ຕິ່ງຄໍາ ອ່ອນແສງເພັດ ຊ່າງຄົນນີ້ບໍ່ທຳມະດາຄວ້າລາງວັນທີ 1 ຈາກເວທີປະກວດແຕ່ງໜ້າ

152

ເມື່ອເວົ້າເຖິງຊ່າງເສີມສວຍຜູ້ທີ່ມີຜົນງານໂດດເດັ່ນ ເປັນທີ່ນິຍົມໃນລາວເຮົາກໍ່ມີບໍ່ຫຼາຍ ແຕ່ໜຶ່ງໃນນັ້ນແມ່ນ ທ່ານ ຕິ່ງຄໍາ ອ່ອນແສງເພັດ ຊ່າງເສີມສວຍຜູ້ມັກຮັກໃນເລື່ອງຄວາມສວຍຄວາມງາມທີ່ພັກດັນຕົນເອງຍ່າງຕາມຄວາມຝັນ ດ້ວຍການເຝິກແຕ່ງໜ້າເອງ ຈົນຕອນນີ້ກາຍເປັນທີ່ຮູ້ຈັກໃນວົງການການແຕ່ງໜ້າຂອງລາວແລ້ວບໍ່ໜ້ອຍ ແລະ ຫຼ້າສຸດ ຜູ້ກ່ຽວສ້າງຜົນງານອີກຄັ້ງ ດ້ວຍການຍາດໄດ້ລາງວັນທີ 1ຫຼັງລົງແຂ່ງຂັນປະກວດແຕ່ງໜ້າ cosmetic and beauty fair ທີ່ສະຫວັນນະເຂດ.

ຫຼັງໄດ້ຮັບລາງວັນທີມຂ່າວບັນເທີງຂອງພວກເຮົາກໍ່ບໍ່ພາດທີ່ຈະຕິດຕໍ່ຂໍສໍາພາດຊ່າງແຕ່ງໜ້າທີ່ຫາກໍ່ໄດ້ຮັບລາງວັນມາສົດໆຮ້ອນໆແບບນີ້ ເຊິ່ງ ຕິ່ງຄໍາ ອ່ອນແສງເພັດ ເຜີຍວ່າ: ຕອນທຳອິດເຫັນປະກາດກ່ຽວກັບໂຄງການນີ້ຕີ່ງກໍ່ເສີຍໆ ບໍ່ໄດ້ຄິດຈະລົງແຂ່ງຂັນ ເນື່ອງຈາກວ່າຕີ່ງບໍ່ໄດ້ກຽມໂຕຫຍັງ ກໍ່ເລີຍເບີ່ງຜ່ານໆ ເພາະສະຖານທີ່ແຂ່ງຂັນແມ່ນຢູ່ແຂວງສະຫວັນນະເຂດ ສ່ວນຕີ່ງແມ່ນຢູ່ນະຄອນຫລວງວຽງຈັນ ແຕ່ອີກໃຈໜຶ່ງກໍ່ຢາກລົງແຂ່ງຂັນ ຈົນໃກ້ຊິຮອດມື້ແຂ່ງຂັນ 2-3ມື້ ກໍ່ໄດ້ມີບັນດາຊ່າງແຕ່ງຫນ້າທີ່ຮັກແພງແນະນໍາໃຫ້ເຂົ້າປະກວດ ສຸດທ້າຍຈຶ່ງຕັດສິນໃຈເຂົ້າຮ່ວມ.

ແນ່ນອນວ່າການຕັດສິນໃຈແບບກະທັນຫັນນັ້ນ ເຮັດໃຫ້ມີເວລາໜ້ອຍໃນການກຽມໂຕ ໂດຍມີພຽງ 3ມື້ກ່ອນການແຂ່ງຂັນເທົ່ານັ້ນ ຖືວ່າທ້າທາຍຫຼາຍ ແຕ່ທຸກສິ່ງທຸກຢ່າງກໍ່ຜ່ານໄປໄດ້ດ້ວຍດີ ຍ້ອນການຊ່ວຍເຫຼືອຂອງບັນດາເອື້ອຍອ້າຍຊ່າງແຕ່ງໜ້າຮ່ວມອາຊີບດຽວກັນ ແລະ ຜູ້ສະໜັບສະໜູນສຸດໃຈດີອີກຫຼາຍພາກສ່ວນ.

ເມື່ອຖາມເຖິງຈຸດເດັ່ນການແຕ່ງໜ້າຂອງ ຕິ່ງຄໍາ ອ່ອນແສງເພັດ ຜູ້ກ່ຽວບອກວ່າ: ຈຸດເດັ່ນຮູບແບບການແຕ່ງຫນ້າຂອງຕີ່ງແມ່ນຈະເນັ້ນຄວາມຄົມຊັດຂອງລາຍເສັ້ນ ແລະ ສີສັນທີ່ແຕ່ງແຕ້ມລົງໃບຫນ້ານາງແບບ ແຕ່ໃນຄວາມຄົມກໍ່ປັບລຸກໃຫ້ມີຄວາມຄົມແບບລະມຸນ ແຝງດ້ວຍຄວາມຫວານຂອງເຈົ້າສາວ ປັບລຸກບໍ່ໃຫ້ຄົມຈົນເກີນໄປ ເພາະມັນຈະເຮັດໃຫ້ໃບໜ້າຂອງນາງແບບແຂງບໍ່ລະມຸນ ພ້ອມນີ້ກໍ່ໄດ້ຖ່າຍທອດຄວາມເປັນຕົນເອງອອກມາໃຫ້ຫລາຍທີ່ສຸດ ບໍ່ວ່າຈະເປັນຊຸດ, ເຄື່ອງປະດັບ, ຊົງຜົມ ແລະ ລຸກການແຕ່ງຫນ້າແມ່ນຕ້ອງປັບໃຫ້ອົງປະກອບໄປໃນທິດທາງດຽວກັນ ແລະ ແຕ່ງຫນ້າໃນແບບທີ່ຕົນເອງມັກ ແລະຖະຫນັດທີ່ສຸດ.

ໂດຍ: ເອຢິບ; ຂອບໃຈຮູບ: ຕິ່ງຄໍາ ອ່ອນແສງເພັດ