ຈີນ ອະນຸມັດສິດທິບັດວັກແຊັງຕ້ານໂຄວິດ “ Ad5-nCoV ” ແລ້ວ

131

ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານຈີນໄດ້ອະນຸມັດສິດທິບັດວັກແຊັງຕ້ານໂຄວິດ – 19 ສະບັບທຳອິດເປັນທີ່ຮຽບຮ້ອຍແລ້ວ ໂດຍວັກແຊັງດັ່ງກ່າວໃສ່ຊື່ວ່າ “ Ad5-nCoV ” ເປັນຜົນງານຮ່ວມກັນພັດທະນາຈາກທີມວິໄຈຂອງສະຖາບັນ Chinese Academy of Engineering ແລະ ທີມວິໄຈຈາກສະຖາບັນ Academy of Military Sciences ຂອງກອງທັບປົດປ່ອຍປະຊາຊົນຈີນ ຮ່ວມກັບ ບໍລິສັດແຄນຊີໂນ ໄບໂອໂລຈິກ ( CanSino Biologics ) ເຊິ່ງເປັນບໍລິສັດດ້ານເພສັດສາດຂອງຈີນ.

ລາຍງານລະບຸວ່າ: ວັກແຊັງດັ່ງກ່າວໄດ້ຍື່ນຂໍຈົດສິດທິບັດຕັ້ງແຕ່ວັນທີ 18 ມີນາຜ່ານມາ ແລະ ໄດ້ຮັບອະນຸຍາດໃນວັນທີ 11 ສິງຫາຜ່ານມາ ໂດຍຂໍ້ມູນໃນສິດທິບັດລະບຸວ່າ ວັກແຊງ Ad5-nCoV ສາມາດຕອບສະໜອງພູມຄຸ້ມກັນທັງໃນເຊລ ແລະ ໃນຮ່າງກາຍໄດ້ພາຍໃນໄລຍະເວລາສັ້ນໆ ແລະ ຈີນສາມາດຜະລິດວັກແຊັງດັ່ງກ່າວໄດ້ຈຳນວນຫຼວງຫຼາຍ.

ສຳນັກຂ່າວຣອຍເຕີ ລາຍງານ: ໂດຍອ້າງອີງຂໍ້ມູນຈາກໜັງສືພິມປະຊາຊົນລາຍວັນຂອງຈີນ ເມື່ອວັນທີ 17 ສິງຫາຜ່ານມາ ໃຫ້ຮູ້ວ່າ: ທາງການຈີນໄດ້ອະນຸມັດໃຫ້ ບໍລິສັດ CanSino Biologics ຜູ້ຊ່ຽວຊານດ້ານການພັດທະນາວັກແຊັງ ຈົດສິດທິບັດວັກແຊັງ Ad5-nCoV ຖືເປັນວັກແຊັງຕ້ານພະຍາດໂຄວິດ – 19 ຊະນິດທຳອິດທີ່ໄດ້ຮັບອະນຸມັດຈົດສິດທິບັດໃນ ສປ ຈີນ.