ຈີນ ສົ່ງດາວທຽມ 9 ດວງ ຂຶ້ນສູ່ອາວະກາດ ເພື່ອສຳຫຼວດໂລກ

77

ສຳນັກຂ່າວຊິນຮວາ ລາຍງານວ່າ: ສປ ຈີນໄດ້ສົ່ງດາວທຽມ 9 ດວງ ຈາກກາງທະເລເຫຼືອງຂຶ້ນສູ່ວົງໂຄຈອນ ໃນເວລາ 9:23 ໂມງ ຂອງວັນທີ 15 ກັນຍາຜ່ານມາ ຕາມເວລາທ້ອງຖິ່ນ ເພື່ອສັງເກດການໂລກ ເຊິ່ງຢູ່ໃນກຸ່ມດາວທຽມ ຈີ໋ຫຼິນ – 1 ເກົາເຟິນ 03 – 1 ( Jilin-1 Gaofen 03 – 1 ).

ດາວທຽມທັງ 9 ດວງ ໄດ້ຖືກຍິງຂຶ້ນສູ່ວົງໂຄຈອນສຳເລັດຕາມແຜນທີ່ວາງໄວ້ ໂດຍຈະຫຼວດຂົນສົ່ງລອງມາຊ – 11 ( Long March – 11 ) ໄດ້ຂົນສົ່ງກຸ່ມດາວທຽມ ຈີ໋ຫຼິນ – 1 ເກົາເຟີນ 03 – 1 ຂຶ້ນສູ່ອາວະກາດ, ຫຼັງຈາກນັ້ນບໍ່ດົນມີລາຍງານວ່າ ຈີນສາມາດຕິດຕັ້ງດາວທຽມສັງເກດການໂລກໄດ້ສຳເລັດ ໂດຍເປັນດາວທຽມທີ່ສາມາດຖ່າຍວິດີໂອທີ່ມີ ຄວາມລະອຽດສູງ ຈຳນວນ 3 ດວງ ແລະ ດາວທຽມຖ່າຍພາບໃນວົງໂຄຈອນຊິງໂຄຣນັສຂອງດວງອາທິດອີກ 6 ດວງ.

ທັງນີ້, ດາວທຽມແຕ່ລະດວງພັດທະນາ ໂດຍ Changguang Satellite Technology ເມືອງຊາງຊຸນ ແຂວງຈີ໋ຫຼິນ ເຊິ່ງຈີນ ຈະໃຊ້ດາວທຽມເຫຼົ່ານີ້ສຳຫຼວດທີ່ດິນກະສິກຳ, ປ່າໄມ້, ຊັບພະຍາກອນທີ່ດິນ ແລະ ການຄຸ້ມຄອງສິ່ງແວດລ້ອມ.