ກອງປະຊຸມໃຫຍ່ ອົງຄະນະພັກແຂວງສະຫວັນນະເຂດ ໄຂຂຶ້ນຢ່າງເປັນທາງການ

244

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງສະຫວັນນະເຂດ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 20 ພະຈິກ 2020 ທີ່ ຫໍວັດທະນະທຳ ໄກສອນ ພົມວິຫານ, ໂດຍການເປັນປະທານ ຂອງສະຫາຍ ສັນຕິພາບ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ແລະ ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ຜູ້ຕາງ ຄະນະກວດກາສູນກາງພັກ; ມີຜູ້ແທນສົມບູນ ຈຳນວນ 455 ສະຫາຍ, ຍິງ 79 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ໃນທົ່ວແຂວງ ຈຳນວນ 29.075 ສະຫາຍ, ຍິງ 6.810 ສະຫາຍ, ພ້ອມດ້ວຍ ແຂກຖືກເຊີນ ເຂົ້າຮ່ວມ.


ພາຍຫຼັງ ສະຫາຍ ສັນຕິພາບ ພົມວິຫານ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ສະຫາຍໄດ້ຜ່ານຮ່າງລາຍງານການເມືອງ, ຊຶ່ງພາກທຳອິດ ແມ່ນການຕີລາຄາໝາກຜົນ ຂອງການຈັດຕັັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ເຫັນວ່າ: ພາຍໃຕ້ການນຳພາອັນສະຫຼາດ, ສ່ອງໃສຂອງພັກ-ລັດຖະບານ ບວກກັບຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມຕັດສິນໃຈ, ຄວາມຮັບຜິດຊອບສູງຂອງຄະນະພັກ, ອົງການປົກຄອງແຂວງ, ບັນດາສະຫາຍສະມາຊິກພັກ-ພະນັກງານ ແລະ ຄວາມເປັນເຈົ້າການຂອງປະຊາຊົນບັນດາເຜົ່າ ໄດ້ເຮັດໃຫ້ທົ່ວແຂວງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ເສດຖະກິດພັດທະນາກ້າວຂຶ້ນ ດ້ວຍທ່ວງທ່າທີ່ໝັ້ນທ່ຽງ; ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ການນໍາພາ ຂອງພັກ-ລັດ ກໍ່ຄືຂອງອົງຄະນະພັກແຂວງ; ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງຍົກສູງຂຶ້ນເປັນກ້າວໆ; ຖັນແຖວສະມາຊິກພັກ-ພະນັກງານ-ລັດຖະກອນ ແລະ ກຳລັງປະກອບອາວຸດ ໄດ້ຮັບການບໍາລຸງສ້າງທາງດ້ານທິດສະດີ-ວິຊາສະເພາະ ແລະ ຜ່ານໃນຂະບວນການວຽກງານຕົວຈິງ ເປັນຈໍານວນຫຼວງຫຼາຍ.

ໝາກຜົນຂອງການຈັດຕັ້ງປະຕິບັດ ບັນດາຄາດໝາຍ ຂອງມະຕິກອງປະຊຸມໃຫຍ່ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄລຍະ 5 ປີຜ່ານມາ ເສດຖະກິດຂະຫຍາຍຕົວ ສະເລ່ຍ 8,53% ຕໍ່ປີ, ລາຍຮັບສະເລ່ຍໃສ່ຫົວຄົນ ໄດ້ 2.136 ໂດລາສະຫະລັດ, ສາມາດລະດົມທຶນໃນທົ່ວສັງຄົມ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ທັງໝົດ 36.286 ຕື້ກີບ, ກວມ 41% ຂອງ GDP ທຽບໃສ່ 5 ປີ ຜ່ານມາ ເພີ່ມຂຶ້ນ 1,07%.

ຄອບຄົວພົ້ນທຸກ ເພີ່ມຂຶ້ນ 3,4%, ກວມ 96% ຂອງຄອບຄົວທົ່ວແຂວງ ແລະ ບ້ານພົ້ນທຸກ ເພີ່ມຂຶ້ນ 7,3%, ກວມເອົາ 91% ຂອງບ້ານທົ່ວແຂວງ; ອັດຕາເຂົ້າຮຽນ ຂອງເດັກອາຍຸ 5 ປີ ບັນລຸໄດ້ 77,3%, ອັດຕາການຮູ້ໜັງສື ກຸ່ມອາຍຸ 15 ປີຂຶ້ນໄປ ກວມ 95%, ການເຂົ້າຮ່ວມຫັດກາຍ ແລະ ການຫຼິ້ນກິລາກາຍຍະກໍາ ບັນລຸໄດ້ 30%, ອັດຕາເຂົ້າຮຽນຊັ້ນມັດທະຍົມຕົ້ນ ກວມ 77,7%, ອັດຕາການຮູ້ໜັງສື ໃນເກນອາຍຸ ກວມ 97,2%; ອັດຕາການຕາຍຂອງເດັກລຸ່ມ 5 ປີ ປະຕິບັດໄດ້ 10/1.000 ເດັກເກີດມີຊີວິດ (ຄາດໝາຍ 20/1.000); ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ ປະຕິບັດໄດ້ 10/1.000 (ຄາດໝາຍ 20/1.000), ອັດຕາການຊົມໃຊ້ວິດຖ່າຍຄອບຄົວ ປະຕິບັດໄດ້ 75,2% (ຄາດໝາຍ 75%); ສ້າງບ້ານວັດທະນະທໍາໄດ້ 800 ບ້ານ, ເພີ່ມຂຶ້ນ 45%, ກວມ 78% ຂອງບ້ານທົ່ວແຂວງ ແລະ ຄອບຄົວວັດທະນະທໍາ 123.440 ຄອບຄົວ, ກວມ 68% ຂອງຈໍານວນຄອບຄົວທົ່ວແຂວງ, ກຸ່ມບ້ານວັດທະນະທໍາ 22 ກຸ່ມບ້ານ, ກວມ 13,17% ຂອງກຸ່ມບ້ານໃນທົ່ວແຂວງ.


