ຊາວໜຸ່ມແຂວງໄຊສົມບູນ ສໍາເລັດວິຊາຊ່າງຕັດຫຍິບໄລຍະສັ້ນ

101

ທ້າຍອາທິດຜ່ານມາ ຄະນະບໍລິຫານງານຊາວໜຸ່ມແຂວງໄຊສົມບູນ ຮ່ວມກັບສະຫະພັນແມ່ຍິງແຂວງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ຈັດພິທີປິດຝຶກອົບຮົມວິຊາຊ່າງຕັດຫຍິບ ໄລຍະ 3 ເດືອນ ທີ່ຫ້ອງການບ້ານຜ່າສະຫງົບ ໂດຍການເປັນປະທານຮ່ວມຂອງ ທ່ານ ເຍ່ຍຊົ່ງ ຫວັງທ່າວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ສົມເພັດ ວົງພະຈັດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ນາງ ສຸກຊົ່ງ ຕົງສື ຮອງປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ເມືອງ, ມີອໍານາດການປົກຄອງບ້ານຜ່າສະຫງົບ, ບ້ານພູຫົວຊ້າງ, ວິທະຍາກອນ ແລະ ມີສໍາມະນາກອນເຂົ້າຮ່ວມ.

ທ່ານ ຈື່ເນັ່ງຊົ່ງ ຊືຢື ຫົວໜ້າຂະແໜງພັດທະນາສີມືແຮງງານແຂວງໄຊສົມບູນ ກ່າວວ່າ: ການຝຶກອົບຮົມຊ່າງຕັດຫຍິບໃນໄລຍະ 3 ເດືອນ ແມ່ນເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 18 ມິຖຸນາ ຫາ ວັນທີ 18 ກັນຍາ 2020 ຮຽນວັນລະ 8 ຊົ່ວໂມງ, ມີຊົ່ວໂມງຮຽນພາກທິດສະດີ 80 ຊົ່ວ ແລະ ປະຕິບັດຕົວຈິງ 400 ຊົ່ວໂມງ, ມີສໍາມະນາກອນເຂົ້າຝຶກທັງໝົດ 12 ທ່ານ ໃນພາກທິດສະດີແມ່ນໄດ້ຮຽນກ່ຽວກັບການວັດແທກ, ແຕ້ມ, ວິທີຄິດໄລ່ໂສ້ງ, ເສື້ອ ແລະ ສິ້ນແຕ່ລະແບບ.

ສ່ວນພາກປະຕິບັດຕົວຈິງໄດ້ຮຽນຕັດເສື້ອຄໍມົນ, ຄໍ 4 ແຈ, ເສື້ອເຊີດ, ເສື້ອຊັບຜະລິ ແລະ ໂສ້ງຜູ້ຊາຍ ເຊິ່ງຜ່ານການຝຶກອົບຮົມຕົວຈິງສໍາມະນາກອນ ສາມາດຮຽນໄດ້ປະມານ 80% ຂອງຫຼັກສູດທັງໝົດ.

( ຂໍ້ມູນ: ນາງ ຕູດ ຄໍາພໍໃຈ )