ຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ອີກໜຶ່ງທາງເລືອກຂອງການປະກອບອາຊີບ

314

ມື້ນີ້ເຮົາມີສິ່ງດີໆມາແບ່ງປັນໃຫ້ກັບທຸກໆທ່ານ ເປັນເລື່ອງທີ່ໃຫ້ແຮງບັນດານໃຈໃຫ້ແກ່ໃຜຫຼາຍໆຄົນທີ່ຈະຊ່ວຍໃຫ້ທ່ານບໍ່ທໍ້ຖອຍກັບອຸປະສັກເຂົ້າມາ ແລະ ສາມາດຜ່ານຜ່າອຸປະສັກເຫຼົ່ານັ້ນໄປໄດ້.

ເລື່ອງລາວຂອງ ຈິດປະສົງ ເສັງວິໄຊ ປັດຈຸບັນເຮັດວຽກເປັນຫົວໜ້າບໍລິການປະຈໍາຢູ່ໂຮງແຮມຄຣາວ ພລາຊາວຽງຈັນ ທີ່ເບິ່ງແຍງລູກຄ້າ ແລະ ຝຶກອົບຮົມໃຫ້ກັບພະນັກງານທີ່ເຂົ້າມາໃໝ່.ຫຼັງຈາກທີ່ຮຽນຈົບຊັ້ນມັດທະຍົມຕອນປາຍ ຈິດປະສົງ ກໍໄດ້ເຂົ້າຮຽນທີ່ວິທະຍາໄລເຕັກນິກປາກປ່າສັກ ໃນສາຍໂຮງແຮມ ແລະ ທ່ອງທ່ຽວ.

ຫຼັງຈາກທີ່ຮຽນໃກ້ຈະຈົບປີ 1 ກໍມີຄວາມຄິດທີ່ບໍ່ຢາກຈະເພິ່ງພາພໍ່ແມ່ ຈຶ່ງໄດ້ເຮັດວຽກເສີມເປັນພະນັກງານຂາຍເສື້ອຜ້າຢູ່ແຖວແຄມຂອງ. ພາຍຫຼັງທີ່ຮຽນຈົບຢູ່ປາກປ່າສັກ ໃນປີ 2012 ກໍໄດ້ຮຽນຕໍ່ໃນລະດັບປະລິນຍາຕີ, ໃນໄລຍະທີ່ຮຽນຢູ່ຈຶ່ງໄດ້ຊວນໝູ່ຮ່ວມກັນເຮັດອາຫານຂາຍ ແລະ ໃຊ້ເວລາວ່າງຫາເງິນສົ່ງຕົນເອງຮຽນ ເພື່ອບໍ່ໃຫ້ລໍາບາກພໍ່ແມ່.

ຈິດປະສົງ ເປັນຄົນທີ່ບໍ່ມັກທີ່ຈະຢຸດຢູ່ບ່ອນເກົ່າ ພະຍາຍາມປັບຕົນເອງໃຫ້ພັດທະນາຢູ່ສະເໜີ, ການທີ່ໄດ້ຮຽນໃນຂະແໜງການທ່ອງທ່ຽວສໍາລັບ ຈິດປະສົງ ແລ້ວຖືເປັນຂໍ້ໄດ້ປຽບຢ່າງໜຶ່ງທີ່ກຽມພ້ອມກ່ອນຈະອອກໄປຮັບໃຊ້ສັງຄົມ, ຈາກທີ່ເປັນຄົນພໍ່ແມ່ບໍ່ເຂົ້າໃຈໃນວຽກການບໍລິການ ຈິດປະສົງ ຈຶ່ງສູ້ຊົນເຮັດໃຫ້ພໍ່ແມ່ເຫັນວ່າການໃຫ້ບໍລິການກໍເປັນວຽກທີ່ສໍາຄັນ ແລະ ຊ່ວຍສ້າງລາຍໄດ້ໃຫ້ຕົນເອງ, ວຽກບໍລິການກໍເປັນວຽກໜຶ່ງທີ່ສໍາຄັນທີ່ເຮັດໃຫ້ແຂກເກີດຄວາມປະທັບໃຈ ແລະ ຈິດປະສົງ ຍັງໄດ້ຖືກຮັບເຊີນໄປເປັນຜູ້ບັນຍາຍໃຫ້ຄວາມຮູ້ແບ່ງປັນປະສົບການໃຫ້ກັບນ້ອງໆທີ່ກໍາລັງສຶກສາໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ.

ສິ່ງເຮັດໃຫ້ຕົວຂອງລາວກ້າວມາເຖິງຈຸດນີ້ໄດ້ ກໍມີຫຼາຍປັດໄຈແຕ່ຫຼັກໆກໍຄືລາວມີເປົ້າໝາຍ ແລະ ຄ່ອຍເສີມທັກສະ ເພື່ອເຮັດໃຫ້ຕົນເອງກ້າວໜ້າຕໍ່ໄປ ແລະ ເພື່ອບໍ່ຢຸດທີ່ຈະພັດທະນາຕົນເອງ; ໃນອະນາຄົດລາວເອງກໍຢາກເປັນຫົວໜ້າຝ່າຍຕ້ອນຮັບ ແລະ ພ້ອມທີ່ຈະຮຽນຮູ້ອີກຫຼາຍໆຢ່າງໃນອະນາຄົດ.

ໃນອີກບໍ່ດົນຕໍ່ໜ້ານີ້ການທ່ອງທ່ຽວຈະກັບຄືນມາຄຶກຄື້ນອີກຄັ້ງໜຶ່ງ, ທຸລະກິດການທ່ອງທ່ຽວ ແລະ ການໂຮງແຮມ ຈະໄດ້ຮັບຄວາມນິຍົມ ແລະ ໄດ້ຮັບການຟື້ນຟູ ພ້ອມທັງຕ້ອງການບຸກຄະລາກອນເປັນຈໍານວນຫຼາຍ ເພື່ອຮັບໃຊ້ເຂົ້າໃນການໃຫ້ບໍລິການແກ່ນັກທ່ອງທ່ຽວ, ຕັດສິນໃຈຮຽນຕອນນີ້ ເພື່ອກຽມພ້ອມຮັບຄວາມຕ້ອງການຂອງຕະຫຼາດແຮງງານໃນອະນາຄົດ, ຍິ່ງໃນຕອນນີ້ມີໂຄງການ “ ລາວທ່ຽວລາວ ” ຍິ່ງຊ່ວຍກະຕຸ້ນການທ່ອງທ່ຽວພາຍໃນໃຫ້ກັບມາຄຶກຄັກຍິ່ງກວ່າເກົ່າ.

ຖ້າຫາກນ້ອງໆຄົນໃດມີຄວາມສົນໃຈຮຽນໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມ ທ່ານສາມາດເຂົ້າໄປທີ່ Facebook Page: “ ເຈົ້າພາບທີ່ດີ ເປັນໜ້າທີ່ຂອງເຮົາ ” ຫຼື www.thlaos.edu.la ເຊິ່ງຮວບຮວມບັນດາຂໍ້ມູນ – ຂ່າວສານກ່ຽວກັບການຮຽນ ແລະ ການເຮັດວຽກໃນຂະແໜງການທ່ອງທ່ຽວ ແລະ ການໂຮງແຮມໃນລະດັບອາຊີວະສຶກສາຢູ່ຂອບເຂດທົ່ວປະເທດ.