ລາຄາຄຳປັບຂຶ້ນທຸບສະຖິຕິໃໝ່

79

ລາຄາຄຳໃນຕະຫຼາດໂລກປັບຂຶ້ນຢ່າງຕໍ່ເນື່ອງ ສ້າງສະຖິຕິໃໝ່ອີກຄັ້ງ ໂດຍຍັບຂຶ້ນຈຸ 2.025,76 ໂດລາສະຫະລັດຕໍ່ອອນ ໃນວັນທີ 5 ສິງຫານີ້, ຈາກທີ່ວັນທີ 4 ສິງຫາຢູ່ທີ່ 1.975,7 ໂດລາສະຫະລັດຕໍ່ອອນ ເຮັດໃຫ້ລາຄາຄຳໃນປີນີ້ປັບຂຶ້ນ 33% ເມື່ອທຽບກັບປີຜ່ານມາ.

ການປັບຂຶ້ນເກີນ 2 ພັນໂດລາຕໍ່ອອນໃນຄັ້ງນີ້ ເຮັດໃຫ້ລາຄາຄຳປັບຂຶ້ນສູງສຸດເປັນປະຫວັດສາດອີກຄັ້ງໜຶ່ງ ເຊິ່ງໄດ້ແຮງຍູ້ໜູນຈາກມາດຕະການກະຕຸ້ນເສດຖະກິດຮອບໃໝ່ຂອງສະຫະລັດອາເມຣິກາ ເຮັດໃຫ້ນັກລົງທຶນຍັງບໍ່ເຊື່ອໝັ້ນວ່າ ເສດຖະກິດຂອງສະຫະລັດອາດຈະຄ່ອຍໆຟື້ນຕົວຂຶ້ນ ຫຼື ບໍ່? ຈຶ່ງຫັນໄປລົງທຶນໃນສິນຊັບແທນ.