ວິທະຍາຄານກົມມະດໍາ ປະກາດເລື່ອນຊັ້ນ ໃຫ້ນັກຮຽນ ທີ່ຮຽນຈົບຈາກສາຍລັດ

207

ວັນທີ 10 ສິງຫາ 202 ວິທະຍາຄານກົມມະດໍາ ໄດ້ປະກາດເລື່ອນຊັ້ນ ໃຫ້ນັກຮຽນທີ່ຮຽນຈົບຈາກສາຍລັດ

ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນໂທ ປ.ອ ສົມໄຫວ ແຫນງໄຊຄູນ ຮອງອໍານວຍການ ຫົວຫນ້າຫ້ອງການເມືອງ ວິທະຍາຄານ ກົມມະດໍາ ມີພະແນກການ, ກອງພັນ ຕະຫຼອດຮອດບັນດາສະຫາຍທີ່ໄດ້ຮັບຊັ້ນໃຫມ່ ເຂົ້າຮ່ວມ.


ສະຫາຍ ພັນໂທ ອໍາພອນ ສີໂສພົດ ຫົວຫນ້າພະແນກພະນັກງານ ວິທະຍາຄານ ກົມມະດໍາ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການປະດັບທຽບຊັ້ນໃຫ້ນັກຮຽນ ທີ່ຮຽນຈົບ ຈາກສາຍລັດ ອີງຕາມກົດຫມາຍນາຍທະຫານກອງທັບປະຊາຊົນລາວ( ສະບັບປັບປຸງ) ພາກທີ II ຫມວດທີ3 ມາດຕາ 19,20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບ ທຽບຊັ້ນໃຫ້ນາຍທະຫານ ໃນນັ້ນຈົບປະລິນຍາຕີ ຮ້ອຍໂທ ຈໍານວນ 8 ສະຫາຍ, ຊັ້ນສູງ ຮ້ອຍໂທ ຈໍານວນ 4 ສະຫາຍ, ຊັ້ນກາງ ຮ້ອຍຕີ 2 ສະຫາຍ.


ໂອກາດດັ່ງກ່າວ ພັນໂທ ປອ ສົມໄຫວ ແຫນງໄຊຄູນ ຫົວຫນ້າຫ້ອງການເມືອງ ກໍໄດ້ໂອລົມ ແລະ ໃຫ້ ທິດຊີ້ນໍາຫຼາຍບັນຫາສໍາຄັນ ຕໍ່ນາຍທະຫານທີ່ໄດ້ຮັບຊັ້ນໃໝ່ ໂດຍສະຫາຍໄດ້ຍ້ອງຍໍ ຊົມເຊີຍຜົນງານທີ່ບັນດາສະຫາຍຍາດມາໄດ້.

ພ້ອມທັງໄດ້ເນັ້ນໜັກໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມກ້າວຫນ້າ ເພີ່ມທະວີ ຄວາມສາມັກຄີ ປັບປຸງແບບ ແຜນວິທີເຮັດວຽກໃຫ້ດີຂຶ້ນກວ່າເກົ່າ ມີຄຸນທາດການເມືອງ ມີທັດສະນະຫຼັກໝັ້ນຕໍ່ ການນໍາພັກ-ລັດ ປະຕິບັດໃຫ້ຖືກຕ້ອງຕາມກົດຫມາຍ ກໍຄືລະບຽບ ຂອງກອງທັບວາງ ອອກຢ່າງເຂັ້ມງວດ ຕັ້ງຫນ້າສຸມໃສ່ວຽກງານວິຊາສະເພາະຂອງຕົນທີ່ການຈັດຕັ້ງຂັ້ນເທິງ ມອບມາຍໃຫ້ມີຜົນສໍາເລັດສູງຂຶ້ນເລື້ອຍໆ.

ຂຽນໂດຍ: ນາງ ດວງມະລາ ວັນທານຸວົງ