ຄັງເງິນແຫ່ງຊາດ, ກະຊວງການເງິນ ທົດລອງນຳໃຊ້ u-money ເບີກຈ່າຍເງິນໃຫ້ພະນັກງານຢູ່ແຂວງວຽງຈັນ

292

ຄັງເງິນແຫ່ງຊາດ, ກະຊວງການເງິນ ທົດລອງນໍາໃຊ້ຜະລິດຕະພັນ ຢູມັນນີ (u-money) ໃນການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ໃຫ້ພະນັກງານລັດຖະກອນ-ລັດຖະກອນ ຢູ່ເມືອງແມດ ແຂວງວຽງຈັນ ເຊິ່ຊຶ່ງເລີ່ມແຕ່ເດືອນ ສິງຫາ ປີ 2020 ໃຫ້ບັນດາ 23 ຫ້ອງການອ້ອມຂ້າງ ເມືອງແມດ, ແຂວງວຽງຈັນ ໃຫ້ຈຳນວນພະນັກງານ-ລັດຖະກອນ ທັງໝົດຈໍານວນ 633 ຄົນ. ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ກໍ່ແມ່ນວຽກງານໜຶ່ງ ເພື່ອຕອບສະໜອງວຽກງານທີ່ເປັນບຸລິມະສິດຂອງລັດຖະບານ ໃນການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ໂດຍສະເພາະແມ່ນບັນດາເມືອງທີ່ຢູ່ຫ່າງໄກສອກຫຼີກ ທີ່ຍັງບໍ່ທັນມີການໃຫ້ບໍລິການຂອງທະນາຄານ. ເຮັດໃຫ້ພະນັກງານ-ລັດຖະກອນ ໄດ້ຮັບເງິນເດືອນໃນແຕ່ລະເດືອນທັນກໍານົດເວລາ ຢ່າງເປັນປົກກະຕິ. ປະກອບມີພະແນກການອ້ອມຂ້າງເມືອງ ເຊີ່ງນີ້ເປັນອີກບາດກ້າວໜຶ່ງຂອງການ ສະໜອງບໍລິການ ການເບີກຈ່າຍເງິນເດືອນຜ່ານ u-money ໃນເຂດທີ່ທະນາຄານຍັງບໍ່ສາມາດເຂົ້າເຖີງໄດ້. ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຖືວ່າເປັນຄັ້ງທຳອິດ ໃນ ສປປ ລາວ ທີ່ມີການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ໃຫ້ພະນັກງານ-ລັດຖະກອນ ໂດຍຜ່ານສັນຍານມືຖື ຫຼື ເອີ້ນວ່າໂມບາຍ ມັນນີ (Mobile Money) ຊື່ງເປັນລະບົບການໃຫ້ບໍລິການ ທີ່ມີຄວາມທັນສະໄໝ ແລະ ລັດຖະບານຫຼາຍໆ ປະເທດ ກໍ່ໄດ້ມີການນໍາໃຊ້ເຊັ່ນກັນ.

ການຈັດຕັ້ງປະຕິບັດ ພຽງແຕ່ ພະນັກງານ-ລັດຖະກອນ ນໍາໃຊ້ໂທລະສັບລຸ່ນໃດກໍ່ໄດ້ ທີ່ມີສັນຍານໂທລະສັບ ຂອງ ບໍລິສັດ ຢູນີເທວ “Unitel” ກໍ່ສາມາດເຮັດທຸລະກິດ ກໍ່ສາມາດເຮັດທຸລະກໍາຄືກັບການໃຫ້ບໍລິກຫານຂອງທະນາຄານ. ຜ່ານການທົດລອງ ນໍາໃຊ້ຜະລິດຕະພັນດັ່ງກ່າວ ເຂົ້າໃນການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍໃນຄັ້ງນີ້ ເຫັນວ່າ ສ້າງເງື່ອນໄຂສະດວກ ໃຫ້ແກ່ ພະນັກງານ-ລັດຖະກອນ ຢູ່ເມືອງແມດ ແຂວງວຽງຈັນ ສາມາດຖອນເງິນ ໄດ້ທີ່ ປ່ອງບໍລິການ ຂອງຢູນີເທວ ແລະ ຮ້ານຕົວແທນ ໄດ້ທັນທີ. ນອກຈາກພະນັກງານ-ລັດຖະກອນຈະໄດ້ຮັບເງິນເດືອນຜ່ານຜະລິດຕະພັນດັ່ງກ່າວແລ້ວ ກໍ່ຍັງສາມາດ ເຮັດທຸລະກໍາ ອື່ນໆ ຜ່ານຜະລິດຕະພັນຂອງບໍລິສັດໄດ້ ໂດຍສະເພາະແມ່ນການໂອນເງິນ, ການຊຳລະຄ່າບໍລິການຕ່າງໆ. ນອກຈາກການເບີກຈ່າຍເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ໃຫ້ພະນັກງານ-ລັດຖະກອນ ຢູ່ເມືອງແມດ, ແຂວງວຽງຈັນ. ປະຈຸບັນໄດ້ມີບັນດາຫ້ອງການຂອງລັດຢູ່ ຂັ້ນເມືອງ ກໍ່ໃຫ້ຄວາມສົນໃຈ ໃນການນຳໃຊ້ ບໍລິການດັ່ງກ່າວ ເຂົ້າໃນການເບີກຈ່າຍເງິນອຸດໜູນນາຍບ້ານ ທີ່ຢູ່ເຂດຫ່າງໄກສອກຫຼີກຫລີກ ເຊັ່ນ : ເມືອງປາກແຊງ, ເມືອງຈອມເພັດ , ເມືອງປາກແຊງ ແຂວງຫລວງພະບາງ; ເມືອງ ເມີງແຂວງ ແຂວງ ບໍແກ້ວ;, ເມືອງນາໝໍ້ ແຂວງ ອຸດົມໄຊ ແລະ ເມືອງໂພນໂຮງ ແຂວງວຽງຈັນ.

ການຮ່ວມມືໃນຂົງເຂດວຽກງານດັ່ງກ່າວໃນຄັ້ງນີ້ຮ່ວມກັບພາກລັດ ແມ່ນມີຄວາມໜາຍຄວາມສຳຄັນຫຼາຍຕໍ່ກັບ ບໍລິສັດ ສະຕາຟິນເທັກ ຈໍາກັດ ທີ່ໄດ້ເປັນສ່ວນໜຶ່ື່ງຊ່ວຍຊຸກຍູ້ ໃຫ້ພະນັກງານ-ລັດຖະກອນ ກໍ່ຄື ພໍ່ແມ່ປະຊາຊົນ ຢູ່ເຂດທີ່ບໍ່ມີການບໍລິການຂອງທະນາຄານ ຢູ່ບັນດາເມືອງຫາງໄກສອກຫຼີກ ສາມາດເຂົ້າເຖິງການບໍລິການການເງິນ ດ້ວຍການນໍາໃຊ້ Mobile Money ໄດ້ເປັນຢ່າງດີ.

ພະແນກ ໂຄສະນາ – ສຕທ ບໍລິສັດ ສະຕາ ຟິນເທັກ