ML31 ຕານ້ອຍ ພິມມະສອນ ຈາກນັກກີລາບານສົ່ງທີມມຊ ຂຶ້ນສູ່ເວທີປະກວດນາງສາວລາວ 2020 ຄວ້າຕຳແໜ່ງຮອງອັນດັບ2 ໄປຄອງ

383

ML31 ພິມມະສອນ ວໍລະສັກ ສາວງາມຈາກແຂວງ ໄຊຍະບູລີ ໄດ້ຮັບຕຳແໜ່ງຮອງອັນດັບ2 ນາງສາວລາວ2020

ພິມມະສອນ ວໍລະສັກ(ຕານ້ອຍ) ເປັນສາວງາມຈາກ ເເຂວງໄຊຍະບູລີອາຍຸ 21 ປີ ກຳລັງສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາການຕະຫຼາດ ປີທີ 4 (ປະລິນຍາຕີ) ແລະ ກຳລັງສຶກສາຢູ່ທີ່ ວິທະຍາໄລ ໂລໂກສ ສາຂາ ພາສາອັງກິດທົ່ວໄປ ປີທີ 2 (ຊັ້ນສູງ).

.

.

.

ບອກເລີຍວ່າຄົນນີ້ສາຍກິລາ ແຕ່ຂໍມາຂຶ້ນເມທີນາງງາມຄັ້ງທຳອິດ ເວທີທຳອິດອີກໜຶ່ງບົດບາດທີ່ໃຜກໍບໍ່ເຄີຍເຫັນມາກ່ອນ ເພາະສາວ ຕານ້ອຍ ເປັນຫົວໜ້າທີມ ນັກກີລາບານສົ່ງມະຫາວິທະຍາໄລເເຫ່ງຊາດ

.

.

ຕານ້ອຍ ໄດ້ໃຫ້ສຳພາດກັບທີມຂ່າວພວກເຮົາກ່ອນໜ້ານີ້ວ່າ: ຢາກລອງປະກວດນາງງາມ ເວທີອັນຊົງກຽດນີ້ເບິ່ງ ວ່າຕົນເອງຈະເຮັດໄດ້ດີຊ່ຳໃດ ເພາະກຽມຄວາມພ້ອມມາເຕັມ ພ້ອມຄວາມຮູ້ ຄວາມສາມາດໃນການປະກວດ ເຖິງເວທີນີ້ເປັນເວທີທໍາອິດໃນຊີວິດ ແລະ ເປັນຄັ້ງທໍາອິດທີ່ຢຽບສູ່ເສັ້ນທາງເກີບສົ້ນສູງກໍຕາມ (ຍິ້ມ)

.

.

.

.

.