ທຸລະກິດແບບປະຊາຊົນມີສ່ວນຮ່ວມ ບໍ່ໄດ້ເງິນຫຼາຍ ແຕ່ໄດ້ໃຈຫຼາຍກວ່າ - Laoedaily

ທຸລະກິດແບບປະຊາຊົນມີສ່ວນຮ່ວມ ບໍ່ໄດ້ເງິນຫຼາຍ ແຕ່ໄດ້ໃຈຫຼາຍກວ່າ

ທ່ານ ນາງ ມະນີຈັນ ຜັນຫວາດວົງສຸກ ເຈົ້າຂອງສວນອາຫານມະນີຈັນ ໄດ້ໃຫ້ສຳພາດວ່າ: ບ້ານສວນມະນີຈັນ ແມ່ນຕັ້ງຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນກິດຈະກຳໜຶ່ງຂອງການທ່ອງທ່ຽວແບບອະນຸຮັກ ແລະ ປະຊາຊົນມີສ່ວນຮ່ວມ ເຊິ່ງຈະເປັນການທ່ອງທ່ອງຮຽນຮູ້ທາງດ້ານອາຫານລາວເປັນຕົວຫຼັກ ແລະ ຮອງລົງມາແມ່ນເປັນການອະນຸຮັກຊົນເຜົ່າໄຕແດງ, ຈຸດລິເລີ່ມໃນການສ້າງບ້ານສວນມະນີຈັນແຫ່ງນີ້ຂຶ້ນມາ ຍ້ອນວ່າເຮົາມີບໍລິສັດທ່ອງທ່ຽວທີ່ຮັບເອົາແຂກຕ່າງປະເທດເຂົ້າມາທ່ອງທ່ຽວໃນ ສປປ ລາວ ແລະ ມີບາງຄັ້ງຄາວທີ່ເຮັດຮັບກຸ່ມ ນັກທ່ອງທ່ຽວລາວໄປທ່ຽວຕ່າງປະເທດ.

ດັ່ງນັ້ນ, ເຮົາຈຶ່ງສ້າງກິດຈະກຳນ້ອຍໆບ້ານສວນນີ້ຂຶ້ນມາ ເພື່ອແຊຣ໌ໃສ່ກັບໂປຣ ແກຣມທ່ອງທ່ຽວຂອງທົ່ວຢູໂຣບ ແລະ ບໍລິສັດທ່ອງທ່ຽວຕ່າງໆຢູ່ໃນ ສປປ ລາວ, ເຮົາບໍ່ຢາກໃຫ້ນັກທ່ອງທ່ຽວເວລາເຂົ້າມາທ່ຽວນະຄອນຫຼວງວຽງຈັນແລ້ວມາທ່ຽວຊົມແຕ່ດ້ານທຳມະຊາດ ແລະ ວັດທະນະທຳ ແລ້ວກັບຄືນໄປນອນພັກຜ່ອນຢູ່ໂຮງແຮມເທົ່ານັ້ນ. ດັ່ງນັ້ນ, ເພື່ອເປັນການສ້າງຈຸດດຶງດູດ ຄວາມສົນໃຈຂອງນັກທ່ອງທ່ຽວ ຈຶ່ງສ້າງກິດຈະກຳການທ່ອງທ່ຽວດ້ານອາຫານຂຶ້ນມາ ເພາະເຮົາມີຮ້ານອາຫານຢູ່ແລ້ວທີ່ຮັບຈັດງານນອກສະຖານທີ່. ສະນັ້ນ, ຈຶ່ງສ້າງກິດຈະກຳການຮຽນຮູ້ກ່ຽວກັບການຮຽນເຮັດອາຫານລາວ.


