ບໍລິສັດ ເອັມພາຍ ສະໜັບສະໜູນນໍ້າດື່ມ-ເງິນສົດໃຫ້ກັບ ລ໋ອບ ສະເຕດ້ຽມ ອະຄາເດມີ-ສິງປະເສີດ ເອັຟຊີ

162

ບໍລິສັດ ເອັມພາຍການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ( ນໍ້າດື່ມເຟຣດຊີ້ ) ໃຫ້ການສະໜັບສະໜູນ ສະໂມສອນບານເຕະເຍົາວະຊົນ ລ໋ອບ ສະເຕດ້ຽມ ອະຄາເດມີ ທີ່ຈັບມືກັບ ສະໂມສອນ ສິງປະເສີດ ເອັຟຊີ ຮ່ວມກັນສ້າງນັກເຕະເຍົາວະຊົນລາວຮຸ່ນສືບທອດ ໂດຍການສະໜັບສະໜູນຄັ້ງນີ້ລວມມູນຄ່າ 5 ລ້ານກີບ ແບ່ງເປັນເງິນສົດຈໍານວນ 3.500.000 ກີບ ແລະ ນໍ້າດື່ມເຟຣດຊີ້ ຈໍານວນ 100 ແພັກມູນຄ່າ 1.500.000 ກີບ.

ພິທີດັ່ງກ່າວຈັດຂຶ້ນທີ່ຮ້ານຊີ້ນດາດ ໂຕໝູ ສາຂາໄອເຕັກ ເມື່ອວັນທີ 4 ພະຈິກ 2020 ໂດຍກ່າວມອບແມ່ນ ທ່ານ ນາງ ປີ້ມມະລີ ຕົວແທນຂອງບໍລິສັດ ເອັມພາຍການຄ້າ ຂາອອກ-ຂາເຂົ້າ, ສ່ວນກ່າວຮັບໂດຍ ທ່ານ ອາລ໋ອບ ມະນີບົດ ປະທານສະໂມສອນ ລ໋ອບ ສະເຕດ້ຽມ ອະຄາເດມີ ທັງເປັນເຈົ້າຂອງຮ້ານຊີ້ນດາດ ໂຕໝູ.

ໂອກາດດັ່ງກ່າວ ທ່ານ ອາລ໋ອບ ມະນີິບົດ ກ່າວຂອບໃຈບໍລິສັດດັ່ງກ່າວທີ່ໃຫ້ການສະໜັບສະໜູນເປັນຢ່າງສູງ ແລະ ຫວັງວ່າ ຈະເປັນການຕໍ່ຍອດໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນອະນາຄົດອີກຕໍ່ໄປ ໂດຍສະເພາະກໍແມ່ນການພັດທະນານັກເຕະເຍົາວະຊົນລາວ ໃຫ້ມີການເຄື່ອນໄຫວໃນການແຂ່ງຂັນບານເຕະທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ອາລ໋ອບ ຍັງກ່າວອີກວ່າ: ສໍາລັບ ການສະໜັບສະໜູນຄັ້ງນີ້ ຈະນໍາໃຊ້ເຂົ້າໃນການພັດທະນານັກເຕະເຍົາວະຊົນຂອງ ທັງສອງສະໂມສອນກໍຄື ລ໋ອບ ສະເຕດ້ຽມ ກັບ ສະໂມສອນ ສິງປະເສີດ ເອັຟຊີ, ທີ່ໄດ້ຈັບມືກັນໃນການພັດທະນາເດັກນ້ອຍເຍົາວະຊົນລາວ ນັບແຕ່ນີ້ເປັນຕົ້ນໄປ.