ຕຸ້ຍ ລັດດາວັນ ໄຊນາລໍ່ ​ ML22 ສາວງາມຈາກ​ແຂວງ​ໄຊ​ສົມ​ບູນ ໃນເວທີປະກວດນາງສາວລາວ 2020

346

ສະບາຍດີ ມາແນະນຳໃຫ້ຮູ້ຈັກອີກໜຶ່ງສາວງາມຈາກເວທີປະກວດນາງສາວລາວ2020  ລັດດາວັນ ໄຊນາລໍ່ ຫຼື ຕຸ້ຍ  ຈົບການສຶກສາລະດັບປະລິນຍາຕີ ມະຫາວິທະຍາໄລ ເສດຖະກິດ ແລະ ກົດໝາຍ, ສາຂາ ການເງີນ-ການທະນາຄານ ທີ່ ນະຄອນໂຮ່ຈິມີນ ສສ ຫວຽດນາມ.

ລັດດາວັນ ໄຊນາລໍ່ ຫຼື ຕຸ້ຍ ອາຍຸ 22 ປີ ສູງ173 ຊັງຕີແມັດ, ສັດສ່ວນ34-25-38

ບ້ານເກີດເມືອງນອນຂອງ ລັດດາວັນ ໄຊນາລໍ່ ຢູ່ບ້ານພູຫົວຊ້າງ ເມືອງ ອະນຸວົງ  ແຂວງ ໄຊສົມບູນ, ບ້ານຢູ່ປະຈຸບັນ ບ້ານ ໜອງໜ່ຽງ ເມືອງ.ໄຊເສດຖາ, ນະຄອນຫຼວງວຽງຈັນ.

ລັດດາວັນ ບອກວ່າ: ເວທີປະກວດນາງສາວລາວເປັນເວທີທີ່ມີກຽດ ແລະ ຊົງຄຸນຄ່າ ນ້ອງເອງກໍເປັນຄົນຫນຶ່ງທີ່ໄຝ່ຝັນຢາກເປັນນາງສາວລາວ ເພື່ອເປັນຕົວແທນໃນການເຜີຍແຜ່ຄວາມເປັນລາວຜ່ານຮີດຄອງປະເພນີ ແລະ ວັດທະນະທຳລາວທີ່ມີມາແຕ່ດົນນານ ຄຽງຄູ່ກັບສະຖານະການຂອງປະເທດລາວໃນປັດຈຸບັນ ນ້ອງເອງກໍຢາກເປັນຫນຶ່ງໃນກະບອກສຽງ ແລະ ເປັນແບບຢ່າງເພື່ອສົ່ງເສີມການເຮັດດີ ປະພຶດດີ, ມີນ້ຳໃຈໃນການຊ່ວຍເຫລືອຄົນລາວໃນສັງຄົມລາວ ກໍຄືໄພພິບັດນ້ຳຖ້ວມທີ່ແຂວງສະຫວັນນະເຂດໃນປັດຈຸບັນ ແລະ ອື່ນໆ

.


ການກຽມຄວາມພ້ອມສຳຫລັບການປະກວດໃນຄັ້ງນີ້ແມ່ນນ້ອງກໍກຽມຄວາມພ້ອມໃນຫລາຍໆດ້ານໃຫ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້ ບໍ່ວ່າຈະເປັນດ້ານຄວາມຮູ້, ຄວາມສາມາດ, ບຸກຄະລິກະພາບ, ທັກສະໄຫວພິບຕ່າງໆ ແລະ ສຸຂະພາບ ລວມເຖິງການຕິດຕາມສະຖານະການຂອງປະເທດເຮົາ ແລະ ບັນດາປະເທດຕ່າງໆໃນອາຊຽນ.


ຄວາມສາມາດພິເສດຂອງນ້ອງດ້ານການສະແດງສິລະປະເຊັ່ນ: ຟ້ອນ,ເຕັ້ນ.  ດ້ານກິລານ້ອງສາມາດຫລີ້ນ ກິລາບານສົ່ງ ແລະ ບານເຕະ; ເວົ້າໄດ້  ພາສາມົ້ງ, ລາວ, ຫວຽດນາມ ແລະ ພາສາອັງກີດ

ສຸດທ້າຍນີ້ ນ້ອງຂໍແຮງເຊຍແຮງໃຈຈາກປະຊາຊົນລາວທົ່ວປະເທດໂດຍສະເພາະແມ່ນຊາວແຂວງໄຊສົມບູນ ສົ່ງແຮງເຊຍແຮງໃຈໃຫ້ນ້ອງແນ່ເດີ ML22 ສາວງາມເມືອງອະນຸວົງ ນ້ອງຈະເຮັດໃຫ້ສຸດຄວາມສາມາດຄວາມຮູ້ທີ່ມີໃຫ້ດີທີ່ສຸດ

ຂອບໃຈທຸກແຮງເຊຍເດີ

.


ຮູບຈາກ: Latdavanh Xaynalor