ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ

578

ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ I ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນບ່າຍວັນທີ 23 ຕຸລາ ນີ້ ພາຍຫລັງທີ່ໄດ້ດຳເນີນມາເປັນເວລາ 2 ວັນເຕັມ ທີ່ສະໂມສອນເມືອງອະນຸວົງ ແຂວງໄຊສົມບູນ ພາຍໃຕ້ການເປັນປະທານຂອງສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ມີຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ອະດີດການນຳແຂວງ, ພະນັກງານປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກທຸລະກິດຜູ້ປະກອບການ ແລະ ຜູ້ແທນສົມບູນຈຳນວນ 123 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງຈໍານວນທັງໝົດ 3.914 ສະຫາຍເຂົ້າຮ່ວມ.


ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດລາຍງານການເມືອງ ແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ II ບົດສຳຫລວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງຊຸດເກົ່າ ໄດ້ຕີລາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາການຈັດຕັ້ງປະຕິບັດມະຕິກອງປະຊຸມຕົວແທນສະມາຊິກພັກແຂວງ ໃນໄລຍະ 5 ປີ ຜ່ານມາ ແລະ ໄດ້ເປັນເອກະສັນຮັບຮອງເອົາວິໃສທັດ ແຕ່ນີ້ຮອດປີ 2035, ຍຸດທະສາດຮອດປີ 2030 ແລະ ທິດທາງວຽກງານຈຸດສຸມ 5 ປີ ( 2021-2025 ) ຕາມຄຳຂວັນ ເພີ່ມທະວີຄວາມສາມັກຄີປອງທົ່ວແຂວງໃຫ້ເປັນປຶກແຜ່ນ, ສ້າງແຂວງໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍຢ່າງໜັກແໜ້ນ, ໄດ້ຮັບການພັດທະນາໃນ 5 ທ່າແຮງ, ຕາມທິດສີຂຽວ, ສະອາດ ແລະ ຍືນຍົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທທື່ອລະກ້າວ.


ໃນກອງປະຊຸມຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ຊຶ່ງມີຜູ້ສະຮັບສະໝັກເລືອກຕັ້ງ ທັງໝົດ 34 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 29 ສະຫາຍ, ຍິງ 2 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາຄະນະປະຈຳພັກແຂວງ ຈຳນວນ 9 ສະຫາຍ ແລະ ໄດ້ເປັນເອກະສັນເລືອກເອົາສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເປັນຮອງເລຂາພັກແຂວງ ແລະ ສະຫາຍ ແດງ ປະທຸມທອງ ເປັນຮອງເລຂາພັກແຂວງ, ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ ເປັນປະທານກວດກາພັກ, ສະຫາຍ ບຸນຜອງ ຄຳມະນີວົງ ເປັນຮອງປະທານກວດກາພັກ, ສະຫາຍ ຕຸ້ຍ ອ່ອນດວງພະຈັນ ເປັນຮອງປະທານກວດກາພັກ ພ້ອມກັນນີ້ ຍັງໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 15 ສະຫາຍ, ຍິງ 2 ແລະ ສຳຮອງ 2 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕື່ມອີກ.


ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຈາກສະຫາຍ ນາງ ປານີ ຢ່າທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຊຶ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຄະນະບໍລິຫານງານພັກແຂວງຊຸດເກົ່າ ທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຍາດໄດ້ຜົນສຳເລັດຫລາຍດ້ານ ພ້ອມທັງໃຫ້ທິດຊີ້ນຳເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເປັນຕົ້ນ ຕ້ອງເພີ່ມທະວີການຊີ້ນຳ-ນຳພາ ຈັດຕັ້ງປະຕິບັດວຍກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ສຸມໃສ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ 20 ແຜນງານຈຸດສຸມແຕ່ລະດ່ານຂອງແຂວງທີ່ກຳນົດໄວ້, ເອົາໃຈໃສ່ນຳພາວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ຊຸກຍູ້ວຽກງານ 3 ສ້າງ, ເພີ່ມທະວີວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ເລິກເຊິ່ງກວ່າເກົ່າ ໂດຍສຸມໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ ແລະ ໜັກແໜ້ນ ພ້ອມທັງ ເພີ່ມທະວີການຊີ້ນຳ-ນຳພາວຽືກງານກວດກາ ໃຫ້ແທດເຖິງກວ່າເກົ່າ ແລະ ເປັນປົກກະຕິ.

ຂ່າວ: ພຸດທະສອນ ເວດສະວົງ, ພາບ:ສຸກສັນ ອ້ວນລິທິກຸນ