ບ້ານສວນມະນີຈັນ ສ້າງຕັ້ງຂຶ້ນມາແຕ່ປີ 2015 ແຕ່ເລີ່ມຕົ້ນເປີດຂາຍເປັນແພັກເກັດເລີ່ມຕົ້ນປີ 2017 ເຊິ່ງນັບແຕ່ເຮົາເປີດຂາຍແພັກເກັດການຮຽນຮູ້ດ້ານອາຫານລາວມາ ກໍໄດ້ຮັບການຍອມຮັບຈາກນັກທ່ອງທ່ຽວຕ່າງປະເທດມາຕະຫຼອດ ໂດຍສະເພາະນັກທ່ອງທ່ຽວຢູໂຣບເປັນຫຼັກ ສ່ວນນັກທ່ອງທ່ຽວອາຊີກໍມີບາງຄັ້ງທີ່ເຂົາມາຮຽນຮູ້ເລື່ອງຕົ້ນໄມ້.
ແຕ່ພໍມາຮອດປີ 2020 ນີ້ ເມື່ອມີການລະບາດຂອງພະຍາດໂຄວິດ – 19 ມັນສົ່ງຜົນກະທົບ ບໍ່ສະເພາະແຕ່ ສປປ ລາວ ແຕ່ມັນທົ່ວໂລກ. ສະນັ້ນ, ບັນດາທຸລະກິດດ້ານການທ່ອງທ່ຽວທີ່ກ່ຽວພັນກັບນັກທ່ອງທ່ຽວຕ່າງປະເທດເຂົ້າມາລາວ ກໍຈະຮັບຜົນກະທົບໂດຍກົງ ທຸກຢ່າງກໍຈະຖືກຢຸດຊະງັກໄປ, ແຕ່ຂ້າພະເຈົ້າກໍເລີຍມາຄິດເບິ່ງວ່າຖ້າເຮົາມາລໍຖ້າໃຫ້ການລະບາດຂອງພະຍາດໂຄວິດ – 19 ສິ້ນສຸດລົງ ຈຶ່ງຈະດຳເນີນຕໍ່ເປັນໄປບໍ່ໄດ້ ເພື່ອໃຫ້ມີຄວາມຍືນຍົງ.

ດັ່ງນັ້ນ, ຈຶ່ງມີແນວຄິດຫັນວິກິດເປັນໂອກາດສຳລັບການທ່ອງທ່ຽວແບບລາວທ່ຽວລາວ ກໍຄືເຮົາເປັນສະຖານທີ່ຮຽນຮູ້ກ່ຽວກັບການປຸງແຕ່ງອາຫານຢູ່ແລ້ວ ກໍເລີຍຫັນມາໂຄສະນາສວນມະນີຈັນຢູ່ພາຍໃນລາວ ໂດຍເນັ້ນໃສ່ນັກທ່ອງທ່ຽວຢູ່ນະຄອນຫຼວງວຽງຈັນ ແລະ ເຮັດໃຫ້ສວນມະນີຈັນມີຊື່ສຽງດັງກ້ອງຂຶ້ນໄປ ແລະ ເປັນລາຍການໜຶ່ງທີ່ເປັນທາງເລືອກໃຫ້ກັບຄົນທີ່ບໍ່ມີເວລາໄປທ່ຽວຕ່າງແຂວງເປັນເວລາຍາວນານ. ດັ່ງນັ້ນ, ທາງສວນມະນີຈັນ ຈຶ່ງແນໃສ່ສຳລັບຜູ້ທີ່ມັກເດີນທາງເຊົ້າໄປແລງກັບ ຫຼື ຜູ້ທີ່ຕ້ອງການມາກິນອາຫານສວາຍ ແລະ ອາຫານແລງຕິດພັນທຳມະຊາດ, ທ່ານ ນາງ ມະນີຈັນ ກ່າວ.

ທ່ານກ່າວຕື່ມວ່າ: ສຳລັບພະນັກງານຢູ່ບ້ານສວນມະນີຈັນ ປັດຈຸບັນມີປະມານ 6 – 7 ຄົນ ຈາກເມື່ອກ່ອນທີ່ມີການລະບາດຂອງເຊື້ອພະຍາດໂຄວິດ – 19 ແມ່ນມີພະນັກງານ 12 ຄົນ ເນື່ອງຈາກນັກທ່ອງທ່ຽວກໍມີແຕ່ນັກທ່ອງທ່ຽວລາວ ແລະ ມີບໍ່ຫຼາຍ ເຮົາຈຶ່ງຈຳເປັນຕ້ອງຄັດຈ້ອນເອົາແຕ່ຄົນທີ່ເຮັດໜ້າວຽກຈຳເປັນແທ້ໆໄວ້. ທັງນີ້, ກໍເພື່ອໃຫ້ດຸນດ່ຽງກັບລາຍຮັບພໍໃຫ້ສາມາດລ້ຽງກັນໄປລອດ, ຢູ່ບ້ານສວນມະນີຈັນເຮົານອກຈາກຈະມີອາຫານໄວ້ຄອຍບໍລິການ, ມີບ່ອນໃຫ້ຮຽນຮູ້ໃນການເຮັດອາຫານລາວແລ້ວ ຍັງມີບັນດາສິນຄ້າກະສິກຳປະເພດພືດຜັກທີ່ເປັນຂອງພໍ່ແມ່ປະຊາຊົນອ້ອມຂ້າງບໍລິເວນໃກ້ຄຽງ ເຊັ່ນ: ບ້ານຫ້ວຍເຕີຍ, ດ່ານຊ້າງ ແລະ ບ້ານໂນນແສງຈັນ ນຳເອົາມາວາງຈຳໜ່າຍ ເພື່ອເປັນລາຍຮັບໃຫ້ແກ່ຄອບຄົວເຂົາເຈົ້າ ເນື່ອງຈາກສວນມະນີຈັນເປັນໜຶ່ງໃນເຄືອຂ່າຍໂຄງການ 4 ຫຼ່ຽມວັດທະນະທຳລ້ານຊ້າງ 4 ແຂວງ 4 ຈັງຫວັດ ເຊິ່ງເປັນໂຄງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ.

