ລ້ຽງງົວ 4 ປີ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບ

232

ການລ້ຽງສັດເປັນອາຊີບທີ່ສາມາດສ້າງລາຍຮັບ ແລະ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ຈົນກາຍເປັນຄອບຄົວຕົວແບບເທື່ອລະກ້າວ, ດັ່ງ ທ່ານ ໄມຈິດ ປັນຍາສັກ ປະຊາຊົນບ້ານນາຫ້ວຍ ເມືອງແບ່ງ ແຂວງອຸດົມໄຊ ທີ່ໄດ້ຫັນຈາກການປູກສາລີ ມາເປັນການລ້ຽງງົວ ເຊິ່ງມາຮອດປັດຈຸບັນນີ້ສາມາດສ້າງລາຍຮັບຈາກການຂາຍງົວ 100 ລ້ານກີບ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ໄມຈິດ ປັນຍາສັກ ກ່າວວ່າ: ເບື້ອງຕົ້ນຄອບຄົວຂອງຕົນເອງໄດ້ພ້ອມກັນປູກສາລີ ແຕ່ເນື່ອງຈາກສະພາບຮ່າງກາຍບໍ່ເອື້ອອຳນວຍ ຈຶ່ງຫັນມາລ້ຽງສັດໃຫຍ່ ໂດຍສະເພາະແມ່ນລ້ຽງງົວ ນຳເອົາແຫຼ່ງທຶນຈາກທະນາຄານນະໂຍບາຍຈຳນວນໜຶ່ງມາຊື້ແມ່ພັນ ພ້ອມເນື້ອທີ່ດິນຕອນໜຶ່ງ ເພື່ອປູກຫຍ້າໃນປີ 2016. ຮອດປັດຈຸບັນສາມາດຂາຍງົວອອກທັງໝົດ 18 ໂຕ ລວມເປັນເງິນ 100 ລ້ານ ກວ່າກີບ, ສະເພາະປີ 2020 ນີ້ ຂາຍອອກ 4 ໂຕ ປັດຈຸບັນຕົນເອງຍັງມີງົວຢູ່ສູນທັງໝົດ 20 ໂຕ. ໃນນັ້ນ, ເປັນງົວລາດ ທົ່ວໄປ 13 ໂຕ ແລະ ເປັນງົວພັນ ທີ່ໄດ້ຮັບການຊ່ວຍເຫຼືອຈາກແຂວງ ຈຳນວນ 7 ໂຕ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ໄມຈິດ ປັນຍາສັກ ກ່າວຕື່ມອີກວ່າ: ການລ້ຽງງົວຂອງຕົນເອງນີ້ມີຄວາມສະດວກຫຼາຍດ້ານ ໂດຍສະເພາະແມ່ນສະຖານທີ່ເໝາະສົມ, ມີຫຍ້າພຽງພໍ, ບໍ່ໄດ້ໃຊ້ແຮງງານຫຼາຍ, ມີວິຊາການຈາກຫ້ອງການກະສິກຳເມືອງແບ່ງ ລົງໃກ້ຊິດຕິດແທດ, ຕິດຕາມ ແລະ ສັກຢາໃຫ້ງົວເປັນປົກກະຕິ. ແຕ່ກໍປາສະຈາກຂໍ້ຫຍຸ້ງຍາກບໍ່ໄດ້ ເປັນຕົ້ນແມ່ນງົວຫຼຸດອອກຈາກສູນໄປກິນຜົນລະປູກຂອງປະຊາຊົນ ເຮັດໃຫ້ເກີດຄວາມບໍ່ພໍໃຈ. ເຖິງຢ່າງໃດກໍຕາມ, ຕົນເອງຍັງມີແນວຄິດ ແລະ ທິດທາງແຜນການໃນການຂະຫຍາຍການລ້ຽງໃຫ້ກວ້າງຂວາງຕື່ມອີກ.

[ ຂ່າວ: ຄານມະນີ ຮຽນດໍຈັນ ]