6 ກັນຍາ ມີຜູ້ເດີນທາງເຂົ້າລາວ ເກືອບ 2ພັນຄົນ

89

ປັດຈຸບັນ ເຖິງແມ່ນວ່າສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດລາວເຮົາຈະເບົາບາງລົງ ຍັງມີຜູ້ຕິດເຊື້ອພະຍາດດັ່ງກ່າວ ປິ່ນປົວຢູ່ໂຮງໝໍມິດຕະພາບພຽງຄົນດຽວ ແຕ່ລັດຖະບານກໍ່ບໍ່ໄດ້ຖືເບົາຍັງສືບຕໍ່ເຂັ້ມງວດມາດຕະການທີ່ຈໍາເປັນ ແລະ ຜ່ອນຜັນບາງມາດຕະການພ້ອມແນະນໍາທຸກຄົນສ້າງຄວາມຊິນເຄີຍໃນການໃຊ້ຊີວິດແບບ New normal ໃຫ້ໄດ້.

ແຕ່ທັງນີ້ທັງນັ້ນ ບັນດາມາດຕະການຜ່ອນຜັນທີ່ວ່ານັ້ນແມ່ນລວມເຖິງການຮັບເອົາຄົນລາວກັບເຂົ້າປະເທດແຕ່ຕ້ອງເປັນໄປຕາມເງື່ອນໄຂທີ່ຄະນະສະເພາະກິດກໍານົດໄວ້, ຫຼ້າສຸດ 6 ກັນຍາ 2020 ມີຜູ້ເດີນທາງເຂົ້າລາວໂດຍຜ່ານດ່ານຜ່ານແດນຕ່າງໆທັງໝົດ 1.809 ຄົນ.

ໃນວັນທີ 7 ກັນຍາ 2020 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງຂ່າວ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ວ່າ: ມາຮອດ 5 ໂມງແລງ ຂອງວັນທີ 6 ກັນຍາ 2020, ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 1.809 ຄົນ, ໂດຍທັງໝົດແມ່ນໄດ້ຮັບການ ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການໄຂ້, ພ້ອມທັງໄດ້ເກັບຕົວຢ່າງທຸກຄົນມາກວດ ແລະ ນໍາສົ່ງໄປສະຖານທີ່ຈໍາກັດບໍລິເວນຈົນຄົບ 14 ວັນ.

ພາບປະກອບຂ່າວເທົ່ານັ້ນ

ສ່ວນຜູ້ຖືກຈໍາກັດບໍລິເວນປັດຈຸບບັນຍັງມີ 2.757 ຄົນ, ຢູ່ 40 ສູນທົ່ວປະເທດ ແລະ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອເພີ່ມໃໝ່, ສ່ວນການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ວັນທີ 6 ກັນຍາ ຜ່ານມາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 354 ຄົນ, ໃນນັ້ນມີແຮງງານລາວມາແຕ່ໄທ 318 ຕົວຢ່າງ, ແຮງງານໄທ 30 ຕົວຢ່າງ, ແຮງງານຫວຽດນາມ 3 ຕົວຢ່າງ, ບຸກຄົນທີ່ບໍ່ມີອາການ 2 ຕົວຢ່າງ ແລະ ຜູ້ຕິດເຊື້ອນ້ຳເບີ 22 ມາກວດຄືນ 1 ຕົວຢ່າງ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ; ສຳລັບຜູ້ຕິດເຊື້ອກໍລະນີ 22 ຜົນກວດຄັ້ງທີ 2 ແມ່ນຍັງພົບເຊື້ອຢູ່.

ພາບປະກອບຂ່າວເທົ່ານັ້ນ

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 6 ກັນຍາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 41.681 ຕົວຢ່າງ, ກວດພົບເຊື້ອສະສົມ 22 ຄົນ ໄດ້ປິ່ນປົ່ວຫາຍດີ ແລະ ຍັງພຽງແຕ່ກໍລະທີ 22 ທີ່ຍັງປິ່ນປົວຢູ່ໂຮງໝໍມິດຕະພາບ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວຕື່ມວ່າ: ມາຮອດວັນທີ 7 ກັນຍາ 2020 ທົ່ວໂລກມີລາຍງານການລະບາດຂອງພະຍາດ ໂຄວິດ-19 ຫລາຍກວ່າ 27 ລ້ານຄົນ ຢູ່ 213 ປະເທດ/ເຂດ. ໃນນີ້, ມີຜູ້ເສຍຊີວິດຫລາຍກວ່າ 887.000 ຄົນ, ເທົ່າກັບ 3,25% ແລະ ປິ່ນປົວຫາຍດີ 19,35 ລ້ານກວ່າຄົນ, ເທົ່າກັບ 70,9% ຂອງຜູ້ຕິດເຊື້ອທັງໝົດ ແລະ ຢູ່ຂົງເຂດອາຊີ ແມ່ນປະເທດອິນເດຍ ມີທ່າອ່ຽງຕິດເຊື້ອເພີ່ມຂຶ້ນ, ໂດຍພຽງມື້ດຽວມີຜູ້ຕິດເຊື້ອສູງເຖິງ 91.723 ຄົນ.

ພາບປະກອບຂ່າວເທົ່ານັ້ນ

ຕໍ່ສະພາບທີ່ໜ້າເປັນຫ່ວງດັ່ງກ່າວ, ຍັງເຫັນວ່າປະຊາຊົນຈໍານວນບໍ່ໜ້ອຍໄດ້ພາກັນປະໝາດ, ໂດຍບໍ່ເອົາໃຈໃສ່ປະຕິບັດວິທີປ້ອງກັນການຕິດເຊື້ອດີເທົ່າທີ່ຄວນ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງສືບຕໍ່ປະຕິບັດການດໍາລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊີນເຄີຍ, ພ້ອມທັງໝັ່ນສັງເກດອາການຂອງຕົນເອງ ແລະ ຄົນຄອບຄົວ ຫາກຮູ້ສຶກບໍ່ສະບາຍໃຫ້ຮີບຮ້ອນໄປພົບແພດ ເພື່ອຮັບການປີ່ນປົວຮັກສາ ເພື່ອສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ກັບຄືນມາຮອບໃໝ່ ໃນປະເທດເຮົາ.