ກອງປະຊຸມຄັ້ງທີ VI ຂອງຜູ້ແທນອົງຄະນະພັກແຂວງວຽງຈັນ ໄຂຂຶ້ນຢ່າງເປັນທາງການ

359

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງຜູ້ແທນອົງຄະນະພັກແຂວງວຽງຈັນໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 18 ພະຈິກ 2020 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ; ເປັນກຽດເຂົ້າຮ່ວມຂອງສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ,ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ. ມີບັນດາແຂກຖືກເຊີນພ້ອມດ້ວຍຜູ້ແທນສົມບູນຈຳນວນ 257 ສະຫາຍ, ຍິງ 35 ສະຫາຍ,ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ 19.728 ສະຫາຍ ເຂົ້າຮ່ວມ.


ສະຫາຍ ຄຳພັນ ສິດທິດຳພາ ໄດ້ກ່າວໄຂກອງປະຊຸມໃຫຍ່ຄັ້ງນີ້ວ່າ: ກອງປະຊຸມໃຫຍ່ຄັ້ງນີ້ຈະໄດ້ພ້ອມກັນທົບທວນ ຫວນຄືນເຖິງຜົນງານ ແລະ ໄຊຊະນະໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ Vຂອງອົງຄະນະພັກແຂວງ ໃນໄລຍະ 5 ປີຜ່ານມາ.

ສະຫຼຸບສັງລວມ, ຖອດຖອດບົດຮຽນທີ່ສໍາຄັນ ແລະ ຈະໄດ້ພ້ອມກັນຄົ້ນຄວ້າ ຕົກລົງຢ່າງເປັນເອກະສັນ ຮັບຮອງເອົາທິດທາງ, ໜ້າທີ່ສະເພາະໜ້າ ( 2021-2025 ) ແນໃສ່ປົກປັກຮັກສາ ແລະ ພັດທະນາແຂວງວຽງຈັນ ໃຫ້ມີບາດກ້າວຫັນປ່ຽນໃໝ່ ນັບມື້ນັບໜັກແໜ້ນ, ຮັ່ງມີເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າ ແລະ ສົມກຽດ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.


ກອງປະຊຸມໃຫຍ່ ຄັ້ງນີ້ຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດ ໃໝ່ ເພື່ອສືບຕໍ່ຊີ້ນໍາ-ນຳພາແຂວງວຽງຈັນຕໍ່ໄປ; ພ້ອມກັນນັ້ນ ກອງປະຊຸມຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບຸນຂອງແຂວງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ຈະໄຂຂຶ້ນໃນອີກບໍ່ດົນຂ້າງໜ້ານີ້.


ໃນວັນເວລາ ທີ່ມີຄວາມໝາຍສໍາຄັນທາງການເມືອງຂອງແຂວງວຽງຈັນ, ກອງປະຊຸມໃຫຍ່ ຍັງຈະໄດ້ຮັບຟັງການໂອລົມໃຫ້ທິດຊີ້ນໍາຈາກ ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເພື່ອຊີ້ນໍາຄະນະບໍລິຫານງານພັກແຂວງຊຸດໃໝ່, ຜູ້ແທນກອງປະຊຸມ ໃຫ້ກໍາແໜ້ນ, ເຊື່ອມຊຶມເນື້ອໃນຈິດໃຈ ແລະ ຍຸດທະສາດຂອງພັກໃນສະເພາະໜ້າ ແລະ ຍາວນານ.
ກອງປະຊຸມໃຫຍ່ຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ2ວັນເຕັມຄືວັນທີ18-19ພະຈິກ2020ຈຶ່ງຈະອັດລົົງ.

.


ພາບ-ຂ່າວ: ບຸນມາ ແກ້ວບຸດດາ.