ສິງກະໂປ ທຳລາຍງາຊ້າງຜິດກົດໝາຍເກືອບ 10 ໂຕນ

95

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງການ ເປີດເຜີຍຂອງໂຄສົກຄະນະກຳມະການສວນສາທາລະ ນະແຫ່ງຊາດສິງກະໂປ ( NParks ) ໃຫ້ຮູ້ວ່າ: ສິງກະໂປໄດ້ທຳລາຍງາຊ້າງຜິດກົດໝາຍທີ່ກວດຢຶດໄດ້ 9 ໂຕນ ແລະ ງາຊ້າງທີ່ຖືກຕັດມາຈາກຊ້າງປ່າ ອາຟຣິກກາ ຫຼາຍກວ່າ 300 ໂຕ ຖືເປັນການເຄື່ອນໄຫວຕໍ່ຕ້ານການຄ້າງາຊ້າງຄັ້ງໃຫຍ່ທີ່ສຸດຂອງໂລກໃນຮອບຫຼາຍປີຜ່ານມາ.

ການທຳລາຍງາຊ້າງດັ່ງກ່າວ ເພື່ອເປັນການສະເຫຼີມສະຫຼອງເນື່ອງໃນໂອກາດວັນຊ້າງໂລກ ວັນທີ 12 ສິງຫາ ໂດຍໃຊ້ເຄື່ອງບົດຫີນໃນການທຳລາຍງາຊ້າງ ເພື່ອປ້ອງກັນບໍ່ໃຫ້ນຳງາຊ້າງກັບມາຂາຍຕາມທ້ອງຕະຫຼາດອີກ ແລະ ຂັດຂວາງລະບົບຕ່ອງໂສ້ການຕອບສະໜອງການຄ້າງາຊ້າງທີ່ຜິດກົດໝາຍ.

ສິງກະໂປ ມີຄວາມເດັດດ່ຽວ ແລະ ຕັ້ງໃຈທີ່ຈະຕໍ່ຕ້ານການຄ້າສັດປ່າຜິດກົດໝາຍ ຫຼັງຈາກໃນປີຜ່ານມາ ສິງກະໂປ ກວດຢຶດງາຊ້າງຜິດກົດໝາຍໄດ້ເຖິງ 8,8 ໂຕນ ມີມູນຄ່າ 17,6 ລ້ານກວ່າໂດລາສະຫະລັດ.