ປະທານາທິບໍດີ ມາລີ ລາອອກຈາກຕຳແໜ່ງ ຫຼັງທະຫານຄວບຄຸມຕົວ

125

ສຳນັກຂ່າວ BBC ລາຍງານເມື່ອວັນທີ 19 ສິງຫາ 2020 ວ່າ: ສະຖານະການການເມືອງໃນປະເທດມາລີ ເຊິ່ງເປັນປະເທດໜຶ່ງຢູ່ໃນທະວີບອາຟຣິກກາ ໄດ້ເພີ່ມຄວາມເຄັ່ງຕຶງຂຶ້ນ ຈົນເຮັດໃຫ້ທ່ານ ອິບຣາຮິມ ບູບາກາ ເຄຕາ ປະທານາທິບໍດີຂອງມາລີ ປະກາດລາອອກຈາກຕຳແໜ່ງ ພ້ອມທັງປະກາດຍຸບສະພາ, ຍຸບຄະນະລັດຖະບານ, ຫຼັງຈາກທະຫານກຸ່ມໜຶ່ງບຸກເຂົ້າຈັບຕົວ ແລະ ພາໄປກັກຂັງໄວ້ໃນຄ້າຍທະຫານແຫ່ງໜຶ່ງ ເມື່ອວັນທີ 18 ສິງຫາຜ່ານມາ.

ປະທານາທິບໍດີ ເຄຕາ ໄດ້ກ່າວຜ່ານສະຖານີໂທລະພາບແຫ່ງຊາດມາລີ ວ່າ: ລາວໄດ້ຕັດສິນໃຈລາອອກຈາກຕຳແໜ່ງປະທານາທິບໍດີ, ຫາກບໍ່ດັ່ງນັ້ນອາດເກີດເຫດການນອງເລືອດຈົນມີຜູ້ເສຍຊີວິດເປັນຈຳນວນຫຼາຍ.

ການຕັດສິນໃຈລາອອກຈາກຕຳແໜ່ງປະທານາທິບໍດີຂອງ ທ່ານ ເຄຕາ ມີຂຶ້ນບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ທະຫານກຸ່ມໜຶ່ງໄດ້ຄວບຄຸມຕົວ ທ່ານ ເຄຕາ ແລະ ທ່ານ ບູບູ ຊີສເຊ ນາຍົກລັດຖະມົນຕີມາລີ ໄປໄວ້ທີ່ຄ້າຍທະຫານແຫ່ງໜຶ່ງໃນນະຄອນຫຼວງບາມາໂກ ຂອງປະເທດມາລີ, ຈົນເຮັດໃຫ້ຫຼາຍປະເທດໃນອາຟຣິກກາ ລວມທັງຝຣັ່ງອອກມາປະນາມຕໍ່ເຫດການດັ່ງກ່າວ.

ທ່ານ ເຄຕາ ໄດ້ດຳລົງຕຳແໜ່ງເປັນປະທານາທິບໍດີມາລີ ເປັນສະໄໝທີ 2 ຫຼັງຈາກທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ເມື່ອປີ 2018 ແຕ່ຫຼາຍອາທິດມານີ້ໄດ້ມີປະຊາຊົນອອກມາຊຸມນຸມປະທ້ວງໃຫ້ລາອອກ ເນື່ອງຈາກມີການສໍ້ລາດບັງຫຼວງ, ບັນຫາເລື່ອງເສດຖະກິດ ລວມເຖິງການເກີດຄວາມຮຸນແຮງໃນຊຸມຊົນບາງເຂດຂອງປະເທດ.