ມີຜູ້ຮັບບາດເຈັບ ແລະ ເສຍຊີວິດຫຼາຍຄົນໃນເຫດແຜ່ນດິນໄຫວຢູ່ຕວັກກີ ແລະ ເກຼັກ

200
Rescue workers and local people try to save residents trapped in the debris of a collapsed building, in Izmir, Turkey, Friday, Oct. 30, 2020. A strong earthquake struck Friday in the Aegean Sea between the Turkish coast and the Greek island of Samos, collapsing buildings in the city of Izmir in western Turkey, and officials said at least six people were killed and scores were injured.(AP Photo/Ismail Gokmen)

ຕາມຂ່າວຕ່າງປະເທດໃຫ້ຮູ້ວ່າ: ມີຜູ້ເສຍຊີວິດຢ່າງໜ້ອຍ 22 ຄົນ ແລະ ຜູ້ຮັບບາດເຈັບ 800 ຄົນ, ບັນດາຕຶກອາຄານຖືກພັງທະລາຍ ຈາກເຫດແຜນດິນໄຫວເຂດຝັ່ງທະເລທາງທິດຕາເວັນຕົກ ຂອງຕວັກກີ ແລະ ສ່ວນໜຶ່ງຂອງ ເກຼັກ.


ຕາມບົດລາຍງານຂອງເຈົ້າໜ້າທີ່ຕວັກກີ ແລະ ເກຼັກ ແລ້ວ, ເຫດແຜ່ນດິນໄຫວມີຄວາມແຮງ 6,7 ຣິກເຕີ ເກີດຂຶ້ນຢູ່ເຂດຝັ່ງທະເລທາງທິດຕາເວັນຕົກ ຕວັກກີ ແລະ ສ່ວນໜຶ່ງຂອງ ເກຼັກ ໃນວັນທີ 30 ຕຸລາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 22 ຄົນ ແລະ ມີຜູ້ຮັບບາດເຈັບ 800 ຄົນ, ບັນດາຕຶກອາຄານຖືກພັງທະລາຍເປັນຈຳນວນຫຼາຍ.


ຄວາມເສຍຫາຍທາງດ້ານຊີວິດອິນຊີ ແລະຊັບສິນສ່ວນຫຼາຍແມ່ນຢູ່ນະຄອນ Izmir ຂອງຕວັກກີເຊິ່ງແມ່ນນະຄອນມີປະຊາຊົນ 3 ລ້ານຄົນດຳລົງຊີວິດ ແລະ ມີຕຶກອາຄານຫຼາຍຫຼັງຫັກພັງ.

ປັດຈຸບັນ, ອົງການກ່ຽວຂ້ອງຂອງຕວັກກີ ພວມສຸ່ມໃສ່ວຽກງານກູ້ໄພກູ້ຊີບບັນດາຜູ້ຖືກຕິດຄ້າງຢູ່ໃນຕຶກອາຄານທີ່ຖືກພັງທະລາຍ.

.