ແຂວງເຊກອງ ມີແຫຼ່ງທ່ອງທ່ຽວ 38 ແຫ່ງ ລໍໃຫ້ທ່ານໄປສຳຜັດ

1107

ທົ່ວແຂວງເຊກອງ ມີແຫຼ່ງທ່ອງທ່ຽວທັງໝົດ 38 ແຫ່ງ, ໃນນັ້ນທາງທຳມະຊາດ 20 ແຫ່ງ, ວັດທະນະທຳ 6 ແຫ່ງ, ປະຫວັດສາດ 9 ແຫ່ງ, ກະສິກຳ 3 ແຫ່ງ; 9 ເດືອນ ປີ 2020 ມີນັກທ່ອງທ່ຽວເຂົ້າມາ 23.000 ກວ່າຄົນ ເຊິ່ງສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນແມ່ນທ່າແຕງຟາມ – ຣີສອດ, ຕໍ່ມາແມ່ນສວນກາເຟ ແລະ ຣີສອດ ສີນຸກ.

ທ່ານ ຈັນໄທ ຄຳມະນີວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ແຂວງ   ເຊກອງ ໄດ້ໃຫ້ສຳພາດວ່າ: ແຂວງເຊກອງ ມີແຫຼ່ງທ່ອງທ່ຽວທີ່ມີຄວາມຫຼາກຫຼາຍ  ເຊັ່ນ: ທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ ລວມທັງໝົດ 38 ແຫ່ງ. ໃນນີ້, ແຫຼ່ງທ່ອງທ່ຽວທາງທຳມະຊາດ 20 ແຫ່ງ, ວັດທະນະທຳ 6 ແຫ່ງ, ປະຫວັດສາດ 9 ແຫ່ງ, ໃນນີ້ມີແຫຼ່ງທ່ອງທ່ຽວກະສິກຳ 3 ແຫ່ງ ແຕ່ວ່າແຫຼ່ງທ່ອງທ່ຽວທີ່ພວກເຮົາຖືວ່າໄດ້ຂຸດຄົ້ນ ຫຼື ນຳໃຊ້ໄດ້ 6 ແຫ່ງ.

ໃນປີ 2020 ນີ້ ພວກເຮົາຕັ້ງເປົ້າໄວ້ແມ່ນດຶງດູດນັກທ່ອງທ່ຽວໃຫ້ໄດ້ 80.000 ຄົນ ແຕ່ປີ 2020 ນີ້ ໃນທົ່ວໂລກກໍຄືປະເທດພວກເຮົາ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຕົວເລກນັກທ່ອງທ່ຽວຫຼຸດລົງ; ຕາມການສະຫຼຸບ 6 ເດືອນນີ້ ພວກເຮົາໄດ້ຕົວເລກພຽງ 20 ກວ່າພັນຄົນ ໃນ 9 ເດືອນ ຍັບຂຶ້ນມາໜ້ອຍໜຶ່ງເປັນ 23.000 ກວ່າຄົນ.

ພາຍຫຼັງການລະບາດຂອງພະຍາດໂຄວິດ – 19 ຂະແໜງການທ່ອງທ່ຽວພວກເຮົາ ກໍໄດ້ສຸມໃສ່ໃນການກະຕຸ້ນການທ່ອງທ່ຽວ ໂດຍສະເພາະດຶງດູດຜູ້ປະກອບການທຸລະກິດທັງພາຍໃນແລະ ຕ່າງປະເທດ ແຕ່ຫຼັກໆແມ່ນພວກເຮົາດຶງດູດທາງພາຍໃນ, ສົ່ງເສີມການທ່ອງທ່ຽວ ເອົາຄົນລາວທ່ຽວລາວ, ທ່ານ ຈັນໄທ ຄຳມະນີວົງ ກ່າວ.

ສະເພາະສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນຢູ່ແຂວງເຊກອງ ມີ: ເມືອງທ່າແຕງ ທີ່ເປັນເມືອງທາງຜ່ານໃນ 3 – 4 ແຂວງພາກໃຕ້ ( ຈຳປາສັກ, ສາລະວັນ, ອັດຕະປື ) ທ່ານໃດໄປ – ມາກໍແມ່ນຕ້ອງໄດ້ໄປແວ່ທ່າແຕງຟາມ ແລະ ຣີສອດ ສີນຸກ. ສ່ວນການທ່ອງທ່ຽວທາງດ້ານວັດທະນະທຳແມ່ນມີຢູ່ບ້ານກັນດອນ, ບ້ານຄຸມໃຕ້.

ສ່ວນອາຫານທີ່ເປັນເອກະລັກຂອງແຂວງເຊກອງ ປະກອບມີ: ອາຫານປະເພດຫຼາມ, ລາບຍວກ, ຍຳໝາກແຕງ, ເຂົ້າແປະ ເປັນເຂົ້າປຽກທີ່ເພິ່ນເອົາໄປເຮັດບົດມຸ່ນໆແລ້ວມາຕົ້ມຈົນເປື່ອຍ. ນອກນີ້, ກໍມີພາເຂົ້າໂດຍສານທີ່ເປັນເອກະລັກຂອງເມືອງກະລຶມ ພາເຂົ້າໂດຍສານນີ້ແມ່ນເພິ່ນຈະມີຕົ້ມໄກ່, ມີເຫຼົ້າ, ມີພືດຕ່າງໆ ທີ່ມີຂອງແຕ່ລະທ້ອງຖິ່ນໃນແຕ່ລະໄລຍະ ໂດຍສະເພາະ ມັນຕົ້ນ, ມັນດ້າງ, ກ້ວຍ…

ຄຳຂວັນແຂວງເຊກອງ ແມ່ນ“ ເອກະລັກເຜົ່າ ເສົາຫຼັກເມືອງ ດິນແດນເຮືອງ ກາເຟໝາກແໜ່່ງ ແຫຼ່ງພະລັງນ້ຳ ດິນແດນດົກແຮ່ທາດ ມີຂ້ອງມະຫາຕີວົງ ສົ່ງສຽງແຄນ ແດນວິລະຊົນ ”