ແອັບເປິລ ເປັນບໍລິສັດທຳອິດທີ່ມີມູນຄ່າການຕະຫຼາດທະລຸ 2 ພັນຕື້ໂດລາ

81

ສຳນັກຂ່າວເອເອັຟພີ ລາຍງານເມື່ອວັນທີ 19 ສິງຫາ 2020 ຜ່ານມາວ່າ: ແອັບເປິລ ໄດ້ກາຍເປັນບໍລິສັດທຳອິດໃນສະຫະລັດອາເມຣິກາທີ່ມີມູນຄ່າການຕະຫຼາດສູງເຖິງ 2 ລ້ານລ້ານໂດລາສະຫະລັດ ຫຼື 2 ພັນຕື້ໂດລາສະຫະລັດ ເປັນການພິສູດໃຫ້ເຫັນວ່າ ບໍລິສັດຍັກໃຫຍ່ດ້ານເຕັກໂນໂລຊີໄດ້ປະໂຫຍດຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ໂດຍເມື່ອເດືອນມີນາ 2018 ແອັບເປິລ ກໍໄດ້ກາຍເປັນບໍລິສັດທຳອິດທີ່ມີມູນຄ່າການຕະຫຼາດທະລຸ 1 ລ້ານລ້ານໂດລາສະຫະລັດ.

ລາຍງານລະບຸວ່າ: ຫຸ້ນຂອງແອັບເປິລເພີ່ມຂຶ້ນຫຼ້າສຸດຈຸ 467 ໂດລາ ໂດຍເພີ່ມຂຶ້ນຢ່າງຕໍ່ເນື່ອງ ຫາກທຽບໃສ່ຕົ້ນປີ ພົບວ່າຫຸ້ນຂອງແອັບເປິລເພີ່ມຂຶ້ນປະມານ 60% ແລະ ເພີ່ມຂຶ້ນຈາກປີຜ່ານມາເຖິງ 120%.

ນອກຈາກແອັບເປິລແລ້ວ ຍັງມີບໍລິສັດດ້ານເຕັກໂນໂລຊີອື່ນໆທີ່ມີມູນຄ່າການຕະຫຼາດສູງຂຶ້ນ ລວມທັງອາເມຊອນ, ໄມໂຄຣ ຊ໊ອຟ, ອາຟາເບດ ເຊິ່ງເປັນບໍລິສັດແມ່ຂອງ Google. ຂະນະນີ້, ບໍລິສັດເຫຼົ່ານັ້ນມີມູນຄ່າການຕະຫຼາດສູງກວ່າ 1 ພັນຕື້ໂດລາສະຫະລັດໄປແລ້ວ.

ທັງນີ້, ເຖິງແມ່ນວ່າບໍລິສັດເຕັກໂນໂລຊີຍັກໃຫຍ່ອື່ນໆ ທີ່ມີຄວາມຕ້ອງການທາງຕະຫຼາດເພີ່ມຂຶ້ນໃນໄລຍະທີ່ຫຼາຍປະເທດໃຊ້ມາດຕະການລັອກດາວ ແຕ່ແອັບເປິລກໍເໜືອກວ່າຄູ່ແຂ່ງ ເນື່ອງຈາກໄດ້ເປີດຕົວຜະລິດຕະພັນໃໝ່ໆເພື່ອດຶງດູດໃຈຜູ້ຊົມໃຊ້ ລວມທັງແອັບພລິເຄຊັນໃໝ່ໆຕອບສະໜອງຂອງຜູ້ຊົມໃຊ້ໃນໄລຍະວິກິດໂຄວິດ – 19.