ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ອີກສະໄໝ

321

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງອຸດົມໄຊ ຄັ້ງທີ IX ໄດ້ໄຂຂຶ້ນໃນວັນທີ 24 – 25 ກໍລະກົດ 2020 ນີ້, ທີ່ສະໂມສອນ ແຂວງອຸດົມໄຊ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງອຸດົມໄຊ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ມີບັນດາສະຫາຍຜູ້ແທນເປັນຕົວແທນໃຫ້ແກ່ສະມາຊິກພັກ 16.538 ສະຫາຍ ໃນທົ່ວແຂວງເຂົ້າຮ່ວມ.

ປ່ອນບັດເລືອກຕັ້ງ

ສະຫາຍ ຄໍາພັນ ເຜີຍະວົງ ກ່າວວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ການພັດທະນາ ແຂວງໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນເລື້ອຍໆ, ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບສະເລ່ຍ 7,35% ລວມຍອດມູນຄ່າຜະລິດຕະພັນພາຍໃນປີ 2020 ບັນລຸໄດ້ 3.635,26 ຕື້ກີບ ແລະ ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 1.210 ໂດລາສະຫະລັດ. ມູນຄ່າຜະລິດກະສິກໍາເພີ່ມຂຶ້ນ 7% ທຽບໃສ່ປີ 2015, ມີຫຼາຍບ້ານ, ຫຼາຍຄອບຄົວ ແລະ ຫົວໜ່ວຍທຸລະກິດ ໄດ້ກາຍເປັນຕົວແບບໃນການປູກຝັງ, ລ້ຽງສັດ, ການປຸງແຕ່ງ ແລະ ການບໍລິການ. ພິເສດໃນປີ 2020 ນີ້ ແມ່ນການປູກມອນ – ລ້ຽງມ້ອນ ໄດ້ມີບັນຍາກາດຟົດຟື້ນ ເຊິ່ງມາຮອດປັດຈຸບັນປູກໄດ້ 400 ກວ່າເຮັກຕາ, ອຸດສາຫະກໍາຂະໜາດນ້ອຍ – ກາງ ແລະ ຫັດຖະກໍາທີ່ເປັນມູນເຊື້ອຂອງປະຊາຊົນໄດ້ຮັບການສົ່ງເສີມຢ່າງກວ້າງຂວາງ, ຕານ່າງການຄ້າ ແລະ ການບໍລິການໄດ້ຂະຫຍາຍຕົວໄປເຖິງເຂດຊົນນະບົດ; ມີຫຼາຍເມືອງໄດ້ສ້າງຕັ້ງກຸ່ມການຜະລິດຕິດພັນກັບການບໍລິການສ້າງໄດ້ສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງຕົນ, ສົ່ງເສີມການຜະລິດ ແລະ ການຈໍລະຈອນສິນຄ້າໃຫ້ເຂົ້າເຖິງຜູ້ບໍລິໂພກໄດ້ດີກວ່າເກົ່າ; ມູນຄ່າສິນຄ້າສົ່ງອອກແຕ່ລະປີມີທ່າອ່ຽງເພີ່ມຂຶ້ນ, ການລົງທຶນໃນຂົງເຂດອຸດສາຫະກໍາ ແລະ ການຄ້າ ນັບມື້ນັບເພີ່ມຂຶ້ນ.