ສະນັ້ນ, ເຄື່ອງຫັດຖະກຳທີ່ນຳມາສະແດງ ແລະ ອະນຸຮັກໃຫ້ຮູ້ຈັກ ແລະ ບົ່ງບອກເຖິງເອກະລັກຂອງຄົນລາວ. ດັ່ງນັ້ນ, ເຄື່ອງທີ່ນໍາມາວາງສະແດງຈະເປັນເຄື່ອງມາຈາກ 4 ແຂວງ ( ໄຊຍະບູລີ, ຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ) 4 ຈັງຫວັດ ຈາກປະເທດໄທ ມາວາງຈຳໜ່າຍ.
ເຊິ່ງການເຮັດທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ສິ່ງທີ່ໄດ້ແມ່ນ “ ໃຈ ” ໄດ້ຮ່ວມຮູ້ ແລະ ປູກຈິດສຳນຶກ ເພາະການເຮັດທຸລະກິດແບບມີສ່ວນຮ່ວມນີ້ແມ່ນການຢູ່ລອດທັງ 2 ຝ່າຍ ທັງນັກທຸລະກິດ ແລະ ປະຊາຊົນ, ກ່ອນຈະເຮັດແບບນີ້ໄດ້ມັນກໍຂຶ້ນກັບຈິດໃຈ, ຄວາມສາມັກຄີ ແລະ ການເສຍສະຫຼະໄປນຳກັນ ຫາກເຄື່ອງນັ້ນເຂົາເຈົ້ານຳເອົາໄປວາງຂາຍຢູ່ຕະຫຼາດກໍຈະໄດ້ລາຄາສູງກວ່ານີ້ ແຕ່ຍ້ອນຄວາມມັກຄວາມຮັກຈຶ່ງພາກັນມາຮ່ວມກັນເຮັດແລ້ວມາວາງຂາຍຢູ່ບ້ານສວນມະນີຈັນ.

ຂ້າພະເຈົ້າຄິດພຽງວ່າເຮັດແບບພໍພຽງ ໂດຍບໍ່ເນັ້ນໂຕທີ່ສ້າງຜົນກຳໄລຫຼາຍ, ອີກຢ່າງເຮົາໄດ້ຮັບທຶນສ່ວນໜຶ່ງຈາກທະນາຄານເອດີບີ ໂຄງການພັດທະນາພື້ນຖານໂຄງລ່າງ ເພື່ອສົ່ງເສີມການທ່ອງທ່ຽວ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍຄືກົມພັດທະນາການທ່ອງທ່ຽວທີ່ເພິ່ນໄດ້ມາສົ່ງເສີມ ມາພັດທະນາພື້ນທີ່, ການປັບໜ່ວຍງານຕ່າງໆໃຫ້ແທດເໝາະກັບການທ່ອງທ່ຽວ ແລະ ອີກດ້ານໜຶ່ງທີ່ໄດ້ ກໍຄືໄດ້ແຮງບັນດານໃຈເວລາເຫັນຄົນເຂົ້າມາທ່ຽວມາຊົມ ແລະ ມາຊື້, ທ່ານ ນາງ ມະນີຈັນ ກ່າວຢໍ້າ.
ສຳລັບນັກທ່ອງທ່ຽວທີ່ເຂົ້າມາບ້ານສວນມະນີຈັນ ແມ່ນຢາກມາສຳຜັດອາຫານ, ອຸປະກອນທີ່ນຳມາໃຊ້ເປັນປະເພດທີ່ເຮັດຈາກໄມ້ປ່ອງ, ກະໂປະທີ່ໃຊ້ແທນຖ້ວຍ – ຈານ ແລະ ເຄື່ອງທີ່ໃຊ້ໃນຮ້ານສ່ວນຫຼາຍຈະເປັນໄມ້, ເວລານັກທ່ອງທ່ຽວເຂົ້າມາກໍຈະໄດ້ສຳຜັດຈຸດນີ້ ແລະ ໄດ້ມາຮຽນຮູ້ວ່ານີ້ແມ່ນອຸປະກອນທີ່ບັນພະບູລຸດປູ່ຍ່າຕາຍາຍເຮົາເຮັດ ແລະ ໃຊ້ມາ, ສ່ວນສຳລັບເມນູອາຫານຢູ່ບ້ານສວນເຮົາແມ່ນຈະເນັ້ນປະເພດອາຫານພື້ນບ້ານ ເຊັ່ນ: ປົ່ນປາດຸກນາ, ປີ້ງຊີ້ນໝູພັນໃບເຕີຍ ( ສຳລັບຄົນທີ່ບໍ່ກິນປາ ), ອ່ອມຫອຍ, ຕົ້ມຫອຍນາ ຈໍ້າແຈ່ວສົ້ມ, ມີລາບປາຕອງ, ຕໍາໝາກຫຸ່ງ, ປີ້ງໄກ່ລາດ, ແກງໜໍ່ໄມ້ ເຊິ່ງຈະມີປະເພດຜັກກັບທີ່ກິນກັບລາບປາຕອງແມ່ນຈະຢູ່ພາຍໃນສວນພວກເຮົາເອງເລີຍ.

