ກຳປູເຈຍ ປະກາດປັບຂຶ້ນແຮງງານຂັ້ນຕ່ຳພາກອຸດສາຫະກຳຕັດຫຍິບ

81

ສຳນັກຂ່າວຊິນຮວາ ລາຍງານວ່າ: ກະຊວງແຮງງານຂອງ ກຳປູເຈຍ ໄດ້ປະກາດຂຶ້ນຄ່າແຮງງານຂັ້ນຕ່ຳໃນພາກອຸດສາຫະກຳຕັດຫຍິບ ( ເສື້ອຜ້າ ແລະ ເກີບ ) 1,05% ເຊິ່ງເພີ່ມຂຶ້ນຈາກ 190 ໂດລາສະຫະລັດຕໍ່ເດືອນ ມາເປັນ 192 ໂດລາສະຫະລັດ ເຊິ່ງຈະມີຜົນຕັ້ງແຕ່ວັນທີ 1 ມັງກອນ 2021.

ທັງນີ້, ເຖິງວ່າອຸດສາຫະກຳຕັດຫຍິບຂອງກຳປູເຈຍ ຈະໄດ້ຮັບຜົນກະທົບຢ່າງໜັກຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ກໍຕາມ ແຕ່ເມື່ອພິຈາລະນາເຖິງສະພາບການເປັນຢູ່ຂອງກຳມະກອນແລ້ວ, ລັດຖະບານກຳປູເຈຍ ກໍຈຳເປັນຕ້ອງໄດ້ປັບແຮງງານຂັ້ນຕ່ຳຂອງຂະແໜງດັ່ງກ່າວຂຶ້ນ.

ພາບປະກອບຂ່າວເທົ່ານັ້ນ

ພາກອຸດສາຫະກຳຕັດຫຍິບເສື້ອຜ້າ ແລະ ເກີບ ເປັນພາກການສົ່ງອອກທີ່ໃຫຍ່ທີ່ສຸດຂອງ ກຳປູເຈຍ ມີການຈ້າງແຮງງານປະມານ 750.000 ຄົນ ໃນໂຮງງານຕ່າງໆ ເກືອບ 1.100 ແຫ່ງ. ແຕ່ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19, ປັດຈຸບັນມີໂຮງງານ 120 ແຫ່ງ ຕ້ອງຢຸດຕິການຜະລິດ ເຊິ່ງສົ່ງຜົນກະທົບຕໍ່ແຮງງານປະມານ 50.000 ຄົນ. ໃນຂະນະທີ່ຍອດມູນຄ່າການສົ່ງອອກເສື້ອຜ້າ ແລະ ເກີບ ຂອງກຳປູເຈຍ ໃນໄລຍະ 6 ເດືອນຕົ້ນປີນີ້ ຫຼຸດລົງ 5,4% ເມື່ອທຽບກັບ ໄລຍະດຽວກັນຂອງປີຜ່ານມາ.