ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ

339

Lao people’s Army News, ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ພາຍໃຕ້ຄໍາຂວັນ: ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ປອດໄພ. ຕັ້ງໜ້າປັບປຸງ, ກໍ່ສ້າງກອງທັບປະຊາຊົນລາວ ທັງ 3 ປະເພດກໍາລັງ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ຈົງຮັກພັກດີຕໍ່ພັກ, ຕໍ່ລະບອບໃໝ່, ຕໍ່ປະເທດຊາດ ແລະ ປະຊາຊົນ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ແລະ ເປັນທາງການ ໃນຕອນເຊົ້າຂອງວັນທີ 18 ພະຈິກ 2020 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງປ້ອງກັນປະເທດ.

ໃຫ້ກຽດເຂົ້າຮ່ວມກອງປະຊຸມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ປະທານຄະນະກໍາມະການປກຊ-ປກສ ສູນກາງ, ມີບັນດາສະຫາຍຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະພັກກະຊວງ, ຄະນະພັກນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ບັນດາສະຫາຍຜູ້ແທນສົມບູນຈໍານວນ 213 ສະຫາຍ, ເພດຍິງ 2 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບເຂົ້າຮ່ວມ.


ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ຄັ້ງນີ້ເປັນກອງປະຊຸມສຸດທີ່ມີຄວາມມໝາຍສໍາຄັນໃນຊີວິດການເມືອງຂອງກອງທັບເຮົາ, ເປັນການປະຕິບັດຕາມຫຼັກການນໍາພາ ແລະ ຈັດຕັ້ງປະຕິບັດແນວທາງຂອງພັກ ແນໃສ່ປັບປຸງກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ເຂັ້ມແຂງດ້ານການຈັດຕັ້ງ ແລະ ແບບແຜນການນໍາພາ-ວິທີເຮັດວຽກທີ່ມີວິທະຍາສາດ, ເປັນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກໃນທົ່ວກອງທັບ ເຊີ່ງຜ່ານກອງປະຊຸມໃຫຍ່ຄັ້ງນີ້ຈະເຮັດໃຫ້ຄຸນນະພາບ, ບົດບາດ, ຄວາມສາມາດການນໍາພາຂອງຄະນະພັກໃນກອງທັບໄດ້ຮັບການເຊີດຊູສູງຂຶ້ນ.


ໃນວາລະການດໍາເນີນກອງປະຊຸມ, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນກ່າວໄຂກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງການນໍາພາຂອງຄະນະພັກກະຊວງປ້ອງກັນປະເທດ ໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການນໍາພາ 5 ປີຕໍ່ໜ້າ( 2021-2025) ເຊີ່ງບາງຕອນສະຫາຍກ່າວວ່າ: ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມເອກອ້າງທະນົງໃຈຕໍ່ຜົນງານອັນໃຫຍ່ຫຼວງຕະຫຼອດ 45 ປີ ແຫ່ງການສະຖາປະນາ ສປປ ລາວ, ຜົນສໍາເລັດການຈັດຕັ້ງປະຕິບັດໄລຍະມ້ວນທ້າຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ 5 ປີ ຄັ້ງທີ VIII; ພ້ອມກັນນັ້ນ ກໍ່ເປັນໄລຍະເວລາທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າພວມອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ດ້ວຍຈິດໃຈຟົດຟື້ນປະຕິວັດຢ່າງກວ້າງຂວາງ.


ຕະຫຼອດໄລຍະຊຸມປີທີ່ຜ່ານມາ, ຄະນະພັກກະຊວງປ້ອງກັນປະເທດ ໄດ້ນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ເຂົ້າໃນໜ້າວຽກຕົວຈິງຢ່າງເປັນຂະບວນຟົດຟື້ນ-ຕໍ່ເນື່ອງ ແລະ ຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ຕາມມະຕິວ່າດ້ວຍ 4 ຫນ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ; ໃນນີ້, ໄດ້ເອົາໃຈໃສ່ຊີ້ນໍາ ແລະ ປັບປຸງການຈັດຕັ້ງພາຍໃນພັກ ໂດຍເລີ່ມແຕ່ຂັ້ນຮາກຖານພັກ, ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍໄດ້ຮັບການປັບປຸງຕົນເອງທາງດ້ານຄວາມຮູ້, ຄວາມສາມາດ ທັດສະນະ ແລະ ການກະທໍາ, ເສີມຂະຫຍາຍໄດ້ປະຊາທິປະໄຕ, ບົດບາດ, ຄວາມສາມາດນໍາພານັບມື້ສູງຂຶ້ນ.


ໃນກອງປະຊຸມ, ບັນດາຜູ້ແທນທີ່ເຂົ້າຮ່ວມ ຕາງກໍຍົກສູງຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າເຊື່ອມຊຶມ ສ້າງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງທັງສອງພາກ ບົນພື້ນຖານໄຈ້ແຍກໃຫ້ເຫັນດ້ານຕັ້ງ, ຜົນງານ, ດ້ານຫຍໍ້ທໍ້ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະຕໍ່ຂົງເຂດວຽກງານປ້ອງກັນຊາດ, ການກໍ່ສ້າງກໍາລັງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ຕາມທິດສ້າງກອງທັບມີແບບແຜນ ແລະ ທັນສະໄໝ ແລະ ຂົງເຂດວຽກງານອື່ນໆ. ພ້ອມກັນນັ້ນກໍໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາສະຫາຍຕາງໜ້າຄະນະພັກອົງການ-ກົມກອງຈໍານວນໜຶ່ງ ກ່ຽວກັບການປະຕິບັດໜ້າທີ່ປ້ອງກັນຊາດ ແລະ ປັບປຸງກໍ່ສ້າງກໍາລັງຢູ່ອົງການ-ກົມກອງຂອງຕົນ.

ກອງປະຊຸມ ໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກກະຊວງປ້ອງກັນປະເທດຊຸດໃໝ່, ປ່ອນບັດເລືອກເອົາຜູ້ແທນສົມບູນ-ສໍາຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ພ້ອມທັງຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ປະທານຄະນະກໍາມະການ ປກຊ-ປກສ ສູນກາງ.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະອັດລົງ.