ລອງໃຊ້ກັນແລ້ວຫຼືຍັງ? Avatar ຟີເຈີໃໝ່ຂອງເຟສບຸກທີ່ຫາກໍ່ເປີດໂຕນໍາໃຊ້ໃນລາວ

182

ເຊື່ອວ່າຜູ້ໃຊ້ເຟສບຸກຫຼາຍໆທ່ານ ຈະໄດ້ເຫັນ ຫຼື ທົດລອງໃຊ້ກັນແລ້ວ ສໍາລັບຟີເຈີ ຫຼື ລູກຫຼິ້ນໃໝ່ຂອງເຟສບຸກທີ່ມີຊື່ວ່າ Avatar ເພາະວານນີ້ 15 ກັນຍາ 2020 ເປັນມື້ເປີດໂຕຟີເຈີນີ້ໃນລາວເປັນຄັ້ງທໍາອິດ, ເຊິ່ງຖືວ່າມາແຮງຫຼາຍ ປະຕິເສດບໍ່ໄດ້ເລີຍວ່າຄົນສ່ວນຫຼາຍທີ່ໃຊ້ Facebook ແມ່ນໄດ້ທົດລອງໃຊ້ຟີເຈີນີ້ແລ້ວ.

ແນວໃດກໍ່ຕາມ ເພື່ອເຮັດໃຫ້ທຸກຄົນໄດ້ຮູ້ຈັກກັບ Avatar ຫຼາຍຂຶ້ນ ແອັດມິນໄດ້ໄປຫາຂໍ້ມູນກ່ຽວກັບຟີເຈີນີ້ມາໃຫ້ແຟນເພຈໄດ້ສຶກສານໍາກັນລອງເບິ່ງ. Avatar ໄດ້ເລີ່ມເປີດ ມາແລ້ວໃນຫຼາຍປະເທດທົ່ວໂລກ, ເເລະ ໃນທີ່ສຸດຄົນລາວເຮົາກໍ່ໄດ້ໃຊ້ແລ້ວເຊັ່ນກັນ. ອາວາຕາ ໃຫ້ທ່ານສາມາດສ້າງຕົວຕົນເເບບດິຈິຕ້ອນ ເຊິ່ງຈະເປັນຕົວເເທນຂອງໂຕທ່ານ ໃນການເເບ່ງປັນຄວາມຮູ້ສຶກ ແລະ ຄວາມຄິດໃນຮູບເເບບທີ່ມ່ວນສ້າງສັນ, ທ່ານສາມາດແບ່ງປັນຄວາມຮູ້ສຶກເຫຼົ່ານີ້ ຜ່ານສະຕິກເກີໃນກ່ອງຄຳເຫັນ, Messenger ແລະ Story ຂອງທ່ານ.

ສໍາລັບວິທີສ້າງອາວາຕາ:

ທ່ານສາມາດສ້າງອາວາຕາໃນແບບຂອງທ່ານດ້ວຍການເລືອກອົງປະກອບຕ່າງໆເຊັ່ນ: ໃບໜ້າ, ຜົມ, ເຄື່ອງນຸ່ງ ແລະ ອື່ນໆ ໃຫ້ກາຍເປັນອາວາຕາໃນແບບທີ່ທ່ານມັກ. ທ່ານສາມາດເຂົ້າຟີເຈີນີ້ຜ່ານ Bookmarks ໃນ Facebook ເເອັບ ເເລະ ຜ່ານກ່ອງຄຳເຫັນ. ນອກນັ້ນ, ທ່ານກໍສາມາດສ້າງອາວາຕາຜ່ານການກົດເຂົ້າໄປ ອາວາຕາຂອງຜູ້ອື່ນທີ່ເຂົາເເບ່ງປັນໃນ Facebookໄດ້ອີກດ້ວຍ.

ເພື່ອສ້າງອາວາຕາຂອງທ່ານ ຜ່ານມືຖື ໃຫ້ເຂົ້າໄປທີ່ກ່ອງຄຳເຫັນໃນ Facebook ຫຼື ການສົ່ງຂໍ້ຄວາມໃນ Messenger, ກົດເຂົ້າໄປທີ່ປຸ່ມ “ໜ້າຍິ້ມ” ເເລ້ວເລືອກແຖບ ສະຕິກເກີ. ເຂົ້າໄປທີ່ “Create Your Avatar” ຫຼື ອີກວິທີເເມ່ນຜ່ານໜ້າ Bookmark ໃນ ເເອັບ Facebook. (ໝາຍເຫດ: ສາມາດສ້າງອາວາຕາໃນ Messenger ໄດ້ທັງໃນລະບົບ Android ເເລະ iOS).