ບໍລິສັດ ເບຍລາວ ຈຳກັດ ມອບນ້ຳດື່ມຊ່ວຍເຫລືອປະຊາຊົນທີ່ປະສົບໄພນ້ຳຖ້ວມ ຢູ່ແຂວງສະຫວັນນະເຂດ ມູນຄ່າ 74 ລ້ານກີບ

332

ໃນວັນທີ 04 ພະຈິກ 2020 ຢູ່ຫ້ອງວ່າການ ແຂວງສະຫວັນນະເຂດ, ບໍລິສັດ ເບຍລາວຈຳກັດ ໄດ້ມອບນ້ຳດື່ມ ຂະໜາດ 1,5 ລິດ, ຈຳນວນ 4.000 ແພັກ ເຊິ່ງມີມູນຄ່າ 74 ລ້ານກີບ ເພື່ອຊ່ວຍເຫລືອປະຊາຊົນທີ່ປະສົບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ.

ເດືອນຕຸລາ 2020 ເປັນໄລຍະທີ່ມີສະພາບນໍ້າຖ້ວມ ໜັກໜ່ວງ ແລະ ຮຸນແຮງ ສໍາລັບແຂວງ ສະຫວັນນະເຂດ ເນື່ອງຈາກມີພາຍຸຫຼາຍຄັ້ງພັດຜ່ານເຂົ້າເຂດພາກກາງ ຂອງ ສປປ ລາວ.

ຂໍ້ມູນຈາກ ພະແນກພະລັງງານ ແລະ ສະຫວັດດີການສັງຄົມ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ປັດຈຸບັນ ປະຊາຊົນ ຢູ່ 8 ເມືອງ ຂອງແຂວງ ປະກອບມີ ເຊໂປນ, ເມືອງນອງ, ວິລະບູລີ, ເມືອງພິນ ແລະ ອີກ 4 ເມືອງຕອນລຸ່ມ ລຽບຕາມລໍານໍ້າເຊບັ້ງຫຽງ ເຊັ່ນ: ເມືອງຊົນນະບູລີ, ຈໍາພອນ, ສອງຄອນ ແລະ ທ່າປາງທອງ ແມ່ນໄດ້ຮັບຜົນກະທົບຈາກນໍ້າຖ້ວມໜັກ, ເຮືອນຊານ ແລະ ເສັ້ນທາງຫຼາຍຫຼັງເປ່ເພ, ສັດລ້ຽງ ແລະ ຜົນຜະລິດກະສິກໍາ ເສຍຫາຍໜັກໜ່ວງ. ເຖິງແມ່ນວ່າ ປັດຈຸບັນ ສະພາບນໍ້າຖ້ວມໄດ້ຫຼຸດລົງໄປແລ້ວ, ແຕ່ຄວາມເສຍຫາຍ ແລະ ຄວາມຕ້ອງການ ບັນດາປະຖົມປັດໄຈພື້ນຖານ ເຊັ່ນ: ເຄື່ອງອຸປະ ໂພກ ບໍລິໂພກ ແມ່ນຍັງມີຄວາມຈໍາເປັນ ຢ່າງຮີບດ່ວນ.

ເພື່ອແບ່ງປັນ ແລະ ບັນເທົາຄວາມລໍາບາກ ໃຫ້ກັບພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ, ທາງບໍລິສັດເບຍລາວ ຈໍາກັດ ໄດ້ປະກອບສ່ວນນໍ້າດື່ມກາຫົວເສືອ ຈຳ ນວນ 4.000 ແພັກ, ຊຶ່ງກ່າວມອບໂດຍທ່ານ ໃຈເພັດ ບູລົມ ຜູ້ຈັດການຝ່າຍຂາຍປະຈຳພາກກາງ ແລະ ຕາງໜ້າຮັບໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ພ້ອມດ້ວຍ ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ຕາງຫນ້າໃຫ້ບໍລິສັດເບຍລາວຈຳກັດ ທ່ານ ໃຈເພັດ ບູລົມ ໄດ້ນຳເອົາຄວາມຫ່ວງໃຍຂອງຄະນະບໍລິຫານ, ພະນັກງານ ກໍຄື ຄອບຄົວເບຍລາວ ມາຍັງພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ, ພ້ອມທັງຊົມເຊີຍນໍ້າໃຈສາມັກຄີຮັກແພງ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງທຸກພາກສ່ວນ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາຂອງການຈັດຕັ້ງທຸກຂັ້ນ, ການປະກອບສ່ວນຊ່ວຍເຫລືອ ແລະ ການຮ່ວມມື ຂອງທຸກພາກສ່ວນ ຈະຊ່ວຍເຮັດໃຫ້ການແກ້ໄຂ ແລະ ຟື້ນຟູຜົນກະທົບຄັ້ງນີ້ຜ່ານໄປໄດ້ໂດຍໄວ.