WHO ຊີ້ ວັກແຊັງຈະຊ່ວຍກຳຈັດໂຄວິດ – 19 ໃຫ້ໝົດຈາກໂລກນີ້

151

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ດຣ. ທີໂດຣສ ອັກຮານອມ ກິບຣີເຢຊຸດ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ( WHO ) ກ່າວວ່າ: ຄວາມຄືບໜ້າຂອງການພັດທະນາວັກແຊັງປ້ອງກັນໂຄວິດ – 19 ຂອງຫຼາຍບໍລິສັດ ໄດ້ກາຍເປັນຄວາມຫວັງຂອງມວນມະນຸດໂລກ ແລະ ວັກແຊັງດັ່ງກ່າວນີ້ອາດຊ່ວຍກຳຈັດພະຍາດໂຄວິດ – 19 ໃຫ້ໝົດໄປຈາກໂລກນີ້ບໍ່ໄວກໍຊ້າ.

ການສະແດງຄວາມເຫັນຂອງຜູ້ອຳນວຍການອົງການອະນາໄມໂລກມີຂຶ້ນ ຫຼັງຈາກທີ່ບໍລິສັດແອັສຕຣາເຊເນກາ ເຊິ່ງເປັນຜູ້ພັດທະນາວັກແຊັງປ້ອງກັນໂຄວິດ – 19 ຮ່ວມກັບມະຫາວິທະຍາໄລອັອກຟອດ ອອກມາປະກາດວ່າການທົດລອງວັກແຊັງປ້ອງກັນໂຄວິດ – 19 ມີປະສິດທິພາບເຖິງ 90% ເຊິ່ງກ່ອນໜ້ານີ້ບໍລິສັດໄຟເຊີ ໄດ້ອອກມາປະກາດຜົນສຳເລັດຂອງການທົດລອງວັກແຊັງປ້ອງກັນໂຄວິດ – 19 ມີປະສິດທິພາບສູງເຖິງ 95% ແລະ ບໍລິສັດໂມເດີນາ ປະກາດວ່າວັກແຊັງຂອງພວກເຂົາພັດທະນາມີປະສິດທິພາບສູງເຖິງ 94,5%.

ທ່ານ ດຣ. ທີໂດຣສ ກ່າວອີກວ່າ: ຜົນສຳເລັດຂອງການຄົ້ນຄວ້າທາງວິທະຍາສາດດັ່ງກ່າວນີ້ ມີຄວາມສຳຄັນເປັນຢ່າງຍິ່ງໃນປະຫວັດສາດ ແລະ ບໍ່ເຄີຍມີວັກແຊັງຊະນິດໃດທີ່ສາມາດພັດທະນາໄດ້ໄວຂະໜາດນີ້ມາກ່ອນ, ນັ້ນກໍສະແດງໃຫ້ເຫັນວ່ານັກວິທະຍາສາດໄດ້ສ້າງມາດຖານໃໝ່ໃນການພັດທະນາວັກແຊັງ. ພ້ອມລະບຸວ່າປະຊາຄົມໂລກຈຳເປັນຕ້ອງສ້າງມາດຕະຖານໃໝ່ໃນການເຂົ້າເຖິງວັກແຊັງ ແລະ ຈຳເປັນຕ້ອງຈັດສັນງົບປະມານໃໝ່ຢ່າງໜ້ອຍ 4,3 ຕື້ໂດລາສະຫະລັດ ເພື່ອຈັດຊື້ ແລະ ຈັດສົ່ງວັກແຊັງ, ການກວດຫາເຊື້ອ ແລະ ການປິ່ນປົວ ແລະ ໃນປີ 2021 ຈຳເປັນຕ້ອງໃຊ້ເງິນໃນພາລະກິດດັ່ງກ່າວອີກປະມານ 23,8 ຕື້ໂດລາສະຫະລັດ.