ສະຫາຍ ວິໄລວົງ ບຸດດາຄຳ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງຈຳປາສັກ, ສະຫາຍ ມະໄລທອງ ກົມມະສິດແລະສະຫາຍ ສາຍທອງ ໄຊຍະວົງ ເປັນຮອງເລຂາ

491

ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຈຳປາສັກ ຄັ້ງທີ VIII ໄດ້ໄຂຂຶ້ນ ແລະ ດໍາເນີນ ແຕ່ວັນທີ 29 ຕຸລາ ແລະ ປິດລົງວັນທີ 30 ຕຸລາ 2020 ພາຍໃຕ້ການເປັນປະທານສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ,ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ; ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ,ຜູ້ປະຈໍາການຄະນະເລຂາທິການສູນກາງພັກ,ຮອງປະທານປະເທດ.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນກັນ ຮັບຮອງເອົາລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ເຊິ່ງຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາຕະຫຼອດສະໄໝ ໃນໄລຍະ 5 ປີ ຜ່ານມາ.ໄດ້ຢືນຢັນຄວາມຕັດສິນໃຈຂອງອົງຄະນະພັກແຂວງ ໃນການສືບຕໍ່ນໍາພາ-ຊີ້ນໍາຮອບດ້ານ ເພື່ອພັດທະນາແຂວງຈຳປາສັກ ໃຫ້ຈະເລີນຮຸ່ງເຮືອງ ເສດຖະກິດມັ່ງຄັ່ງເຂັ້ມແຂງ,ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.


ກອງປະຊຸມ ໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ເຊີ່ງໄດ້ວາງທິດທາງຄາດໝາຍ ແລະ ແຜນວຽກຈຸດສຸມ ເພື່ອເຮັດໃຫ້ເສດຖະກິດຂອງແຂວງຈໍາປາສັກ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ມີຄຸນນະພາບ ໃນອັດຕາການເຕີບໂຕ ສະເລ່ຍ 5,3 % ຕໍ່ປີ.


ກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເຊິ່ງຜູ້ອອກສະໝັກເລືອກຕັ້ງທັງໝົດ 45 ສະຫາຍ ຍິງ 05 ສະຫາຍ, ເລືອກໄດ້ 39 ສະຫາຍ ຍິງ 04 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງຈຳປາສັກ ສະໄໝທີ VIII ໄດ້ພ້ອມກັນໃຊ້ສິດເລືອກເອົາ ຄະນະປະຈໍາພັກແຂວງ 13 ສະຫາຍຍິງ 1 ສະຫາຍດັ່ງນີ້:


1. ສະຫາຍ ປອ ວິໄລວົງ ບຸດດາຄຳ ເປັນ ເລຂາຄະນະບໍລິຫານງານພັກແຂວງ
2. ສະຫາຍ ມະໄລທອງ ກົມມະສິດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ
3. ສະຫາຍ ສາຍທອງ ໄຊຍະວົງເປັນ ຮອງເລຂາຄະນະບໍລິຫານງານພັກແຂວງ
4. ສະຫາຍ ປະດິດ ວັນນະລັດສະໝີ ເປັນປະທານກວດກາພັກແຂວງ ແລະຄະນະປະຈໍາພັກແຂວງອີກ 9ສະຫາຍ.ຄື:
5. ສະຫາຍ ສະນັ່ນ ສີພາພົມມະຈັນ
6. ສະຫາຍ ແກ້ວລັດຕະນະ ສີຫາວົງ
7. ສະຫາຍ ສົມບູນ ເຮືອງວົງສາ
8. ສະຫາຍ ພົຈວ ສຸໄກ ພິມມະສານ
9. ສະຫາຍ ນາງ ວາດສະໜາ ສີລິມາ
10. ສະຫາຍ ໂສມ ບຸດຕະກຸນ
11. ສະຫາຍ ບົວລີ ເພັດສົງຄາມ
12. ສະຫາຍ ພັອ ຖາວອນ ບຸນກອງພີມ
13. ສະຫາຍ ປອ ສຸປານີ ສິລິປຸນໂຍ


ກໍາມະການພັກແຂວງມີ 26 ສະຫາຍ, ຍິງ 03 ສະຫາຍດັ່ງນີ້:
1. ສະຫາຍ ບົວທອງ ສຸວັນນະສານ
2. ສະຫາຍ ສົມສີ ມະນີນິນ
3. ສະຫາຍ ຄຳຕັນ ຊົມພັນດອນ
4. ສະຫາຍ ນາງ ແສງສຸວັນ ຊຸຍພະສິດ
5. ສະຫາຍ ອຸດົມສັກ ດີວິໄຊ
6. ສະຫາຍ ປອ ສຸກສະຫວັນ ວິິໄລວົງ
7. ສະຫາຍ ນາງ ຄຳພູ ລິດທິສັກ
8. ສະຫາຍ ປອ ວັນນະໄຊ ຊາດຕະກຸນ
9. ສະຫາຍ ພັທ ສົມເພັດ ບຸດສະດີ
10. ສະຫາຍ ດຣ ວຽງສີ ສຸພັກດີ
11. ສະຫາຍ ສອນສະຫວັນ ສີວິໄລ
12. ສະຫາຍ ຈັນທະວີສຸກ ວັນສິລິ
13. ສະຫາຍ ພິມພອນ ພັນດານຸວົງ
14. ສະຫາຍ ແກ້ວ ສິລິສະຫວັດ
15. ສະຫາຍ ສຸພາບ ທຳມະຮັກສາ
16. ສະຫາຍ ຄຳມ່ວນ ພິລາພອນເດດ
17. ສະຫາຍ ສົມລິດ ປັນທະບົວສີ
18. ສະຫາຍ ວຽງສະໄໝ ສີລິພອນພັນ
19. ສະຫາຍ ສະຫວາດ ແກ້ວບັນດິດ
20. ສະຫາຍ ນາງ ບົວລຽນ ມະນີວົງ
21. ສະຫາຍ ຈັນທະບູນ ສີປະເສີດ
22. ສະຫາຍ ບຸນຄົງ ພັນວົງສາ
23. ສະຫາຍ ພິດສະຫົງ ພົມມະວົງສາ
24. ສະຫາຍ ວິໄລ ແກ້ວມະນີໄລ
25. ສະຫາຍ ປອ ສຸກກະເສີມ ສີຫານຸວົງ
26. ສະຫາຍ ປອ ບຸນຍະເດດ ທອງສະຫວັນ


ພິເສດກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ເຊິ່ງສະຫາຍ ພັນຄໍາ ວິພາວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າໃນທົ່ວແຂວງ ເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍກໍຊີ້ນໍາຄະນະພັກຊຸດໃໝ່ ໃຫ້ສືບຕໍ່ປັບປຸງ, ແກ້ໄຂ;ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນໍາເອົາທິດນໍາທີ່ເປັນເອກະພາບພາຍໃນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງຈໍາປາສັກ ໃນຄັ້ງນີ້ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ຂ່າວ: ເກດສະໜາ ແກ້ວສຸວັນນະແສງ,Champasak RADIO Station100,7 Mhz