ບີເອັມດັບເບິນຢູ ໃຫ້ລູກຄ້າເຂົ້າທົດລອງຂັບລົດຈິງ ເພື່ອຮຽນຮູ້ສະມັດທະນະຟັງຊັນການໃຊ້ງານ

235

ໃນທ້າຍອາທິດຜ່ານມາ ຫ້ອງຂາຍ ພຣີມຽມໂອໂຕລາວ ໄດ້ຈັດກິດຈະກໍາທົດລອງຂັບລົດ BMW 4 ລຸ້ນ ໄດ້ແກ່: BMW S Series, BMW 7 Series, BMW X3 ແລະ BMW X7 ເພື່ອໃຫ້ລູກຄ້າໄດ້ສໍາຜັດ ແລະ ນໍາໃຊ້ຟັງຊັນການໃຊ້ງານໄດ້ຖືກວິທີຈາກການແນະນໍາຕົວຈິງຂອງພະນັກງານຂາຍ.

ທ່ານ ພົງສະກອນ ໂຄດພົມສີ ຜູ້ຈັດການຝ່າຍຂາຍຫ້ອງຂາຍພຣີມຽມໂອໂຕລາວ ໄດ້ກ່າວວ່າ: ໃນກິດຈະກໍາທີ່ທີມງານຈັດ 3 ວັນທີ່ຜ່ານມາ ເປັນການທົດລອງຂັບລົດລຸ້ນໃໝ່ທີ່ພວກເຮົາມີ ສໍາລັບເສັ້ນທາງຈະເນັ້ນໃນນະຄອນຫຼວງວຽງຈັນ ເຊິ່ງແບ່ງເປັນ 2 ຈຸດ ໄດ້ແກ່ລົດຈິບ ຫຼື SUV ຜູ້ທີ່ມັກຄວາມທ້າທາຍ ເຊິ່ງຈະພາລູກຄ້າໄປຂັບໃນເສັ້ນທາງໄປເມືອງສັງທອງ ຈະໄດ້ສໍາຜັດທໍາມະຊາດ, ການຂັບຂີ່ລົດໃນທາງທີ່ຄ້ອຍຊັນ, ທາງໂຄ້ງ, ທາງຂຶ້ນພູ ເພື່ອນໍາໃຊ້ລະບົບຂັບເຄື່ອນ ແລະ ຟັງຊັນການໃຊ້ງານຕົວຈິງ ໂດຍສະເພາະການຂັບເຄື່ອນລະບົບ 4 ລໍ້ ແລະ ລະບົບອື່ນໆ.
ສ່ວນຈຸດທີ 2 ຈະເນັ້ນການຊົມໃຊ້ຕົວຈິງໃນຕົວເມືອງ ເພື່ອຮຽນຮູ້ເພີ່ມຕື່ມກ່ຽວກັບຟັງຊັນຕ່າງໆຂອງລົດ, ການໃຊ້ງານອ໊ອບຊັນຕ່າງໆເພື່ອ ຄວາມສະດວກຂອງຜູ້ຂັບຂີ່.

ການຈັດກິດຈະກໍາຜ່ານມາແມ່ນໄດ້ຮັບຄວາມນິຍົມຈາກລູກຄ້າເປັນຢ່າງດີ ກໍຍ້ອນວ່າລູກຄ້າໄດ້ມາຮຽນຮູ້ເພີ່ມຕື່ມຈາກພະນັກງານຂາຍກ່ຽວກັບການນໍາໃຊ້ອ໊ອບຊັນຕ່າງໆໃຫ້ຖືກຕ້ອງ ແລະ ຖືກວີທີ ແລະ ມີຄວາມລະອຽດຂຶ້ນຕື່ມ.

ລູກຄ້າທີ່ລົງທະບຽນຕອບຮັບ ສະເລ່ຍ 20 ຄົນຕໍ່ມື້, ໃນນັ້ນ 40% ແມ່ນລູກຄ້າເກົ່າ, ສ່ວນ 60%ແມ່ນລູກຄ້າໃໝ່,ນອກນັ້ນເພື່ອອັບເດດຂໍ້ມູນລົດ ບີເອັມດັບເບິນຢູ ທີ່ຫ້ອງຂາຍພວກເຮົາມີ.

ສໍາລັບລູກຄ້າມາລົງທະບຽນທົດລອງຂັບຮັບທັນທີຄັນຮົ່ມ BMW, ຈອງລົດພາຍໃນງານຮັບຟຣີການຮັບປະກັນໂຕລົດ 5 ປີ.
ເຄື່ອງ Lifestyle ຫຼຸດສູງສຸດ 50%, ປ່ຽນນ້ຳມັນເຄື່ອງຟຣີ, ຄ່າແຮງງານ ແລະ ລ້າງລົດຟຣີ.

ສອບຖາມຂໍ້ມູນເພີ່ມຕື່ມສະຖານທີ່ຫ້ອງຂາຍ Premium Auto Laos, ເວັບໄຊ: www.bmw-lao.la