ອັງກິດ ອະນຸມັດນຳໃຊ້ວັກແຊັງປ້ອງກັນໂຄວິດໃຫ້ແກ່ປະຊາຊົນ

180

ບີບີຊີ ລາຍງານວ່າ: ອັງກິດ ໄດ້ອະນຸມັດໃຫ້ນຳໃຊ້ວັກແຊັງປ້ອງກັນໂຄວິດ – 19 ໃຫ້ແກ່ປະຊາຊົນທົ່ວໄປ ໂດຍວັກແຊັງດັ່ງກ່າວເປັນຂອງບໍລິສັດໄຟເຊີ ແລະ ໄບໂອເອັນເທັກ ( Pfizer/BioNTech ) ເປັນຜູ້ພັດທະນາ ເຊິ່ງລັດຖະບານອັງກິດ ໄດ້ສັ່ງຊື້ວັກແຊັງດັ່ງກ່າວແລ້ວ ຈຳນວນ 40 ລ້ານໂດສ ເພື່ອນຳມາສັກໃຫ້ປະຊາຊົນ ຈຳນວນ 20 ລ້ານຄົນ.

ລາຍງານຂ່າວລະບຸວ່າ: ລັດຖະບານອັງກິດ ໄດ້ສັ່ງຊື້ວັກແຊັງດັ່ງກ່າວໄວ້ລ່ວງໜ້າແລ້ວ ຈຳນວນ 40 ລ້ານໂດສ ແຕ່ທຳອິດຈະໄດ້ວັກແຊັງ 10 ລ້ານໂດສກ່ອນ ເພື່ອນຳມາສັກໃຫ້ກຸ່ມຄົນສ່ຽງຕໍ່ການຕິດເຊື້ອ ເຊັ່ນ: ເຈົ້າໜ້າທີ່ເບິ່ງແຍງເຮືອນພັກຄົນຊະລາ, ບຸກຄະລາກອນທາງການແພດ, ຜູ້ມີພະຍາດປະຈຳຕົວກ່ອນ.

ວັກແຊັງດັ່ງກ່າວເປັນວັກແຊັງທີ່ພັດທະນາໄດ້ໄວທີ່ສຸດ ພຽງແຕ່ 10 ເດືອນເທົ່ານັ້ນ ໂດຍຜ່ານແຕ່ລະຂັ້ນຕອນ ເຊິ່ງປົກກະຕິແລ້ວການພັດທະນາວັກແຊັງໃຊ້ເວລາຫຼາຍປີ ຈຶ່ງນຳໃຊ້ກັບມະນຸດໄດ້. ທັງນີ້, ວັກແຊັງດັ່ງກ່າວຖືກພັດທະນາຂຶ້ນດ້ວຍວິທີທີ່ເອີ້ນວ່າ “ mRNA ” ໂດຍໃຊ້ລະຫັດພັນທຸກຳຂອງເຊື້ອໄວຣັສໂຄວິດ – 19 ບາງສ່ວນມາສີດເຂົ້າສູ່ຮ່າງກາຍຂອງຄົນ ເພື່ອໃຫ້ຮຽນຮູ້ໃນການສ້າງພູມຄຸ້ມກັນ ເພື່ອຕໍ່ສູ້ກັບເຊື້ອໄວຣັສດັ່ງກ່າວໄດ້.

ວັກແຊັງທີ່ພັດທະນາດ້ວຍ mRNA ບໍ່ເຄີຍໄດ້ຮັບການອະນຸມັດໃຫ້ໃຊ້ກັບມະນຸດມາກ່ອນ ແຕ່ວັກແຊັງປ້ອງກັນໂຄວິດ – 19 ທີ່ພັດທະນາຂຶ້ນນີ້ ໄດ້ທົດລອງທາງຄລີນິກກັບມະນຸດມາແລ້ວ ໂດຍມີອາສາສະໝັກຫຼາຍໝື່ນຄົນເຂົ້າຮ່ວມ ກ່ອນຈະຂໍອະນຸມັດນຳໃຊ້ແບບສຸກເສີນ.

ແນວໃດກໍຕາມ, ວັກແຊັງດັ່ງກ່າວນີ້ຍັງມີຄວາມທ້າທາຍໃນການເກັບຮັກສາ ເພາະຕ້ອງເກັບໃນອຸນຫະພູມຕ່ຳກວ່າ -70 ອົງສາ, ສ່ວນການຂົນສົ່ງຕ້ອງໄດ້ໃສ່ກ່ອງນ້ຳກ້ອນແຫ້ງ ແລະ ເກັບໄວ້ໃນຕູ້ເຢັນໄດ້ພຽງແຕ່ 5 ວັນເທົ່ານັ້ນ.