ສະມາຄົມຮ້ານອາຫານ ນະຄອນຫຼວງ ຈັດງານຄາລະວານທ່ອງທ່ຽວ ແລະ ຊ່ວຍເຫຼືອສັງຄົມທີ່ແຂວງຄຳມ່ວນ

192

ໃນຕົ້ນເດືອນ ສິງຫາ ທີ່ຜ່ານມາ ຄອບຄົວເບຍລາວ ໂດຍ ສະມາຄົມຮ້ານອາຫານ ນະຄອນຫລວງວຽງຈັນ ໄດ້ຈັດກິດຈະກຳ ຄາລາວານທ່ອງທ່ຽວ ລາວທ່ຽວລາວ ຈາກນະຄອນຫລວງວຽງຈັນ ໄປທີ່ເມືອງ ທ່າແຂກ ນາກາຍ ຍົມມະລາດ ແຂວງຄຳມ່ວນ ໂດຍມີບັນດາສະມາຊິກໃນກຸ່ມຮ້ານອາຫາເຂົ້າຮ່ວມ 38 ຮ້ານ ຈຳນວນ 100 ກວ່າຄົນ.

ເຊີ່ງການເດີນທາງຄະນະໄດ້ໄປສະຖານທີ່ທ່ອງທ່ຽວ ທີ່ສຳຄັນຂອງແຂວງ ໂດຍສະເພາະ ພູຫີນ ໜາມຫນໍ່ ພູຜາມ່ານ ສະຖານທີ່ທີ່ສຳຄັນທາງພຸດທະສາດສະຫນາ ແລະ ຈຸດຊົມວີວທີ່ສຳຄັນຂອງ ເມືອງ ນາກາຍ ເມືອງ ຍົມມະລາດ ແຂວງຄຳມ່ວນ ອັນເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ເຊີງກິດຈະກຳໃນຄັ້ງນີ້ ໄດ້ສ້າງຄວາມທັບໃຈໃຫ້ກັບຜູ້ເຂົ້າຮ່ວມ ເປັນຢ່າງຍິ່ງ ແລະ ໄດ້ສຳຜັດກັບທຳມະຊາດອັນສວຍງາມ ພ້ອມກັບໄດ້ຮັບຄວາມສົນໃຈຈາກພໍ່ແມ່ ປະຊາຊົນຊາວຄ້າຂາຍ ໂດຍສະເພາະ ໄດ້ມີການຈັບຈ່າຍຊື້ເຄື່ອງຂອງເຄື່ອງທີ່ລະນືກອາຫານການກິນເຮັດໃຫ້ພໍ່ແມ່ພີ່ນ້ອງໃນເຂດດັ່ງກ່າວໄດ້ມີລາຍຮັບເພີ່ມຂື້ນຈາກການໃຫ້ບໍລິການ.

ຫລັງຈາກນັ້ນ ຄອບຄົວເບຍລາວ ໂດຍ ສະມາຄົມຮ້ານອາຫານ ນະຄອນຫລວງວຽງຈັນ ຍັງມີກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບກັບທີມ ຄອບຄົວເບຍລາວ ສະມາຄົມຮ້ານອາຫານແຂວງຄຳມ່ວນ ພິເສດຍັງມີຄອບຄົວເບຍລາວ ສະມາຄົມຮ້ານອານຫານແຂວງສະຫວັນນະເຂດ ກໍ່ໄດ້ເດີນທາງມາຮ່ວມສ້າງຄວາມສາມັກຄີໃນງານດັ່ງກ່າວ.

ໃນໂອກາດດຽວກັນ ຄອບຄົວເບຍລາວ ໂດຍ ສະມາຄົມຮ້ານອາຫານ ນະຄອນຫລວງວຽງຈັນ ກໍ່ໄດ້ເດີນທາງໄປມອບໂຕະຕັ່ງອຸປະກອນການຮຽນໃຫ້ກັບ 2 ໂຮງຮຽນ ປະກອບມີ ໂຮງຮຽນ ມຕ ອຸດົມສຸກ ເມືອງນາກາຍ ໂຕະຕັ້ງ ຈຳນວນ 30 ຊຸດ ແລະ ໂຮງຮຽນ ມປ ໜອງບົວຄຳ ເມືອງນາກາຍ ຈຳນວນ 20 ຊຸດ ລວມມູນຄ່າ 16 ລ້ານກວ່າກີບ ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານການສົ່ງເສີມການສຶກສາຂອງນ້ອງໆນັກຮຽນ ໃນໂອກາດເປີດສົກຮຽນໄຫມ່ 2020-2021

ສຳລັບສະມາຄົມຮ້ານອາຫານ ນະຄອນຫລວງວຽງຈັນ ຄອບຄົວເບຍລາວ ໄດ້ຈັດກິດຈະກຳສົ່ງເສີມການທ່ອງທ່ຽວ ກິລາ ແລະ ການສຶກສາ ມາຫລາຍປີຕິດຕໍ່ ແລະ ປີ 2020 ກໍ່ເປັນອີກໜື່ງປີ ທີ່ສະມາຄົມສືບຕໍ່ເດີນຫນ້າຈັດກິດຈະກຳ ທີ່ດີ ແລະ ຊ່ວຍເຫລືອສັງຄົມ ຄຽງຄູ່ກັນນັ້ນ ກໍ່ເພື່ອສ້າງຄວາມສາມັກຄີພາຍໃນສະມາຄົມ ໃຫ້ມີຄວາມສາມັກຄີແຫນ້ນແຟ້ນຫລາຍຂື້ນກວ່າເກົ່າສ້າງໃຫ້ທຸກຄົນມີສຸກຂະພາບແຂງແຮງ.
ຂ່າວຈາກ: ເຊຍລາວ