ອູຫັ້ນ ຄຶກຄັກຄົນແຫ່ເຂົ້າຮ່ວມກິດຈະກຳທີ່ສວນສະໜຸກ

99

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສວນສະໜຸກ ມາຢາ ບິຊ ໃນເມືອງອູຫັ້ນ ແຂວງຫູເປີ້ຍ ຂອງ ສປ ຈີນ ໄດ້ຈັດກິດຈະກຳ ເພື່ອກະຕຸ້ນການທ່ອງທ່ຽວເປັນຄັ້ງທຳອິດ ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ – 19 ເມື່ອທ້າຍປີຜ່ານມາ.

ກິດຈະກຳດັ່ງກ່າວໄດ້ຮັບຄວາມສົນໃຈຈາກຊາວເມືອງອູຫັ້ນເປັນຈຳນວນຫຼວງຫຼາຍ ໂດຍມີຜູ້ເຂົ້າຮ່ວມເຕັມສວນສະໜຸກ ເຊິ່ງມີການສະແດງຄອນເສີດ, ການຫຼິ້ນວໍເຕີ ແຈັດ ບອດ ແລະ ກິດຈະກຳອື່ນໆໄດ້ສ້າງຄວາມປະທັບໃຈແກ່ຜູ້ເຂົ້າຮ່ວມ.

ຂະນະນີ້ ເມືອງອູຫັ້ນ ກຳລັງເລັ່ງກະຕຸ້ນການທ່ອງທ່ຽວເພື່ອຟື້ນຟູເສດຖະກິດ ໂດຍທາງການທ້ອງຖິ່ນໄດ້ປະກາດຍົກເວັ້ນຄ່າປີ້ເຂົ້າຊົມແຫຼ່ງທ່ອງທ່ຽວກວ່າ 400 ແຫ່ງ ເຊັ່ນດຽວກັນກັບສວນສະໜຸກແຫ່ງນີ້ທີ່ຫຼຸດລາຄາສຳລັບນັກທ່ອງທ່ຽວເພດຍິງເປັນການສະເພາະ.