ລາຄາຄຳປັບຂຶ້ນສູງສຸດ ເປັນປະຫວັດສາດ

97

ລາຄາຄຳທີ່ຊື້ – ຂາຍໃນຕະຫຼາດອາຊີ ໃນຕອນທ່ຽງຂອງວັນທີ 27 ປັບຂຶ້ນສູງສຸດໃນປະຫວັດສາດ ຈຸລະດັບ 1.944,71 ໂດລາຕໍ່ອອນ ສ້າງສະຖິຕິໃໝ່ຈາກທີ່ເຄີຍປັບຂຶ້ນສູງສຸດ ເມື່ອປີ 2011 ຢູ່ທີ່ລະດັບ 1.921 ໂດລາຕໍ່ອອນ, ເນື່ອງຈາກນັກລົງທຶນໄດ້ຫັນໄປລົງທຶນສິນຊັບປອດໄພບວກກັບການອ່ອນຄ່າຂອງເງິນໂດລາ ເຊິ່ງນັກວິເຄາະຄາດການວ່າລາຄາຄຳອາດເພີ່ມຂຶ້ນອີກເກີນ 2.000 ໂດລາຕໍ່ອອນໃນໄວໆນີ້.


ທັງນີ້, ນັກລົງທຶນຍັງເຝົ້າຕິດຕາມນະໂຍບາຍຂອງທະນາຄານກາງສະຫະລັດ ທີ່ຈະອອກມາດຕະການກະຕຸ້ນເສດຖະກິດຄັ້ງໃໝ່ ເຊິ່ງອາດຈະຫຼຸດອັດຕາດອກເບ້ຍລົງຈົນຕິດລົບ ຖ້າຫາກເປັນເຊັ່ນນັ້ນແທ້ ອາດຈະເຮັດໃຫ້ເງິນໂດລາອ່ອນຄ່າລົງອີກ ບວກກັບຄວາມບໍ່ແນ່ນອນຂອງເສດຖະກິດອາເມຣິກາ ຈຶ່ງເຮັດໃຫ້ນັກລົງທຶນຫັນໄປລົງທຶນສິນຊັບແທນ.