ສາລະວັນ ກຳນົດ 6 ເປົ້າໝາຍ 17 ແຜນວຽກຈຸດສຸມພັດທະນາເສດຖະກິດ 5 ປີຕໍ່ໜ້າ

235

ແຂວງສາລະວັນ ໄດ້ກຳນົດ 6 ເປົ້າໝາຍ 17 ແຜນວຽກຈຸດສຸມພັດທະນາເສດຖະ  ກິດ – ສັງຄົມ 5 ປີຕໍ່ໜ້າ ໂດຍສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງມີການຂະຫຍາຍຕົວຕໍ່ເນື່ອງ ໂດຍສະເລ່ຍ 7% ຕໍ່ປີຂຶ້ນໄປ ລວມ 5 ປີ ໃຫ້ໄດ້ປະມານ 29.140 ກວ່າຕື້ກີບ.

ທ່ານ ພູທົງ ຄຳມະນີວົງ ຮອງເຈົ້າແຂວງສາລະວັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ VIII ( 2016 – 2020 ) ແລະ ທິດທາງແຜນການພັດທະນາເສດຖະກິດ 5 ປີ ຄັ້ງທີ IX ( 2021 – 2025 ) ຂອງແຂວງສາລະວັນ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ການຂະຫຍາຍຕົວທາງເສດຖະກິດໂດຍສະເລ່ຍ 7%ຕໍ່ປີ ລວມຍອດຜະລິດຕະພັນພາຍໃນ ( GDP ) ບັນລຸໄດ້ 20.595 ຕື້ກີບ, ທຽບໃສ່ 5 ປີກ່ອນເພີ່ມຂຶ້ນ 36,5% ສະເລ່ຍໃສ່ພົນລະເມືອງໄດ້ 9,72 ລ້ານກີບ ຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1.147 ໂດລາສະຫະລັດ.

ເພື່ອສືບຕໍ່ພັດທະນາແຂວງສາລະວັນ ແລະ ເມືອງຕ່າງໆໃນທົ່ວແຂວງ ໃຫ້ຮັ່ງມີຈະເລີນຜາສຸກ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ມີກິນມີໃຊ້ດີຂຶ້ນເປັນກ້າວໆຕາມແນວທາງຂອງພັກ, ສັງຄົມມີຄວາມສາມັກຄີປອງດອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ພ້ອມທັງຜັນຂະຫຍາຍມະຕິ, ແນວທາງຕ່າງໆຂອງ  ພັກ – ລັດວາງອອກໃຫ້ເປັນລາຍລະອຽດ ແລະ ກວ້າງ ຂວາງ. ສະນັ້ນ, ແຜນ 5 ປີຄັ້ງທີ IX ( 2021 – 2025 ) ແມ່ນແຜນສືບຕໍ່ບຸກທະລຸ ແລະ ມີການຫັນປ່ຽນຢ່າງຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍດ້ວຍການເສີມຂະຫຍາຍນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງຢ່າງມີປະສິດທິຜົນ, ພ້ອມທັງພັດທະນາ  ແຂວງໃຫ້ຫຼຸດພົ້ນຈາກຄວາມທຸກຍາກ, ຮັບປະກັນການຜະລິດກະສິກຳສະອາດປອດສານພິດຕາມທິດສີຂຽວ ແລະ ຍືນຍົງ, ພັດທະນາອຸດສາຫະກຳ, ການຄ້າ, ການທ່ອງທ່ຽວຕາມແລວເສດຖະກິດຕາເວັນອອກ – ຕາເວັນຕົກ, ການພັດທະນາຕ້ອງສົມສ່ວນລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ – ສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມຕາມທິດຫັນເປັນສີຂຽວໃຫ້ມີຄຸນນະພາບ ແລະ ຍືນຍົງ.

