດທຶນຂອງກິດຈະການ ຈະຮູ້ໄດ້ວ່າມີຄ່າໃຊ້ຈ່າຍໃດທີ່ສິ້ນເປືອງໂດຍມີເຫດຜົນຈະໄດ້ປັບຫຼຸດລົງໃນບາງຈຸດທີ່ເປັນບັນຫາທາງດ້ານການເງິນ.

9. ຟັງຄຳຄິດເຫັນເພື່ອການພັດທະນາ

ຄວນເປີດຊ່ອງທາງໃຫ້ລູກຄ້າໄດ້ສະແດງຄວາມຄິດເຫັນ ແນ່ນອນວ່າຕ້ອງມີການຕຳນິ ແລະ ຍ້ອງຍໍ ເຊິ່ງເປັນຜົນສອງດ້ານ ຄຳຕິຊົມຈະເຮັດໃຫ້ລູກຄ້າມີຄວາມໝັ້ນໃຈ ແລະ ຢາກຈະເຂົ້າຮ້ານໃນຄັ້ງຕໍ່ໄປອີກ ເຊິ່ງຄຳຕິຊົມນັ້ນຈະຊ່ວຍໃຫ້ເຮົາມີການພັດທະນາໃນດ້ານນັ້ນຕື່ມອີກ.

ในภาพอาจจะมี อาหาร

10. ໃຊ້ສື່ອອນລາຍໃຫ້ເປັນປະໂຫຍດ

ການໂຄສະນາຮ້ານທາງສື່ອອນລາຍຈະຊ່ວຍໃຫ້ເປັນທີ່ຮູ້ຈັກ ແລະ ມີລູກຄ້າເຂົ້າມາຫຼາຍຂຶ້ນ; ຄວນມີແຜນນໍາສະເໜີຮ້ານຢູ່ສະເໝີ ແລະ ຄວນເຮັດຢ່າງຕໍ່ເນື່ອງອາດຈະແຈ້ງເມນູທີ່ເດັ່ນທີ່ສຸດໃນຮ້ານ ຫຼື ມີວົງດົນຕີທີ່ມ່ວນອອນຊອນມາເສບໃນຮ້ານເປັນໄລຍະ.

11. ນຳເຕັກໂນໂລຊີເຂົ້າຊ່ວຍໃນການບໍລິຫານຈັດການ

ເຮົາຄວນຫາເຕັກໂນໂລຊີເຂົ້າມາຊ່ວຍໃນການບໍລິຫານຈັດການຮ້ານອາຫານຂອງເຮົາ ເພາະຈະຊ່ວຍງ່າຍຂຶ້ນໃນການຮັບສັ່ງ, ການຈັດຂົນສົ່ງ, ການຈ່າຍເງິນ ແລະ ລາຍການຍອດຂາຍ ລວມໄປເຖິງການບໍລິຫານພະນັກງານເປັນຕົ້ນ ພຽງແຕ່ໃຊ້ food solution ຕົວດຽວກໍຕອບໂຈດຮ້ານອາຫານ ຊ່ວຍຈັດການອາຫານໄດ້ຢ່າງງ່າຍດາຍສະດວກສະບາຍຂຶ້ນ ແລະ ກຸ້ມຄ່າ.