ເຈົ້າໜ້າທີ່ທະບຽນວິສາຫະກິດແຂວງພາກກາງ ແລະ ພາກໃຕ້ ໄດ້ຮັບການຍົກລະດັບການນໍາໃຊ້ໂປຣແກຣມ ການຄຸ້ມຄອງທະບຽນວິສາຫະກິດ

250

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາ ການນໍາໃຊ້ໂປຣແກຣມກ່ຽວກັບວຽກງານ ຄຸ້ມຄອງທະບຽນວິສາຫະກິດໃຫ້ແກ່ເຈົ້າໜ້າທີ່ທະບຽນວິສາຫະກິດແຂວງພາກກາງ ແລະ ພາກໃຕ້ຂຶ້ນທີ່ແຂວງຈໍາປາສັກ ລະຫວ່າງວັນທີ 10-11 ພະຈິກ 2020 ທີ່ທີ່ພະແນກ ອຸດສາຫະກຳແລະການຄ້າ (ອຄ)ແຂວງຈໍາປາສັກ

ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສຸລິຄໍາ ແຈ້ງສະຫວ່າງ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກ ອຄ ແຂວງຈໍາປາສັກ; ມີບັນດາຕາງໜ້າຈາກກົມທະບຽນ ແລະ ຂະແໜງທະບຽນ 7 ແຂວງພາກກາງ ກັບ ພາກໃຕ້ ແລະ 1 ນະຄອນຫຼວງ ເຂົ້າຮ່ວມ.


ທ່ານ ທ່ານ ສຸກດາວັນ ແສນທະວີສຸກ ຫົວໜ້າ ຂະແໜງທະບຽນແລະຄຸ້ມຄອງວິສາຫະກິດໄດ້ກ່າວວ່າ: ວຽກງານທະບຽນ ແລະ ຄຸ້ມຄອງວິສາຫະກິດ ຖືເປັນວຽກງານໜຶ່ງທີ່ສົ່ງເສີມໃຫ້ບັນດາຫົວໜ່ວຍວິສາຫະກິດ ເຄື່ອນໄຫວສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ. ການຈັດກອງປະຊຸມຄັ້ງນີ້ ກໍເພື່ອເປັນການເຜີຍແຜ່ ແລະ ແນະນໍາການນໍາໃຊ້ ໂປຣແກຣມກ່ຽວກັບວຽກງານຄຸ້ມຄອງ ທະບຽນວິສາຫະກິດ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ຂັ້ນແຂວງໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ໃນທົ່ວປະເທດ ໂດຍສະເພາະກໍແມ່ນແຂວງພາກກາງ ແລະ ພາກໃຕ້ ທີ່ລວມມີ 7 ແຂວງ ແລະ 1 ນະຄອນຫຼວງ.


ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ກ່າວເປີດກອງປະຊຸມບາງຕອນວ່າ: ວຽກງານຄຸ້ມຄອງທະບຽນ ແລະ ວິສາຫະກິດ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນຫຼາຍໃນການເຮັດທຸລະກິດ ພ້ອມທັງເປັນການຮັດແໜ້ນຄວາມສໍາພັນຂອງອ້າຍນ້ອງໃນຂະແໜງຄຸ້ມຄອງທະບຽນ ແລະ ວິສາຫະກິດ ກໍຄືວຽກງານການຄ້າຂອງພວກເຮົາ. ດັ່ງນັ້ນ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບຄວາມສໍາເລັດ ແລະ ປະກົດຜົນເປັນຈິງ ຂ້າພະເຈົ້າຢາກເນັ້ນ 2 ບັນຫາຄື:


1. ຂໍໃຫ້ກອງປະຊຸມນີ້ເປັນການພົບປະແລກປ່ຽນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການຄ້າ, ສະເໜີ ແລະ ຫາທາງຊ່ວຍເຫຼືອເຊິ່ງກັນ ແລະ ກັນແບບຄອບຄົວດຽວກັນ ເມື່ອເກີດມີບັນຫາ ແລະ ຂໍ້ຫຍຸງຍາກ.


2.ການຄຸ້ມຄອງທຸລະກິດ, ການມີຕົວຕົນຂອງວິສາຫະກິດ ເນື່ອງຈາກວ່າຜ່ານມາ ກໍເຫັນວ່າມີຂໍ້ຫຍຸ້ງຍາກ ເພາະວຽກງານວິສາຫະກິດ ເປັນວຽກທໍາອິດໃນການສ້າງທຸລະກິດ. ດັ່ງນັ້ນ, ຕ້ອງມີການກວດກາຢ່າງຄັກແນ່ ວ່າທຸລະກິດມີຄວາມສ່ຽງແນວໃດ ກ່ອນມີການອະນຸຍາດ.