ການສົ່ງອອກລົດໃຫຍ່ ສ.ເກົາຫຼີ ເພີ່ມຂຶ້ນຄັ້ງທຳອິດໃນຮອບ 6 ເດືອນ

120

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງຂໍ້ມູນຈາກກະຊວງການຄ້າອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ ເປີດເຜີຍວ່າ: ຍອດສົ່ງອອກລົດໃຫຍ່ຂອງ ສ.ເກົາຫຼີ ໃນເດືອນກັນຍາ 193.081 ຄັນ ເພີ່ມຂຶ້ນ 14,8% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ເຊິ່ງຖືວ່າເປັນການເພີ່ມຂຶ້ນເປັນຄັ້ງທຳອິດ ຫຼັງຈາກທີ່ຫຼຸດລົງຢ່າງຕໍ່ເນື່ອງໃນ 5 ເດືອນກ່ອນໜ້ານີ້, ປັດໄຈຫຼັກໆໄດ້ແຮງຍູ້ຈາກການສົ່ງອອກໄປຍັງຕະຫຼາດສະຫະລັດອາເມຣິກາເພີ່ມຂຶ້ນ.

ລາຍງານລະບຸວ່າ: ຍອດການສົ່ງອອກລົດໃຫຍ່ຂອງ ສ.ເກົາຫຼີ ຫຼຸດລົງໃນຫຼາຍເດືອນຜ່ານມາ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ສົ່ງຜົນໃຫ້ຫ່ວງໂສ້ອຸປະທານທົ່ວໂລກຢຸດສະງັກ, ຂະນະທີ່ຜູ້ບໍລິໂພກ ( ຜູ້ຊົມໃຊ້ ) ຊະລໍການຊື້ລົດໃໝ່ທ່າມກາງຄວາມບໍ່ແນ່ນອນດ້ານເສດຖະກິດ.

ແນວໃດກໍດີ, ເມື່ອແຍກຕາມຂົງເຂດເຫັນວ່າຍອດການສົ່ງອອກລົດໃຫຍ່ຂອງ ສ.ເກົາຫຼີ ໃນເດືອນກັນຍາຜ່ານມາ ພົບວ່າການສົ່ງອອກໄປທະວີບອາເມຣິກາເໜືອ ເພີ່ມຂຶ້ນເຖິງ 61%, ແຕ່ຍອດສົ່ງອອກໄປສະຫະພາບເອີຣົບ ຫຼຸດລົງ 1,4%, ໃນຂະນະທີ່ການສົ່ງອອກໄປທະວີບອາຊີ ຫຼຸດລົງ 5,5%.