ວານນີ້ ມີຜູ້ເດີນທາງເຂົ້າລາວ 2 ພັນກວ່າຄົນ ໄດ້ກວດຫາໂຄວິດທັງໝົດ ແລ້ວຈຶ່ງນໍາສົ່ງສູນຈໍາກັດບໍລິເວນ

129

ໃນທ້າຍອາທິດຜ່ານມາ ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ກໍລະນີ ນັ້ນໝາຍຄວາມວ່າເຊື້ອພະຍາດນີ້ມັນຍັັງວົນວຽນ ແລະ ເຂົ້າມາລາວເຮົາໄດ້ຕະຫຼອດເວລາ ທັງນີ້ກໍ່ເປັນສັນຍານເຕືອນໃຫ້ທຸກຄົນມີສະຕິລະວັງຕົວ ເຂັ້ມງວດຂຶ້ນໃນການປະຕິບັດມາດຕະການປ້ອງກັນເຊື້ອພະຍາດດັ່ງກ່າວ ເພື່ອບໍ່ໃຫ້ມີການລະບາດຮອບສອງຂຶ້ນ.

ໃນວັນທີ 17 ສິງຫາ 2020 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນລາວ ແລະ ທົ່ວໂລກ ວ່າ: ມາຮອດວັນທີ 17 ສິງຫາ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດ ດັ່ງກ່າວ ແມ່ນ 21.813,235 ຄົນ; ເສຍຊິວິດ 772.624 ຄົນ ເຊິ່ງກວມເອົາ 3,54 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວຫາຍດີ ດີ 14.547,372 ຄົນ ເຊິ່ງກວມເອົາ 66,6 % ຂອງຜູ້ຕິດເຊື້ອທັງໝົດ.

ສະເພາະຢູ່ຂົງເຂດອາຊີ ຂອງພວກເຮົາ ກໍ່ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ ໂຄວິດ-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 58.108 ຄົນ. ສ່ວນໃນບັນດາກຸ່ມປະເທດອາຊຽນ ໃນວັນດຽວກັນມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດແມ່ນ 370.900 ຄົນ ແລະ ເສຍຊີວິດ 9.058 ຄົນ.

ພາບປະກອບຂ່າວເທົ່ານັ້ນ

ສໍາລັບ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 16 ສິງຫາ 2020  ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 2.062 ຄົນ ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ພາບປະກອບຂ່າວເທົ່ານັ້ນ

ສໍາລັບການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 16 ສິງຫາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 322 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 215 ຕົວຢ່າງ ແລະ ບຸກຄົນທົ່ວໄປທີ່ບໍ່ມີອາການ 107 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 16 ສິງຫາ 2020 ບໍ່ມີຜູ້ຕິດເຊື້ອໃໝ່; ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 16 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 34.386 ຕົວຢ່າງ, ກວດພົບເຊື້ອສະສົມ 22 ຄົນ. ແນວໃດກໍ່ຕາມ ສໍາລັບການປິ່ນປົວຄົນເຈັບ 19 ຄົນແມ່ນປິ່ນປົວຫາຍດີ ອອກໂຮງໝໍແລ້ວ ສ່ວນອີກ 3 ຄົນ ເຊິ່ງກວດພົບໃໝ່ແມ່ນຍັງຮັບການປິ່ນປົວຢູ່ໂຮງໝໍມິດຕະພາບ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວຕື່ມວ່າ: ເພື່ອຫຼຸດຜ່ອນ ແລະ ຢັບຢັ້ງ ການລະບາດແຜ່ລາມຂອງພະຍາດ, ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ຈົ່ງພາກັນເອົາໃຈໃສ່ ບໍ່ໃຫ້ຖືເບົາ ໃຫ້ເຫັນຄວາມສຳຄັນ ໃນການຈັດຕັ້ງປະຕິບັດ ໂດຍສະເພາະ ການຈຳກັດບໍລິເວນ ເມື່ອສຳຜັດ ຫຼື ເດີນທາງມາແຕ່ເຂດລະບາດ ແລະ ສືບຕໍ່ປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 806/ຫສນຍ, ລົງວັນທີ 29 ກໍລະກົດ 2020, ພ້ອມກັນນັ້ນ ກໍ່ສືບຕໍ່ການດຳລົງຊີວິດປົກກະຕິແບບໃໝ່ ໃຫ້ກາຍເປັນຄວາມຊິນເຄີຍ.