ຢູນີເທວ ເປີດຊຸດອົບຮົມຫົວຂໍ້ ຄວາມປອດໄພທາງດ້ານລະບົບ ໄອທີ

252

ໃນວັນທີ 27 ກໍລະກົດ 2020 ຢູນີເທວ ໄດ້ເປີດຊຸດອົບຮົມສອນຫຼັກສູດ Cyber Security ໄລຍະສັ້ນ, ເຊິ່ງມີນັກສໍາມະນາກອນຈາກ 18 ກະຊວງ ແລະ 4 ອົງການທຽບເທົ່າ, ເຂົ້າຮ່ວມທັງໝົດ 50 ຄົນ ໄລຍະເວລາ 5 ວັນ, ເລີ່ມແຕ່ ວັນທີ 27 ກໍລະກົດ 2020 -31 ກໍລະກົດ 2020.

ເປັນກຽດເຂົ້າຮ່ວມພິທີເປີດງານສຳມະນາ-ຝຶກອົບຮົມໄລຍະສັ້ນ ຄັ້ງນີ້ ມີ: ທ່ານ ສຸລິຍາ ແສງດາລາວົງ ຮອງກົມເຕັກໂນໂລຊີ ດີຈີຕອນ ກະຊວງ ວິທະຍາສາດ ເຕັກໂນໂລຊີ; ທ່ານ ປອ. ສົມພອນ ກັນທະວົງ ຫົວໜ້າພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ; ທ່ານ ບຸນມີ ມາລາວົງ ຄະນະອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຜູ້ຊີ້ນຳວຽກງານສູນລູກຄ້າລະດັບບໍລິສັດ.

ການຈັດງານສຳມະນາ-ຝຶກອົບຮົມໄລຍະສັ້ນ ຄັ້ງນີ້, (Unitel) ຮ່ວມກັບ ກົມເຕັກໂນໂລຊີດີຈິຕອນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໃນຫົວຂໍ້: ຄວາມປອດໄພທາງດ້ານລະບົບ ໄອທີ “Cyber Security” ສອນໂດຍ ອາຈານ-ຊ່ຽວຊານ ຮັບເຊີນຈາກ ພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ.

ຈຸດປະສົງເພື່ອແນ່ໃສຍົກລະດັບຄວາມຮູ້ທາງດ້ານວຽກງານ ICT ໃຫ້ພະນັກງານໃນຂົງເຂດບໍລິຫານຢ່າງທົ່ວເຖິງເວົ້າລວມ, ເວົ້າສະເພາະແມ່ນພະນັກງານທີ່ເຮັດວຽກຕິດພັນກັບວຽກງານໄອທີ ໃນຍຸກປະຕິວັດ ອຸດສາຫະກໍາ 4.0 ເຊິ່ງເປັນຍຸກຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ໃນການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນທຸກຂົງເຂດວຽກງານ ກໍ່ຄືການດໍາລົງຊີວິດປະຈໍາວັນຂອງຄົນເຮົາແມ່ນມີຄວາມຈໍາເປັນທີ່ສຸດ.

ຮູບແບບການຝຶກອົບຮົມ ແມ່ນການນໍາສະເໜີເປັນພາກທິດສະດີ ແລະ ພາກປະຕິບັດຕົວຈິງ ພາຍ ຫຼັງສໍາເລັດຫຼັກສູດຝຶກອົບຮົມ ຈະໄດ້ມີການຕີລາຄາຄວາມຮັບຮູ້ ຂອງນັກສໍາມະນາກອນເຂົ້າຮ່ວມທັງໝົດ ພ້ອມມອບໃບຢັ້ງຢືນ ຈາກພາກວິຊາ ວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດລາວ.

ການຈັດງານສຳມະນາ-ຝຶກອົບຮົມໄລຍະສັ້ນ ຄັ້ງນີ້ ແມ່ນເປັນຄັ້ງທີ II ແລະ ຢູນີເທວຈະສືບຕໍ່ ຮ່ວມມືກັບອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການພັດທະນາດ້ານບຸກຄະລາກອນເພື່ອຍົກລະດັບວຽກງານຄວາມຮູ້ຄວາມສາມາດ ດ້ານວິຊາການໄອທີ ໃນຍຸກ 4.0, ໃຫ້ມີຄວາມຊໍານານງານ ແລະ ເຫັນໄດ້ຄວາມສໍາຄັນຕໍ່ກັບການນໍາໃຊ້ລະບົບເທັກໂນໂລຊີຂໍ້ມູນຂ່າວສານທີ່ທັນໄໝ ໃຫ້ທຽບເທົ່າກັບສາກົນ.