5 ປີຜ່ານມາ ເມືອງລະມາມ ລະດົມທຶນເຂົ້າສູ່ການພັດທະນາໄດ້ 360 ຕື້ກີບ

191

ເມືອງລະມາມ ແຂວງເຊກອງ ສາມາດລະດົມແຫຼ່ງທຶນຈາກທົ່ວສັງຄົມ ນໍາໃຊ້ເຂົ້າໃນການພັດທະນາພື້ນຖານໂຄງລ່າງເສດຖະກິດໄດ້ທັງໝົດ 360 ຕື້ກີບ ໂດຍຫຼາຍກວ່າໝູ່ແມ່ນການລົງທຶນຂອງລັດ ກວມເອົາ 38,73%.

ທ່ານ ຂັນຕີ ສີລະວົງສາ ເຈົ້າເມືອງລະມາມ ເປີດເຜີຍຕໍ່ນັກຂ່າວແຂວງເມື່ອບໍ່ດົນນີ້ວ່າ: 5 ປີຜ່ານມາ ເມືອງສາມາດລະດົມທຶນໄດ້ທັງໝົດ 360,77 ຕື້ກີບ ກວມເອົາ 57,32% ຂອງ GDP, ໃນນີ້: ການລົງທຶນຂອງລັດ ມີ 111 ໂຄງການ ມູນຄ່າ 139,72 ຕື້ກີບ ກວມເອົາ 38,73%, ທຶນຊ່ວຍເຫຼືອ – ກູ້ຢືມ 29 ໂຄງການ ມູນຄ່າ 14,56 ຕື້ກີບ ກວມເອົາ 4,04%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 9 ໂຄງການ ມູນຄ່າ 74,8 ຕື້ກີບ ກວມເອົາ 20,73% ແລະ ການລົງທຶນສິນເຊື່ອຂອງທະນາຄານ 131,69 ຕື້ກີບ ກວມເອົາ 36,50% ຂອງການລົງທຶນທັງໝົດ.

ໃນ 5 ປີຜ່ານມາເສດຖະກິດຂອງເມືອງຂະຫຍາຍຕົວ 7,1% ຄິດເປັນມູນຄ່າ 629,37 ຕື້ກີບ ສະເລ່ຍໃສ່ຫົວຄົນໄດ້ 16,31 ລ້ານກີບ ຫຼື 2.038 ໂດລາຕໍ່ຄົນຕໍ່ປີ.

ສ່ວນທິດທາງ ແລະ ຄາດໝາຍລວມແຕ່ນີ້ຮອດປີ 2024 ຈະສູ້ຊົນເຮັດໃຫ້ຍອດຜະລິດຕະພັນພາຍໃນ GDP ຕໍ່ປີບັນລຸໄດ້ 740,85 ສະເລ່ຍລາຍໄດ້ຕໍ່ຫົວຄົນໃຫ້ບັນລຸ 19,2 ລ້ານກີບ ຫຼື ປະມານ 2.400 ໂດລາສະຫະລັດ.