ສ່ວນພາກທີສອງ ກໍ່ຄືທິດທາງລວມ, ຄາດໝາຍສູ້ຊົນ, ທິດທາງໜ້າທີ່ຈຸດສຸມ ໃນການນໍາພາຂອງອົງຄະນະພັກ ໃນ 5 ປີຕໍ່ໜ້າ ແມ່ນສືບຕໍ່ນໍາພາພັດທະນາແຂວງ ເຮັດໃຫ້ແຕ່ລະເມືອງຮັ່ງມີຂຶ້ນ, ປະຊາຊົນມີວຽກເຮັດງານທໍາ, ຊີວິດການເປັນຢູ່ໄດ້ຮັບການປັບປຸງ, ມີກິນມີໃຊ້ດີຂຶ້ນ, ຜາສຸກ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຮອດ 2030 ແລະ ຜັນຂະຫຍາຍຍຸດທະສາດການເຕີບໂຕສີຂຽວໃຫ້ມີປະສິດທິຜົນ; ບຸກທະລຸແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກຕ່າງໆ ໃນການພັດທະນາໃນໄລຍະຜ່ານມາ ບວກກັບສິ່ງທ້າທາຍທີ່ເກີດຂຶ້ນໃນໄລຍະໃໝ່; ເສີມຂະຫຍາຍປັດໄຈ ແລະ ທ່າແຮງບົ່ມຊ້ອນຂອງແຂວງ ໃຫ້ກາຍເປັນຂະແໜງການຜະລິດ ແລະ ບໍລິການ ທີ່ເປັນປາຍແຫຼມ, ເປັນຫົວຈັກໃຫ້ການເຕີບໂຕ ເພື່ອສ້າງພື້ນຖານໃຫ້ແກ່ຄວາມເຂັ້ມແຂງ ແລະ ເປັນເຈົ້າຕົນເອງ ເພິ່ງຕົນເອງທາງດ້ານເສດຖະກິດເປັນກ້າວໆ.

ໃນນັ້ນ ສູ້ຊົນເຮັດໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ, ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນສະເລ່ຍ 7,5-8% ຕໍ່ປີ, ດ້ວຍມູນຄ່າ 31.887,74 ຕື້ກີບ, ລາຍຮັບສະເລ່ຍໃສ່ພົນລະເມືອງ ໄດ້ 28,05 ລ້ານກີບ ຫຼື ເທົ່າກັບ 3.153 ໂດລາສະຫະລັດ, ສູ້ຊົນຫັນປ່ຽນໂຄງປະກອບເສດຖະກິດ ໄປຕາມທິດທີ່ມີຄຸນນະພາບ, ຍືນຍົງ ແລະ ສີຂຽວ, ສູ້ຊົນປະຕິບັດລາຍຮັບເຂົ້າງົບປະມານທັງໝົດ ໃຫ້ໄດ້ 7-8% ຂອງ GDP, ຮັບປະກັນການຂາດດຸນງົບປະມານໃນແຕ່ລະປີ ໃຫ້ຢູ່ໃນລະດັບບໍ່ເກີນ 0,4-0,5% ຂອງ GDP, ຮັບປະກັນສະຖຽນລະພາບເງິນຕາ ໃຫ້ມີຄວາມໝັ້ນທ່ຽງ, ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບຕ່ຳກວ່າການຂະຫຍາຍຕົວຂອງເສດຖະກິດ, ອັດຕາແລກປ່ຽນ ເໜັງຕີງໃນລະດັບ ±5% ຕໍ່ປີ ແລະ ອື່ນໆ.


ກອງປະຊຸມໃຫຍ່ຄັ້ງນີ້ ຈະດຳເນີນເປັນເວລາ 2 ວັນ ແຕ່ວັນທີ 20-21 ພະຈິກ 2020, ຊຶ່ງເນື້ອໃນຂອງກອງປະຊຸມ ແມ່ນສຸມໃສ່ພິຈາລະນາ ແລະ ຮັບຮອງເອົາ ຮ່າງລາຍງານການເມືອງ, ບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025); ຮັບຟັງການປະກອບຄຳເຫັນ ຈາກຂະແໜງການ, ກົມກອງ, ຄອບຄົວຕົວແບບ ຈຳນວນໜຶ່ງ, ພ້ອມທັງ ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງສະໄໝທີ IX ແລະ ເລືອກເອົາຜູ້ແທນ ໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI.

ອັນສຳຄັນ ກອງປະຊຸມ ຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກສະຫາຍ ທອງລຸນ ສີສຸລິດ ເພື່ອໃຫ້ຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ຜູ້ແທນກອງປະຊຸມ ນຳໄປຄົ້ນຄວ້າ, ຫັນເປັນທິດທາງ ແລະ ແຜນການລະອຽດ ຂອງຄະນະພັກຂັ້ນຂອງຕົນ ໝູນໃຊ້ ແລະ ຈັດຕັ້ງຜັນຂະຫຍາຍ ໃຫ້ປະກົດຜົນເປັນຈິງ.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ.