ຕິດຕາມເບິ່ງ! ຄວາມຄືບໜ້າໂຄງການກອງທຶນສົ່ງເສີມການເຂົ້າຫາແຫຼ່ງທຶນ

102

ໂຄງການກອງທຶນສົ່ງເສີມການເຂົ້າຫາແຫຼ່ງທຶນໃນ ສປປ ລາວ ( LAFF ) ເປັນໂຄງການໜຶ່ງພາຍໃຕ້ການຊີ້ນໍາຂອງທະນາຄານ ແຫ່ງ ສປປ ລາວ ເພື່ອຊ່ວຍເຫຼືອທາງດ້ານວິຊາການ ແລະ ສະໜັບສະໜູນທຶນໃຫ້ແກ່ສະຖາບັນການເງິນທີ່ຢູ່ໃນເງື່ອນໄຂກໍານົດໄວ້.

ໃນປີ 2019 ຜ່ານມາ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ປະຕູຄຳ ( ສກຈຮ ປະຕູຄຳ ) ເປັນສະຖາບັນການເງິນແຫ່ງດຽວທີ່ຖືກຄັດເລືອກຈາກໂຄງການດັ່ງກ່າວ ພ້ອມໄດ້ຮັບເງິນກູ້ 3 ຕື້ກີບ ໃນອັດຕາດອກເບ້ຍ 11,5% ຕໍ່ປີ ເປັນເວລາ 5 ປີ ໂດຍບໍ່ມີຫຼັກຊັບຄໍ້າປະກັນ.

ໂອກາດນີ້, ທ່ານ ນາງ ນິດາວັນ ອານາຈັກ ຮອງຜູ້ອໍານວຍການ ສກຈຮ ປະຕູຄຳ ໃຫ້ສໍາພາດວ່າ: ໃນປີ 2019 ຜ່ານມາ ທະນາຄານ ແຫ່ງ ສປປ ລາວ ໄດ້ປະກາດກ່ຽວກັບກອງທຶນ LAFF ເຊິ່ງພວກເຮົາກໍໄດ້ພົວພັນປະກອບເອກະສານຕາມຂັ້ນຕອນຄືກັບຫຼາຍໆສະຖາບັນ, ຜ່ານການປະເມີນເຫັນວ່າສະຖາບັນພວກເຮົາຢູ່ໃນເງື່ອນໄຂຕົວຊີ້ວັດ ຈຶ່ງຖືກພິຈາລະນາໄດ້ຮັບທຶນສະໜັບສະໜູນ ແລະ ເປັນສະຖາບັນການເງິນແຫ່ງທໍາອິດໃນລາວ.

ໃນນີ້, ໄດ້ຮັບເງິນກູ້ ຈໍານວນ 3 ຕື້ກີບ ແບ່ງອອກເປັນ 2 ງວດໆລະ 1,5 ຕື້ກີບ; ເນື່ອງຈາກກອງທຶນດັ່ງກ່າວຫາກໍເລີ່ມຕົ້ນໃນທ້າຍປີ 2019 ພວກເຮົາກໍສາມາດປ່ອຍກູ້ງວດທໍາອິດໄດ້ຕາມແຜນໃນເດືອນກຸມພາ 2020. ສ່ວນງວດທີສອງຖືກໄລຍະການລະບາດຂອງພະຍາດໂຄວິດ – 19 ຈຶ່ງເຮັດໃຫ້ຍັງບໍ່ທັນໄດ້ເບີກເງິນອອກມາເທື່ອ.

ທ່ານອະທິບາຍວ່າ: ນັບແຕ່ໄດ້ຮັບເງິນກູ້ສະຖາບັນພວກເຮົາກໍໄດ້ລົງສຶກສາຕະຫຼາດ, ເຂົ້າຫາກຸ່ມລູກຄ້າເປົ້າໝາຍ ແລະ ໄດ້ປ່ອຍເງິນກູ້ໃຫ້ກັບລູກຄ້າໄປແລ້ວຈໍານວນໜຶ່ງ, ອັນທີ່ພົ້ນເດັ່ນນອກຈາກກອງທຶນໄດ້ໃຫ້ເງິນກູ້ 3 ຕື້ກີບແລ້ວ ຍັງຊ່ວຍເຫຼືອສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານ, ຜູ້ບໍລິຫານຈົນເຖິງລະດັບສະພາບໍລິຫານ ພ້ອມຕິດຕາມຢ່າງໃກ້ຊິດ ແລະ ໃຫ້ມີການລາຍງານເປັນແຕ່ລະໄລຍະ. ສໍາລັບໄລຍະໂຄ ວິດ – 19 ກໍໄດ້ຜູ້ຕາງໜ້າໂຄງການໄດ້ເຂົ້າມາຕິດຕາມ, ປຶກສາຫາລື ແລະ ລົງຢ້ຽມຢາມລູກຄ້າດ້ວຍຕົນເອງ. ຄຽງຄູ່ກັນນັ້ນ, ເງິນກູ້ 3 ຕື້ກີບ ທີ່ໄດ້ຮັບນັ້ນ ທາງສະຖາບັນກໍໄດ້ປະຕິບັດຕາມລະບຽບຂອງຜູ້ໃຫ້ທຶນ ເຊິ່ງໄດ້ປ່ອຍເງິນກູ້ຢູ່ເຂດເມືອງທຸລະຄົມ ແຂວງວຽງຈັນ ແລະ 5 ເມືອງນອກຂອງນະຄອນຫຼວງ.

ມາຮອດທ້າຍເດືອນກໍລະກົດ 2020 ສະຖາບັນພວກເຮົາມີລູກຄ້າເງິນຝາກ 2.389 ບັນຊີ; ມີຍອດເງິນຝາກເກືອບ 24 ຕື້ 967 ລ້ານກີບ; ມີລູກຄ້າເງິນກູ້ 1.282 ບັນຊີ ຍອດສິນເຊື່ອ 25 ຕື້ກີບ. ເວົ້າສະເພາະລູກຄ້າຂອງກອງທຶນ LAFF ມີຈໍານວນ 45 ບັນຊີ ມີຍອດສິນເຊື່ອ 1 ຕື້ 221 ລ້ານກວ່າກີບ ເຊິ່ງເຫັນວ່າຍັງບໍ່ທັນສາມາດຕອບໂຈດຂອງແຜນການໄດ້ເທື່ອ ເນື່ອງຈາກມີຜົນກະທົບຈາກພະຍາດໂຄວິດ – 19.

ສກຈຮ ປະຕູຄໍາ ກໍເປັນໜຶ່ງໃນບັນດາສະຖາບັນການເງິນ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ – 19 ເຊິ່ງພວກເຮົາກໍໄດ້ໂຈະການປ່ອຍເງິນກູ້ນັບແຕ່ທ້າຍເດືອນມີນາ 2020 ເປັນຕົ້ນມາ ຈົນຮອດເດືອນພຶດສະພາ ຈຶ່ງໄດ້ເປີດບໍລິການເປັນປົກກະຕິ. ແຕ່ຖ້າຫາກພະຍາດໂຄວິດ – 19 ຍັງແກ່ຍາວຈົນຮອດປີໜ້າສິ່ງທີ່ຈະຕ້ອງເຮັດກໍຕ້ອງຮັກສາໄລຍະຫ່າງ ເພື່ອຄວາມປອດໄພໃຫ້ແກ່ພະນັກງານກໍຄືລູກຄ້າ, ຈໍາກັດການລະດົມເງິນຝາກ ແລະ ປ່ອຍເງິນກູ້ໃນເຂດທີ່ສາມາດຮັບໄດ້ ພ້ອມທັງຫຼີກລຽງການພົບປະກັບລູກຄ້າໂດຍກົງ ຫຼື ເປັນລາຍກຸ່ມ.

ສໍາລັບນະໂຍບາຍຂອງສະຖາບັນພວກເຮົາຕໍ່ກັບລູກຄ້າ ກໍໄດ້ຕັ້ງວົງເງິນສະໜັບສະໜູນ 1 ຕື້ກີບ ຊ່ວຍເຫຼືອລູກຄ້າເກົ່າ ແລະ ໃໝ່ ເພື່ອຊ່ວຍຟື້ນຟູໜີ້ສິນໃຫ້ແກ່ລູກຄ້າ, ເຮັດໃຫ້ເຂົາເຈົ້າມີເງິນລົງທຶນສ້າງລາຍໄດ້ແກ່ຄອບຄົວ; ທັງເປັນການຊ່ວຍເຫຼືອກັນໃນຍາມວິກິດ. ຄຽງຄູ່ກັນນັ້ນ, ກໍໄດ້ອອກຜະລິດຕະພັນໃໝ່ດ້ວຍອັດຕາດອກເບ້ຍ 1,8% ແລະ ຟຣີຄ່າທໍານຽມໃນໄລຍະ 3 ປີ. ໃນກໍລະນີ ຫາກລູກຄ້າກູ້ຢືມໃນວົງເງິນ 20 ລ້ານກີບລົງມາ ຈະບໍ່ມີການປັບໃໝດອກເບ້ຍ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນເມສາຈົນຮອດປັດຈຸບັນ ແລະ ຍັງສືບຕໍ່ໄປເລື້ອຍໆ.

ສ່ວນແຜນການດໍາເນີນທຸລະກິດໃນປີ 2020 ເຊິ່ງໄລຍະນີ້ແມ່ນຕ້ອງໄດ້ປະຄອງໃຫ້ທຸລະກິດສາມາດຢູ່ລອດໃນສະຖານະການທີ່ມີການເຝົ້າລະວັງຂອງພະຍາດໂຄວິດ – 19. ຄຽງຄູ່ກັນນັ້ນ, ກໍຕ້ອງໄດ້ຮັກສາຖານລູກຄ້າໃນທ່າມກາງການແຂ່ງຂັນຂອງສະຖາບັນການເງິນດ້ວຍກັນ ແລະ ທະນາຄານທຸລະກິດຕ່າງໆ, ເອົາໃຈໃສ່ສຶກສາຕະຫຼາດໃຫ້ຮອບຄອບໃນການຮັບເງິນຝາກ ແລະ ປ່ອຍເງິນກູ້ໃຫ້ມີຄວາມສົມດຸນກັນ ໂດຍເນັ້ນໃສ່ລູກຄ້າທີ່ຈໍາເປັນແທ້ໆ ເພື່ອຕອບໂຈດ ຄວາມຕ້ອງການເຂົາເຈົ້າ; ສືບຕໍ່ໃຫ້ ຄວາມຮູ້ທາງດ້ານການເງິນ ເປັນຕົ້ນແມ່ນການໃຊ້ເງິນໃຫ້ຖືກວິທີ, ມີປະສິດທິພາບ ແລະ ປ້ອງກັນບໍ່ໃຫ້ເປັນໜີ້ ລວມທັງສ້າງສາຍພົວພັນທີ່ດີກັບລູກຄ້າໃຫ້ຮູ້ສຶກວ່າເປັນຄູ່ຮ່ວມທຸລະກິດນຳກັນ.