ກອງປະຊຸມ

ໃນວາລະການດຳເນີນກອງປະຊຸມໄດ້ມີການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃໝ່ ໂດຍຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຸດທີ IX, ບົນພື້ນຖານມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 38 ສະຫາຍ ຍິງ 8 ສະຫາຍ, ເລືອກຕັ້ງໄດ້ 33 ສະຫາຍ ຍິງ 6 ສະຫາຍ ຄື: 1. ສະຫາຍ ຄຳພັນ ເຜີຍຍະວົງ; 2. ສະຫາຍ ຄຳພຽງ ຢາຈົງວາ; 3. ສະຫາຍ ບຸນຄົງ ຫຼ້າຈຽມພອນ; 4. ສະຫາຍ ສົມຈິດ ປັນຍາສັກ; 5. ສະຫາຍ ນາງ ຈັນສະໝອນ ທິບພະຫົງ; 6. ສະຫາຍ ວັນນາ ແກ້ວສັນຕິ; 7. ສະຫາຍ ຄຳດີ ວົງລ້ອມ;8. ສະຫາຍ ພັນເອກ ສີວອນ ໄຊຍະວົງ; 9. ສະຫາຍ ອ່ອນແກ້ວ ອຸ່ນອາລົມ; 10. ສະຫາຍ ຄຳເຜີຍ ງອນວັນຄຳ; 11. ສະຫາຍ ມໍ ຊົງ; 12. ສະຫາຍ ສຸວັດ ມະຫາວົງສະໜັ່ນ; 13. ສະຫາຍ ພົມມາ ວັນນະກຳ; 14. ສະຫາຍ ນາງ ມະນີຈັນ ວິໄລຈິດ; 15. ສະຫາຍ ບຸນທັນ ສຸລິຍະວົງ; 16. ສະຫາຍ ສົມຄິດ ກັນສະນິດ; 17. ສະຫາຍ ອິນທາ ລືນາມມະຈັກ; 18. ສະຫາຍ ພັນເອກ ຄໍາຢິນ ແສງສຸລີ; 19. ສະຫາຍ ວົງສະຫວັນ ໄຊຍະວົງ; 20. ສະຫາຍ ນາງ ຈັນທະລາ ໄຊບຸນເຮືອງ; 21. ສະຫາຍ ຄໍາສະພອນ ໄຊຍະວົງ; 22. ສະຫາຍ ຄໍາແສງ ອາລີ; 23. ສະຫາຍ ວາລີ ຈືນໍເຢັງ; 24. ສະຫາຍ ນ. ວັນທອງ ນິດສະດີ; 25. ສະຫາຍ ຫຸມພັນ ບຸບຜາຄໍາ; 26. ສະຫາຍ ຄໍາພອນ ມູນລະໄມ; 27. ສະຫາຍ ນາງ ຄໍາໝັ້ນ ແກ້ວບຸນຫວນ; 28. ສະຫາຍ ສຸລິຍາ ສຸພິທັກ; 29. ສະຫາຍ ຫຸມພັນ ອິນທະມຸງຄຸນ; 30. ສະຫາຍ ສົມດີ ເຕັງເບຼຍຈື; 31. ສະຫາຍ ສົມສັກ ສຸພິໄລ; 32. ສະຫາຍ ນາງ ໄຊສະຫວັນ ນັນທະໄຊ; 33. ສະຫາຍ ສອນສຸວັນ ປັນຍາວົງ.


ກອງປະຊຸມຄັ້ງປະຖົມມະລືກ ໄດ້ເລືອກຕັ້ງເອົາຄະນະປະຈໍາພັກແຂວງ ແລະ ໄດ້ເປັນເອກະສັນກັນຢ່າງສົມບູນຮັບຮອງເອົາເລຂາ, ຮອງເລຂາພັກແຂວງ; ເລືອກຕັ້ງເອົາປະທານ, ຮອງປະທານຄະນະກວດກາພັກແຂວງ; ເລືອກຕັ້ງເອົາຄະນະປະຈຳພັກແຂວງ 11 ສະຫາຍ ຍິງ 1 ສະຫາຍ ຄື: 1. ສະຫາຍ ຄຳພັນ ເຜີຍຍະວົງ; 2. ສະຫາຍ ຄຳພຽງ ຢາຈົງວາ; 3. ສະຫາຍ ບຸນຄົງ ຫຼ້າຈຽມພອນ; 4. ສະຫາຍ ສົມຈິດ ປັນຍາສັກ; 5. ສະຫາຍ ນາງ ຈັນສະໝອນ ທິບພະຫົງ; 6. ສະຫາຍ ວັນນາ ແກ້ວສັນຕິ; 7. ສະຫາຍ ຄຳດີ ວົງລ້ອມ; 8. ສະຫາຍ ພັນເອກ ສີວອນ ໄຊຍະວົງ; 9. ສະຫາຍ ອ່ອນແກ້ວ ອຸ່ນອາລົມ; 10. ສະຫາຍ ຄຳເຜີຍ ງອນວັນຄຳ; 11. ສະຫາຍ ມໍ ຊົງ.


ກອງປະຊຸມຄັ້ງປະຖົມມະລືກຄົບຄະນະບໍລິຫານງານພັກແຂວງອຸດົມໄຊ ໄດ້ເລືອກຕັ້ງເອົາເລຂາ ແລະ ຮອງເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ສະໄໝທີ IX ໂດຍເລືອກເອົາ ສະຫາຍ ຄຳພັນ ເຜີຍຍະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄຳພຽງ ຢາຈົງວາ ແລະ ສະຫາຍ ບຸນຄົງ ຫຼ້າຈຽມພອນ ເປັນຮອງເລຂາ, ກອງປະຊຸມເລືອກເອົາ ສະຫາຍ ນາງ ຈັນສະໝອນ ທິບພະຫົງ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ຈຳປາ ສີດາຄຳ, ສະຫາຍ ນາງ ສົມຫວັງ ໄຊຍະຕິ ແລະ ສະຫາຍ ທະນູໄຊ ເລືອງສະຫວັດ ເປັນຮອງປະທານຄະນະກວດກາພັກແຂວງ.

ທ່ານ ຄຳພັນ ເຜິຍຍະວົງ