ເອັມຊີຟາມ ສາມາດເຂົ້າຫາແຫຼ່ງທຶນດອກເບ້ຍ 3% ຕໍ່ປີ ຂອງ ທສວ

348

ບໍລິສັດ ເອັມຊີຟາມ ຈຳກັດ ຜູ້ດຽວ ເຊິ່ງເປັນຟາມລ້ຽງສັດຕັ້ງຢູ່ບ້ານຫຼັກ 45 ເມືອງປາກຊ່ອງ ແຂວງຈຳປາສັກ ເປັນໜຶ່ງໃນຜູ້ປະກອບກິດຈະການຢູ່ທີ່ແຂວງ ຈໍາປາສັກ ທີ່ສາມາດເຂົ້າເຖິງແຫຼ່ງທຶນດອກເບ້ຍ 3% ຕໍ່ປີ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໂດຍຜ່ານການກູ້ຢືມຈາກທະນາຄານພັດທະນາລາວ.

ທ່ານ ນາງ ວິໄລພອນ ແກ້ວວິລະວັນ ເຈົ້າຂອງກິດຈະການ ໄດ້ເລົ່າໃຫ້ຟັງວ່າ: ໄດ້ເລີ່ມຕົ້ນທຸລະກິດແຕ່ປີ 2016 ໂດຍຈຸດເລີ່ມຕົ້ນຂອງການເຮັດທຸລະກິດນີ້ ແມ່ນຈາກການໄປເບິ່ງຟາມລ້ຽງແບ້ທີ່ໃຫຍ່ຟາມໜຶ່ງຢູ່ບ້ານຫຼັກ 12 ແລ້ວເຫັນວ່າການລ້ຽງແບ້ທີ່ຄົບວົງຈອນຢູ່ແຂວງຈຳປາສັກ ຍັງມີໜ້ອຍຫຼາຍ ແຕ່ຄວາມຕ້ອງການແມ່ນມີສູງ. ສະນັ້ນ, ຈຶ່ງຕັດສິນໃຈເລີ່ມຕົ້ນທຸລະກິດນີ້ ໂດຍພື້ນຖານຄອບຄົວແມ່ນເຮັດສວນປູກກາເຟແຕ່ປີ 1980 ຍ້ອນທຸລະກິດປູກກາເຟມີຄູ່ແຂ່ງຫຼາຍຂຶ້ນ ແລະ ລາຍຮັບບໍ່ໄດ້ດີຄືອະດີດທີ່ຜ່ານມາ ຈຶ່ງຫັນມາເຮັດທຸລະກິດເສີມ ຄື: ຜະລິດສົ້ມໝູ, ໄສ້ກອກ, ໝ້ຳ ຍີ່ຫໍ້ເອັມຊີ ເຊິ່ງເປັນທຸລະກິດທີ່ສ້າງລາຍຮັບສູງສົມຄວນ, ໃນແຕ່ລະມື້ສາມາດຜະລິດສົ້ມໝູໄດ້ 30 ກິໂລ, ຜະລິດໄສ້ກອກ ແລະ ໝ້ຳ ໄດ້ 10 – 20 ກິໂລຕໍ່ມື້.

ในภาพอาจจะมี 7 คน, ผู้คนกำลังยืน

ທ່ານ ນາງ ວິໄລພອນ ໃຫ້ຮູ້ຕື່ມອີກວ່າ: ຫຼັງຈາກພໍມີລາຍໄດ້ ຈຶ່ງລິເລີ່ມທຸລະກິດຟາມ ແບ້, ຜ່ານມາເຄີຍເຂົ້າຮ່ວມກອງປະຊຸມເຜີຍແຜ່ ກ່ຽວກັບບ້ວງສິນເຊື່ອ 200 ຕື້ກີບ ຈາກລັດຖະບານໃນອັດຕາດອກເບ້ຍ 3% ຕໍ່ປີ ທີ່ຈັດໂດຍສະພາການຄ້າ ແລະ ອຸດສາຫະກໍາແຂວງ ຈຶ່ງໄດ້ເຂົ້າຫາທະນາຄານເພື່ອສະເໜີຂໍສິນເຊື່ອບ້ວງນີ້ ເນື່ອງຈາກວ່າທຸລະກິດຂອງຕົນຄົບເງື່ອນໄຂຂອງສິນເຊື່ອ ແຕ່ຍັງຂາດການຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ ເຊິ່ງທາງທະນາຄານໄດ້ໃຫ້ເວລາ 1 ປີ ໃນການເຂົ້າລະບົບການຖືບັນຊີໃຫ້ຖືກຕ້ອງຕາມລະບຽບການບວກໃສ່ການມີລາຍຮັບຫຼາຍທາງ. ສະນັ້ນ, ຈຶ່ງໄດ້ຮັບການອະນຸມັດສິນເຊື່ອຈາກທະນາຄານພັດທະນາລາວ ຈຳນວນ 300 ລ້ານກີບ ເພື່ອເປັນທຶນໝູນວຽນໃນການຂະຫຍາຍຟາມ, ຊື້ພັນສັດ ແລະ ຄ່າໃຊ້ຈ່າຍໃນການລ້ຽງແບ້.

ในภาพอาจจะมี สถานที่กลางแจ้ง

ພາຍຫຼັງທີ່ໄດ້ຮັບເງິນກູ້ມາຂະຫຍາຍທຸລະກິດ ເຮັດໃຫ້ທຸລະກິດ ເອັມຊີຟາມ ມີການຂະຫຍາຍພັນແບ້ເພີ່ມຂຶ້ນ ໄດ້ຊື້ພໍ່ພັນ ແລະ ແມ່ພັນເຂົ້າເພີ່ມຕື່ມ 30 ໂຕ, ສ້າງຄອກແບ້ເພີ່ມອີກ 1 ຫຼັງ ລວມເປັນ 4 ຫຼັງ, ຄອກງົວ 1 ຫຼັງ ລວມເປັນ 2 ຫຼັງ ແລະ ໄດ້ກໍ່ສ້າງເສົາຮົ້ວຕື່ມ, ການລ້ຽງແບ້ແມ່ນລ້ຽງ 5 ເດືອນ ຈຶ່ງສາມາດຂາຍເທື່ອໜຶ່ງ ແລະ ມີລູກຄ້າມາຮັບຊື້ເຖິງຟາມ.

ໃນອະນາຄົດ ທ່ານ ນາງ ວິໄລພອນ ມີແຜນຈະຂະຫຍາຍພັນແບ້ໃຫ້ໄດ້ 500 ໂຕ, ປັດຈຸບັນຟາມມີແບ້ 70 ໂຕ ແລະ ງົວ 14 ໂຕ ໃນເນື້ອທີ່ລ້ຽງສັດ 1 ເຮັກຕາ ແລະ ຍັງມີເນື້ອທີ່ສວນຫຍ້າອີກ 5 ເຮັກຕາ.

ເຖິງວ່າຜູ້ປະກອບກິດຈະການລາຍນີ້ຈະສາມາດເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າແລ້ວ ແຕ່ຍັງຕ້ອງການຄວາມຊ່ວຍເຫຼືອດ້ານວິຊາການ ໂດຍສະເພາະຈາກຂະແໜງກະສິກຳ ກ່ຽວກັບການປ້ອງກັນການລະບາດຂອງພະຍາດປະສຸສັດຕ່າງໆ. ພ້ອມນັ້ນ, ກໍສະເໜີພາກລັດຊ່ວຍຊອກຕະຫຼາດ ແລະ ໂຄສະນາສິນຄ້າຊ່ວຍ.