23 ກັນຍາ ລາວເຮົາບໍ່ມີຜູ້ຕິດເຊື້ອໂຄວິດເພີ່ມ ສ່ວນກໍລະນີທີ 23 ຍັງປິ່ນປົວຢູ່ໂຮງໝໍ

181

ໃນວັນທີ 23 ກັນຍາ 2020, ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ໄດ້ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ວ່າ: ໃນວັນທີ 22 ກັນຍາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 435 ຄົນ, ໃນນັ້ນມີແຮງງານລາວ ມາແຕ່ໄທ 346 ຕົວຢ່າງ, ແຮງງານຫວຽດນາມ 07 ຕົວຢ່າງ, ແຮງງານໄທ 16 ຕົວຢ່າງ, ບຸກຄົນທົ່ວໄປທີ່ບໍ່ມີອາການ 64 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ມີອາການ 02 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ແຈ້ງໃຫ້ຮູ້ຕື່ມວ່າ: ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດວັນທີ 22 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 48.774 ຕົວຢ່າງ, ກວດພົບເຊື້ອສະສົມ 23 ຄົນ, ປັດຈຸບັນ, ຄົນເຈັບຕິດເຊື້ອພະຍາດ ໂຄວິດ-19 ນ້ຳເບີ 23 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ.

ພາບປະກອບຂ່າວເທົ່ານັ້ນ

ດ້ານສູນຈໍາກັດບໍລິເວນທີ່ຍັງເປີດຢູ່ມີທັງໝົດ 47 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.589 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ເຖິງຢ່າງໃດກໍຕາມ ບັນຫາສຳຄັນແມ່ນສະພາບການລະບາດຂອງພະຍາດ ໂຄວິດ-19 ໃນທົ່ວໂລກ ແມ່ນຍັງສືບຕໍ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດເພິ່ມຂຶ້ນໃນແຕ່ລະວັນ; ຄະນະສະເພາະກິດ ແມ່ນມີຄວາມເປັນຫ່ວງເປັນໄຍຕໍ່ສຸຂະພາບ ຂອງປະຊາຊົນເປັນທີ່ສຸດ ການວາງມາດຕະການຕ່າງໆ ອອກມາກໍ່ແມ່ນເພື່ອຫລຸດຜ່ອນ ແລະ ຢັບຢັ້ງການລະບາດແຜ່ລາມຂອງພະຍາດດັ່ງ ກ່າວ.

ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງສືບຕໍ່ຮ່ວມມືເປັນເຈົ້າການ ໃນການປະຕິ ບັດບັນດາຂໍ້ແນະນຳຕ່າງໆ ທີ່ໄດ້ວາງອອກຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ, ປະຕິບັດການດຳລົງຊີວິດປົກກະຕິແບບໃໝ່ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອໃຫ້ສະພາບການລະບາດຂອງພະຍາດ ໂຄວິດ-19 ຜ່ອນຄາຍລົງ ແລະ ຂໍໃຫ້ບັນດາທ່ານຕິດຕາມຂ່າວ ຈາກພາກປົກກະຕິຂອງໂທລະພາບ, ວິທະຍຸກະຈາຍສຽງ, ໜັງສືພິມ ແລະ ສື່ຕ່າງໆ.