ອະນຸມັດໃຫ້ ທ່ານ ອາລຸນແກ້ວ ກິດຕິຄຸນ ແລະ ທ່ານ ບຸນເກີດ ສັງສົມສັກ  ອອກພັກການຮັບອຸດໜູນບຳນານ

386

ໃນຕອນບ່າຍວັນທີ 5 ພະຈິກ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ (ຜູ້ເກົ່າ) ກັບ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ໃໝ່).ພ້ອມທັງ ປະກາດການນໍາຂັ້ນສູງ 2 ທ່ານ ອອກພັກການຮັບອຸດໜູນບຳນານ;


ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ແລະ ໂອ້ລົມ ໃຫ້ທິດຊີ້ນຳ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກ, ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍ ພະນັກງານພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.

ໃນພິທີ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການອະນຸມັດໃຫ້ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍົກ ແລະ ທ່ານ ບຸນເກີດ ສັງສົມສັກ ລັດຖະມົນຕີປະຈຳສຳນັກງານນາຍົກ ອອກພັກການຮັບອຸດໜູນບຳນານ.

ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນງານ, ຄວາມເປັນແບບຢ່າງ, ຄວາມເສຍສະຫຼະ, ຄວາມຮັບຜິດຊອບ ກໍຄືຄຸນງາມຄວາມດີ ຂອງທ່ານ ອາລຸນແກ້ວ ກິດຕິຄຸນ ແລະ ທ່ານ ບຸນເກີດ ສັງສົມສັກ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຕະຫຼອດໄລຍະທີ່ຜ່ານມາ ດ້ວຍຄວາມຮັບຜິດຊອບ, ຊຶ່ງລ້ວນແຕ່ມີຜົນສຳເລັດທີ່ພົ້ນເດັ່ນຫຼາຍດ້ານ, ສົມເປັນນັກຮົບປະຕິວັດ, ໄດ້ເປັນແບບຢ່າງ ແລະ ບົດຮຽນໃຫ້ແກ່ພະນັກງານໜຸ່ມນ້ອຍ ຕໍ່ໄປ.