ຖ້າທຽບໃສ່ລະຫວ່າງກ່ອນການລະບາດຂອງເຊື້ອພະຍາດໂຄວິດ – 19 ກັບປັດຈຸບັນທີ່ຍັງມີການລະບາດແມ່ນແຕກຕ່າງກັນຢ່າງສິ້ນເຊີງ ໂດຍສະເພາະແມ່ນທຸລະກິດດ້ານການທ່ອງທ່ຽວທີ່ຕິດພັນກັບຕ່າງປະເທດແມ່ນໄດ້ໂຈະກິດຈະກຳ ແລະ ບາງທຸລະກິດກໍຖືວ່າໄດ້ປິດຕົວລົງກໍມີ ແລະ ເຮົາເອງກໍເຊັ່ນກັນກ່ອນຈະລະບາດພະຍາດໂຄວິດ – 19 ພວກເຮົາຮັບຈອງຈາກບໍລິສັດຕ່າງໆ ຈຳນວນ 15 ຄະນະ ແຕ່ກໍຖືກຍົກເລີກໝົດ. ແຕ່ທ່າມກາງທີ່ມີການລະບາດຂອງເຊື້ອພະຍາດໂຄວິດ – 19 ຖ້າເວົ້າເລື່ອງເສດຖະກິດເກືອບວ່າບໍ່ມີຫຍັງເລີຍ ແຕ່ເຮົາກໍພ້ອມໃຈກັນເປີດຮ້ານ ແລະ ເຮັດບໍລິການຄົນພາຍໃນ ເຖິງວ່າຈະບໍ່ມີລູກຄ້າຕ່າງປະເທດ ແຕ່ຄົນລາວກໍມີຄວາມສົນໃຈເຊັ່ນດຽວກັນ ແຕ່ກໍສະເພາະກັບກຸ່ມຄົນທີ່ມັກດ້ານນີ້ແທ້ໆ.

ສຳລັບທິດທາງແຜນການໃນຕໍ່ໜ້າທ່ານເຈົ້າຂອງສວນກ່າວວ່າ: ຈະຮັກສາສິ່ງທີ່ເປັນເອກະລັກນີ້ໄວ້ ພ້ອມຈະສົ່ງເສີມປະຊາຊົນທີ່ເຮັດການຈັກສານປະເພດໄມ້ປ່ອງ ໂດຍເຮັດເປັນເຮືອນສາທິດ ເວລານັກທ່ອງທ່ຽວເຂົ້າມາຮຽນຮູ້ການເຮັດອາຫານແລ້ວຈະເຮັດໃຫ້ສາທິດ ແລະ ໃຫ້ສານເຄື່ອງທີ່ລະນຶກເພື່ອໃຫ້ເຂົາເຈົ້າສາມາດຖື ຫຼື ຈັບໄປໄດ້ພ້ອມ, ຖ້າເປັນໄປໄດ້ເຮົາອາດຈະເຮັດໂຮມສະເຕໃຫ້ນັກທ່ອງທ່ອງໄດ້ມາພັກເຊົາ ໂດຍອາໄສກິດຈະກຳທີ່ຫຼາກຫຼາຍເປັນຕົວຊ່ວຍໜູນ.

ເວັບໄຊທ໌ ລັດຖະບານ
ເວັບໄຊທ໌ແນະນຳ
ເພຈ໌ແນະນຳ