ຫົວເຫວີຍ ປະຈຳລາວ ແລະ ສະຖາບັນໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ເຊັນ MOU

260

ໃນວັນທີ 16 ຕຸລາ 2020 ທີ່ສະຖາບັນໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍໂຄງການຝຶກອົບຮົມບຸກຄະລາກອນດ້ານ ICT ໃຫ້ແກ່ວິຊາການ ແລະ ນັກສຶກສາຂອງສະຖາບັນ ລະຫວ່າງ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ຈຳກັດຜູ້ດຽວ ແລະ ສະຖາບັນໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຕາງໜ້າລົງນາມໂດຍ ທ່ານ ຫູ ເຫວີຍຫົວ ປະທານ ບໍລິສັດ ຫົວເຫວີຍ ປະຈຳລາວ ແລະ ທ່ານ ສາຍຝົນ ບຸດຈັນທະລາດ ຫົວໜ້າສະຖາບັນໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ການລົງນາມເຊັນສັນຍາຄັ້ງນີ້ ບໍລິສັດ ຫົວເຫວີຍ ຈະສືບຕໍ່ ຄວາມພະຍາຍາມຢ່າງຕໍ່ເນື່ອງໃນການປູກຝັງດ້ານ ICT ໂດຍຈັດການຝຶກອົບຮົມຂຶ້ນສໍາລັບສະຖາບັນໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ເພື່ອເປັນການສົ່ງເສີມການແລກປ່ຽນເຕັກໂນໂລຊີ, ການແບ່ງປັນປະສົບການ ແລະ ການສົ່ງເສີມຄວາມອາດສາມາດໃນບັນດາຜູ້ຊ່ຽວຊານທີ່ເຂົ້າຮ່ວມ.

ຄວາມພະຍາຍາມດັ່ງກ່າວຈະສຸມໃສ່ການຮ່ວມມືໄລຍະສັ້ນ ແລະ ກາງ ເຊັ່ນ: ໂຄງການຝຶກອົບຮົມ, ກອງປະຊຸມ, ການຮຽນຮູ້ທາງເອເລັກໂຕຣນິກ ແລະ ການແລກປ່ຽນປະສົບການລະຫວ່າງນັກຮຽນກັບຜູ້ຊ່ຽວຊານ ແລະ ຍັງມີຫຼັກສູກຝຶກທັກສະດິຈິຕອນທີ່ຈະຊ່ວຍໃນການຝຶກອົບຮົມພະນັກງານ ແລະ ວິສະວະກອນໃນພື້ນທີ່ຈຳນວນຫຼາຍ ພາຍໃຕ້ຫົວຂໍ້ທີ່ແຕກຕ່າງກັນໃນແນວໂນ້ມເຕັກໂນໂລຊີໃໝ່ ແລະ ຈະມຸ່ງເນັ້ນໄປທີ່ຫົວຂໍ້ຕ່າງໆຂອງ ໄອຊີທີ ລວມເຖິງ 5G, cloud, big data, AI ແລະ ອື່ນໆ.

ໃນພິທີລົງນາມ ທ່ານ ຫູ     ເຫວີຍຫົວ ກ່າວວ່າ: ໂຄງການນີ້ແມ່ນກິດຈະກຳ CSR ທ້ອງຖິ່ນຂອງ Huawei ທີ່ມີມາເປັນເວລາຫຼາຍປີແລ້ວ; ຫົວເຫວີຍ ໄດ້ຊ່ວຍພັດທະນາບຸກຄະລາກອນທີ່ມີພອນສະຫວັນດ້ານ ICT ໃນທ້ອງຖິ່ນ, ສົ່ງເສີມການຖ່າຍທອດຄວາມຮູ້ ແລະ ຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມໃນ Digital Laos. ມື້ນີ້ພວກເຮົາໄດ້ເຊີນພະນັກງານ ແລະ ນັກສຶກສາຂອງສະຖາບັນ ICT ຈຳນວນ 20 ຄົນ ເຂົ້າຮ່ວມໂຄງການນີ້. ຂ້າພະເຈົ້າຫວັງວ່າຜູ້ເຂົ້າຮ່ວມທຸກຄົນຈະຮວບຮວມຄວາມຮູ້ ແລະ ຮັບຮູ້ທ່າອ່ຽງຂອງ Digital Laos.

ໃນຂະນະດຽວກັນ, ທ່ານ ສາຍຝົນ ບຸດຈັນທະລາດ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ບໍລິສັດ ຫົວເຫວີຍເຕັກໂນໂລຊີ ທີ່ຕັດສິນໃຈເປັນຄູ່ຮ່ວມມືກັບທາງສະຖາບັນ ຫວັງວ່າການຮ່ວມມືຄັ້ງນີ້ຈະເປັນດັ່ງເມັດກ້າທີ່ເຕີບໃຫຍ່ຂະຫຍາຍຕົວອອກດອກອອກຜົນຢ່າງຫຼວງຫຼາຍ ແລະ ມີປະສິດທິພາບສູງໃນອະນາຄົດ.