ດັ່ງນັ້ນ, ທິດທາງແຜນການ 5 ປີຄັ້ງທີ IX ( 2021 – 2025 ) ແຂວງຈຶ່ງໄດ້ກໍານົດເອົາ 6 ເປົ້າໝາຍໃຫຍ່ ແລະ 17 ແຜນວຽກຈຸດສຸມ ຄື: ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງແມ່ນມີ 2 ແຜນວຽກຈຸກສຸມ, ຊັບພະຍາກອນມະນຸດມີຄຸນນະພາບດີຂຶ້ນ ທັງມີ ຄວາມສາມາດນຳໃຊ້ວິທະຍາສາດ – ເຕັກໂນໂລຊີ ແລະ ພູມປັນຍາເພື່ອສົ່ງເສີມການຜະລິດ – ການບໍລິການໃຫ້ຫຼາກຫຼາຍມີມູນຄ່າເພີ່ມສູງຂຶ້ນ ມີ 3 ແຜນວຽກຈຸດສຸມ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກລະດັບດີຂຶ້ນເທື່ອລະກ້າວ ມີ 5 ແຜນວຽກຈຸດສຸມ, ພັດທະນາໄປຕາມທິດສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ ແມ່ນມີ 2 ແຜນວຽກຈຸດສຸມ, ເປົ້າໝາຍທີ 5 ເຊື່ອມໂຍງ ແລະ ເຊື່ອມຈອດພາຍໃນກັບພາກພື້ນ ແລະ ສາກົນ ໃຫ້ມີ ຄວາມເຂັ້ມແຂງ ແລະ ທັນສະໄໝ ມີ 2 ແຜນວຽກຈຸດສຸມ ແລະ ເປົ້າໝາຍທີ 6 ການຄຸ້ມຄອງບໍລິຫານລັດມີປະສິດທິພາບ ແລະ ສັງຄົມໄດ້ຮັບການປົກປ້ອງຢ່າງມີຄວາມສັກສິດຕາມທິດການຄຸ້ມຄອງລັດດ້ວຍກົດໝາຍ ມີ 3 ແຜນວຽກຈຸດສຸມ.

ການເຕີບໂຕຂອງເສດຖະກິດໃນ 5 ປີຕໍ່ໜ້າ ຄັ້ງທີ IX ( 2021 – 2025 ) ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ ໂດຍສະເລ່ຍ 7%ຕໍ່ປີ ຂຶ້ນໄປສ້າງມູນຄ່າເພີ່ມຕາມລາຄາໃນປີ ( ລວມ 5 ປີ ) ໃຫ້ໄດ້ປະມານ 29.140 ຕື້ກວ່າກີບ, ໃນນັ້ນກະສິກຳ – ປ່າໄມ້ ເພີ່ມຂຶ້ນໂດຍສະເລ່ຍ 3,5% ກວມເອົາ 38,3% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນໂດຍສະເລ່ຍ 10,1% ກວມເອົາ 26,4% ຂອງ GDP ແລະ ຂະແໜງບໍລິການ ເພີ່ມຂຶ້ນໂດຍສະເລ່ຍ 9,4% ກວມເອົາ 35,3% ຂອງ GDP ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຄົນ 12 ລ້ານກີບຂຶ້ນໄປ.

ດ້ານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຮອດປີ 2025 ອັດຕາສ່ວນຄອບຄົວທຸກຍາກໃຫ້ຍັງເຫຼືອຕໍ່າກວ່າ 3% ຂອງຄອບຄົວທັງໝົດ, ອັດຕາ ຄວາມທຸກຍາກຂອງບ້ານໃຫ້ກວມປະມານ 3 – 4% ຂອງຈໍານວນບ້ານທັງໝົດ ແລະ ສ້າງບ້ານພັດທະນາໃຫ້ໄດ້ຫຼາຍກວ່າ 80% ຂອງຈຳນວນບ້ານທັງໝົດ, ສ້າງບ້ານໃຫຍ່ ຫຼື ບ້ານທີ່ເປັນຈຸດສຸມໃຈກາງເສດຖະກິດໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໃຫ້ໄດ້ 2 – 3 ຈຸດ, ພ້ອມທັງລຶບລ້າງເມືອງທີ່ຍັງທຸກຍາກໃຫ້ໄດ້ 1 ເມືອງ.