ສະມາຄົມຂົນສົ່ງທາງອາກາດ ຄາດສາຍການບິນທົ່ວໂລກຈະຂາດທຶນ 157 ຕື້ໂດລາ

253

ສະມາຄົມຂົນສົ່ງທາງອາກາດ ( IATA ) ໄດ້ຄາດຄະເນທ່າອ່ຽງຂອງອຸດສາຫະກຳການບິນ ຫຼັງຈາກທີ່ເກີດການລະບາດຂອງພະຍາດໂຄ   ວິດ – 19 ຮອບໃໝ່ ວ່າສາຍການບິນທົ່ວໂລກຈະຂາດທຶນລວມປະມານ 157 ຕື້ໂດລາໃນປີນີ້ ແລະ ປີໜ້າ ໂດຍປີ 2020 ຄາດວ່າຈະຂາດທຶນປະມານ 118 ຕື້ໂດລາ ແລະ ຄາດວ່າປີໜ້າຈະຂາດທຶນ 38,7 ຕື້ໂດລາ ເຊິ່ງເພີ່ມຂຶ້ນຈາກການຄາດຄະເນໃນເດືອນມິຖຸນາຜ່ານມາ ທີ່ຄາດວ່າຈະຂາດທຶນປະມານ 100 ຕື້ໂດລາ ສຳລັບປີນີ້ ແລະ ປີໜ້າ.

IATA ປະເມີນວ່າຈຳນວນຜູ້ໂດຍສານຈະຫຼຸດລົງ ປະມານ 1.800 ລ້ານຄົນໃນປີນີ້, ຈາກລະດັບ 4.500 ລ້ານຄົນໃນປີຜ່ານມາ ແລະ ຈະເພີ່ມຂຶ້ນເປັນ 2.800 ລ້ານຄົນໃນປີໜ້າ, ໃນຂະນະທີ່ລາຍໄດ້ຈາກຜູ້ໂດຍສານ ໃນປີ 2020 ຈະຫຼຸດລົງຢ່າງໜ້ອຍ 69% ຢູ່ທີ່ລະດັບ 191 ຕື້ໂດລາສະຫະລັດ.

ແນວໃດກໍຕາມ, ຕົວເລກດັ່ງກ່າວຕັ້ງຢູ່ບົນພື້ນຖານຂອງການຄາດການທີ່ວ່າ ໃນກາງປີໜ້າບັນດາປະເທດທົ່ວໂລກຈະເປີດດ່ານ ເຊິ່ງອາດເຮັດໃຫ້ຜູ້ຄົນເດີນທາງໄປ – ມາລະຫວ່າງປະເທດເພີ່ມຂຶ້ນ ເນື່ອງຈາກຄວາມຄືບໜ້າຂອງການພັດທະນາວັກແຊັງ ແລະ ການກວດຫາເຊື້ອໂຄວິດໄວຂຶ້ນ, ກວ້າງຂຶ້ນ. ນອກຈາກນີ້ IATA ຍັງຮຽກຮ້ອງໃຫ້ບັນດາປະເທດຢຸດຕິມາດຕະການຈຳກັດບໍລິເວນຂອງນັກທ່ອງທ່ຽວ ຫຼື ຫ້າມເດີນທາງ ມາເປັນການກວດຫາເຊື້ອໂຄວິດ – 19 ເພີ່ມຂຶ້ນແທນ.