ສປຊ ເຕືອນທົ່ວໂລກກຳລັງວິກິດດ້ານການສຶກສາ

181

ທ່ານ ອັນໂຕນີໂອ ກູເຕເຣສ ເລຂາທິການສະຫະປະຊາຊາດ ( ສປຊ ) ເຕືອນວ່າ: ຂະນະນີ້ທົ່ວໂລກກຳລັງປະເຊີນກັບວິກິດດ້ານການສຶກສາ ເນື່ອງຈາກມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ສະຖາບັນການສຶກສາຫຼາຍແຫ່ງໃນທົ່ວໂລກຕ້ອງປິດການຮຽນ – ການສອນຊົ່ວຄາວ, ພ້ອມທັງແນະນຳໃຫ້ລັດຖະບານແຕ່ລະປະເທດເລັ່ງດຳເນີນການເພື່ອໃຫ້ກັບມາເປີດການຮຽນ – ການສອນຢ່າງປອດໄພ.

ເລຂາທິການ ສປຊ ລະບຸວ່າ: ມາຮອດກາງເດືອນກໍລະກົດຜ່ານມາມີໂຮງຮຽນ ແລະ ສະຖາບັນການສຶກສາຖືກສັ່ງປິດຊົ່ວຄາວກວ່າ 160 ປະເທດທົ່ວໂລກ ເຮັດໃຫ້ນັກຮຽນ – ນັກສຶກສາກວ່າ 1 ພັນລ້ານຄົນບໍ່ໄດ້ເຂົ້າຮຽນ, ນັກຮຽນ – ນັກສຶກສາຈຳນວນໜຶ່ງຕ້ອງໃຊ້ການຮຽນ – ການສອນແບບອອນລາຍ ແຕ່ກໍຍັງມີນັກຮຽນ – ນັກສຶກສາອີກຈຳນວນບໍ່ໜ້ອຍ ໂດຍສະເພາະແມ່ນຢູ່ເຂດຊົນະບົດບໍ່ສາມາດເຂົ້າເຖິງການສຶກສາໄດ້.

ວິກິດການດ້ານການສຶກສາທີ່ກຳລັງເກີດຂຶ້ນໃນຂະນະນີ້ ອາດເຮັດໃຫ້ມະນຸດຊາດສູນເສຍສັກກະຍະພາບ, ບັນທອນຄວາມກ້າວໜ້າ ແລະ ຍິ່ງເຮັດໃຫ້ຄວາມສະເໝີພາບດ້ານການສຶກສາແຕກໂຕນກັນອອກໄປອີກລະດັບໜຶ່ງ.