ສາວເມືອງພຽງ ແຂວງໄຊຍະບູລີ ML24 ປຸກກີ້ ທິບພະໄຊ ວຸດທິບຳເພັນ

290

ມີແຕ່ຄົນງາມໆ, ບໍ່ທຳມະດາກັນເລີຍປີນີ້ ສຳລັບຜູ້ເຂົ້າປະກວດນາງສາວລາວ 2020 , ມື້ນີ້ຂໍ ແນະນຳ ໜຶ່ງສາວງາມຈາກແຂວງ ໄຊຍະບູລີອີກຄົນ ນັ້ນຄື ທິບພະໄຊ ວຸດທິບຳເພັນ ຫຼື ປຸກກີ ML24.


ທິບພະໄຊ ວຸດທິບຳເພັນ ຈົບການສຶກສາມາຈາກມະຫາວິທະຍາໄລແຫ່ງຊາດລາວ ຄະນະອັກສອນສາດ ພາກວິຊາພາສາອັງກິດ ແລະ ກຳລັງເປັນພະນັກງານຝຶກອົບຮົບຢູ່ ບໍລິສັດເສັ້ນທາງລົດໄຟລາວ-ຈີນ.


ເປັນຄົນບ້ານໂພນໄຊ ເມືອງພຽງ ແຂວງໄຊຍະບູລີ ປຸກກີ້ ບອກວ່າ ເຫດຜົນທີ່ມາປະກວດນາງສາວລາວຍ້ອນວ່າຢາກເປັນຫນ້າເປັນຕາໃຫ້ພໍ່ແມ່, ຢາກພັດທະນາບຸກຄະລິກກະພາບ, ຄວາມຮູ້,ຄວາມສາມາດຂອງຕົນເອງ ແລະ ຢາກຂໍໂອກາດຈາກເວທີນາງສາວລາວເພື່ອພັດທະນາຄວາມຮູ້ຄວາມສາມາດ ແລະ ການວາງໂຕໃນສັງຄົມ.


ຜ່ານມາເຄີຍປະກວດນາງສາວງາມທິດາກອງເຂົ້າໃຫ່ຍເມືອງພຽງປະຈຳປີ 2015 ໄດ້ອັນດັບ1ແລະ ປະກວດນາງສາວທຽນພັນສາຢູ່ຈັງຫວັດອຸບົນລາດຊະທານີ ປະເທດໄທ ໄດ້ລາງວັນຂັວນໃຈຊ່າງພາບປີ 2019


ເຄີຍຖ່າຍເອັມວີເພງຂອງອາຈານບຸນຍູ້ລູກແມ່ຂອງ ແລະ ຖ່າຍວີທີອາທ່ຽວຊົມຫັດຖະກຳງານໄອເຕັກຂອງ 18 ແຂວງ


ສຳລັບເວທີນີ້ນ້ອງດີໃຈຫລາຍ ເພາະຜ່ານມາມີແຕ່ນັ່ງເບິ່ງນັ່ງເຊຍຢູ່ໜ້າຈໍໂທລະພາບຄິດວ່າມື້ໜຶ່ງຕ້ອງມາໃຫ້ໄດ້ ແລະ ມື້ນີ້ກະມາຮອດແລ້ວຊິເຮັດໃຫ້ດີທີ່ສຸດຫວັງວ່າຊິຕິດຫນຶ່ງໃນ555 ອິອິ ເຂົ້າມາແລ້ວເຮົາກະຕ້ອງມີຫວັງແມ່ນບໍ່…


ການກຽມສຳລັບການປະກວດນີ້ ແມ່ນກຽມພ້ອມຫລາຍດ້ານເຊັ່ນດ້ານ ບໍ່ວ່າຈະເປັນສຸຂະພາບຮ່າງກາຍ ຄວາມຮູ້ຄວາມສາມາດ ແລະ ສຶກສາຂໍ້ມູນຕ່າງໆຂອງປີຜ່ານໆມາ


ຄວາມສາມາດພິເສດກະມີ ຟ້ອນ, ຮ້ອງພຽງ… ນ້ອງຄິດວ່າທຸກໆຄົນທີ່ເຂົ້າຮອບ 40 ຄົນສຸດທ້າຍແມ່ນເຫມາະສົມທຸກຄົນ,ແຕ່ສຳລັບນ້ອງນ້ອງເປັນຄົນຫນຶ່ງທີ່ເຫມາະສົມກັບເວທີນີ້ເພາະວ່ານ້ອງພ້ອມທີ່ຈະພັດທະນາຕົນເອງກັບທຸກຫນ້າທີບົດບາດແລະຄຳຕັກເຕື່ອນບອກສອນຈາກກອງປະກວດແລະນ້ອງພ້ອມທີ່ຈະເຮັດຫນ້າທີ່ຮັບໃຊ້ສັງຄົມເປັນແບຍຢ່າງທີດີໃຫ້ຄົນລຸ້ນໃຫ່ມ


ສຸດທ້າຍນີ້ນ້ອງຂໍກຳລັງໃຈຈາກຄົນລາວທົ່ວປະເທດໂດຍສະເພາະຊາວເມືອງພຽງແຂວງໄຊຍະບູລີ ຊ່ວຍໂຫວດໃຫ້ນ້ອງແນ່ເດີຫມາຍເລກ ML24 ທິບພະໄຊ ວຸດທິບຳເພັນ ຂໍຂອບໃຈ


ຂ່າວ: ເມລີ, ພາບຈາກ: Poukky Thipphaxay